Homeຂ່າວທ້ອງຖິ່ນຕຳຫຼວດດ່ານສາກົນປາກຊັນ ສົ່ງຕ້ອງຫາຄົນໄທກັບປະເທດ

ຕຳຫຼວດດ່ານສາກົນປາກຊັນ ສົ່ງຕ້ອງຫາຄົນໄທກັບປະເທດ

Published on

ຕຳຫຼວດດ່ານສາກົນປາກຊັນສົ່ງຕ້ອງຫາຄົນໄທກັບປະເທດ

   ໂດຍ​ປະ­ຕິ­ບັດ​ຕາມ​ກອງ​ປະ­ຊຸມ​ຄະນະ​ກຳ­ມະ­ການ​ຮ່ວມ​ມື​ຮັກ­ສາ​ຄວາມ​ສະຫງົບ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຕາມຊາຍ​ແດນ ລາວŒໄທ ແຂວງ​ບໍ​ລິ​ຄຳ​ໄຊŒ ຈັງ­ຫວັດ​ບຶງ​ການຄັ້ງ​ທີ I ແລະ ໄດ້​ອີງຕາມ​ຕົກ­ລົງ​ເຫັນ​ດີ​ຂອງ​ກອງ​ບັນ­ຊາ​ການ ປກສ ແຂວງ​ບໍ​ລິ​ຄຳ​ໄຊ ມີ​ຄຳ​ສັ່ງ​ປ່ອຍ​ຕົວເລກ​ທີ 1271/ປກສຂ ລົງ​ວັນ​ທີ 5 ພຶດສະ­ພາ 2014 ດັ່ງ­ນັ້ນ ໃນ​ຕອນ​ບ່າຍ​ວັນ​ທີ 6 ເດືອນ​ພຶດ­ສະ­ພາ​ຜ່ານ​ມາ​ນີ້ທີ່​ດ່ານ​ສາກົນ​ປາກ​ຊັນ ຈິ່ງ​ໄດ້​ມີ​ພິ­ທີ​ມອບŒຮັບ​ຕ້ອງຫາ​ຄົນ​ໄທ​ຈຳ­ນວນ 1 ຄົນ​ກັບ​ຄືນ​ປະ­ເທດ.

   ຕ້ອງ​ຫາ​ລາຍ​ນີ້​ຊື່­ວ່າ ນາງ ທະ​ນິ​ຊາ ສັງ​ກະ​ວີນ ອາ­ຍຸ 26 ປີ ອາ­ຊີບ​ຮັບ­ຈ້າງເຊື້ອ​ຊາດ ແລະ ສັນ­ຊາດ​ໄທຢູ່​ບ້ານ​ໄລ່ສຸກ​ສັນອຳ​ເພີ​ເມືອງຈັງ­ຫວັດ​ບຶງ​ການຖືກ​ກັກ​ຕົວ​ວັນ​ທີ 26 ມີ­ນາ 2014 ເຮັດ ຜິດ​ຂໍ້​ຫາ​ລັກ­ລອບ​ເຂົ້າ​ເມືອງ​ຜິດ​ກົດ­ໝາຍ ແລະ ລັກ​ສ້າງ​ຄອບ­ຄົວ​ກັບ​ພົນ­ລະ­ເມືອງ​ລາວ​ບໍ່​ຖືກ­ຕ້ອງ.

   ພິ­ທີ​ມອບŒຮັບ​ຕ້ອງ​ຫາ​ຄົນ​ໄທ​ກັບ​ຄືນປະ­ເທດ​ຄັ້ງ​ນີ້​ກ່າວ​ມອບ​ໂດຍ​ແມ່ນ​ທ່ານຮ້ອຍ​ເອກ ສີ​ຂັນ­ໄຊ ໄຊ​ມຸນ­ຕີ ຫົວ­ໜ້າ​ຕຳຫຼວດ​ກວດ​ຄົນ​ເຂົ້າŒອອກ​ເມືອງ​ດ່ານ​ສາກົນ​ປາກ​ຊັນກ່າວ​ຮັບ​ແມ່ນ​ທ່ານ​ຮ້ອຍ​ຕຳຫຼວດ​ໂທ ສູນ​ທອນ ບົວ​ສອນ ຫົວ­ໜ້າ​ຈຸດກວດ​ຄົນ​ເຂົ້າŒອອກ​ເມືອງ​ດ່ານ​ສາ­ກົນບຶງ​ການ ໂດຍ​ຊ້ອງ​ໜ້າ​ເຈົ້າ​ໜ້າ­ທີ່​ທັງສອງ​ຝ່າຍ ຊຶ່ງ​ກ່ອນ​ມອບ​ທ່ານ​ຮ້ອຍ​ເອກ ສີ​ຂັນ­ໄຊ ໄຊ​ມຸນ­ຕີ ກໍ​ໄດ້​ສຶກ​ສາ​ອົບ­ຮົມ ຕ້ອງ​ຫາ​ໃຫ້​ປະ­ຕິ­ບັດ​ລະ­ບຽບ​ກົດ­ໝາຍໃຫ້​ເຂັ້ມ​ງວດໄປŒມາ​ຖືກ­ຕ້ອງ​ສອດ­ຄ່ອງກັບ​ລະ­ບຽບ​ກົດ­ໝາຍ ແລະ ບໍ່​ຕ້ອງ​ກະທຳ​ຜິດ​ຊ້ຳ​ຕື່ມ​ອີກ ເພື່ອ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ຂອງ​ສັງ­ຄົມ.

ຂ່າວ: ວິ­ໄລ​ທອງ ລໍ​ວັນ​ໄຊ

ທີ່ມາ http://www.sedthakid.la/khao/18755.spc

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...