Homeຂ່າວຕ່າງປະເທດຊາອຸດິອາຣະເບຍປະຫານນັກໂທດຄົນທີ 86 ຂອງປີ

ຊາອຸດິອາຣະເບຍປະຫານນັກໂທດຄົນທີ 86 ຂອງປີ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກກຸງຣິຍາດປະເທດຊາອຸດິອາຣະເບຍ ເມື່ອວັນທີ 21 ເມສາວ່າ ທາງການຊາອຸດິອາຣະເບຍດຳເນີການປະຫານຊີວິດທ້າວ ຊາມານ ຂ່ານ ໄຊຍຶດ ນັກໂທດຊາວປາກີສະຖານ ຈາກຄວາມຜິດຂໍ້ຫາລັກລອບຂົນຢາເສບຕິດ ໂດຍການປະຫານມີຂື້ນທີ່ເຂດຣິຍາດເມື່ອວັນພະຫັດ ແລະທ້າວຊານັບເປັນນັກໂທດຄົນທີ 86 ທັງຊາວຊາອຸດິອາຣະເບຍແລະຊາວຕ່າງຊາດ ທີ່ຖືກປະຫານຊີວິໃນປີນີ້

ຖະແຫຼງການຂອງກະຊວງພາຍໃນຊາອຸລະບຸວ່າ ທ້າວຊາຖືກສານພິພາກສາວ່າ ມີຄວາມຜິດແທ້ຕາມຂໍ້ຫາພະຍາຍາມລັບລອບຂົນເຮໂລອິນແລະຢາບ້າເຂົ້າສູ່ຊາອຸ

ການປະຫານຊີວິດໃນຊາອຸເກືອບທັງໝົດ ນັກໂທດຈະຖືກເພັດຊະຄາດໃຊ້ດບຍາວຟັນຄຳຄໍຈົນຫົວຂາດອອກຈາກໂຕ

ການປະຫານຊີວິດໃນປີນີ້ລວມເຖິງນັກໂທດຄະດີ ກໍ່ການຮ້າຍ 47 ຄົນທີ່ຖືກປະຫານໃນວັນດຽວກັນເມື່ອວັນທີ 2 ມັງກອນຫຼັງຂື້ນປີໃໝ່ ອົງການນິລະໂທດສະກຳສາກົນກ່າວວ່າ ຊາອຸດິອາຣາເບຍປະຫານຊີວິດນັກໂທດຫຼາຍເປັນອັນດັບ 3 ຂອງໂລກເມື່ອປີກາຍດ້ວຍຈຳນວນ 158 ຄົນນັບວ່າໜ້ອຍຫຼາຍເມື່ອທຽບກັບອັນດັບ 2 ຄືປາກີສະຖານເຊິ່ງປະຫານ 326 ຄົນ ແລະອັນດັບ 1 ອິຫຣ່ານຢ່າງໜ້ອຍ 977 ຄົນ

 

ຂ່າວຈາກ: http://www.news.com.la/

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...