Homeຂ່າວພາຍ​ໃນທີມຊາດຣັກບີ້ລາວ ປະເພດຊາຍຍາດໄດ້ອັນດັບທີ 4 ແລະ ທີມຍິງ ໄດ້ອັນດັບທີ 5 ໃນການແຂ່ງຂັນຢູ່ປະເທດສິງກະໂປ

ທີມຊາດຣັກບີ້ລາວ ປະເພດຊາຍຍາດໄດ້ອັນດັບທີ 4 ແລະ ທີມຍິງ ໄດ້ອັນດັບທີ 5 ໃນການແຂ່ງຂັນຢູ່ປະເທດສິງກະໂປ

Published on

ທີມນັກກີລາຣັກບີ້ທີມຊາດລາວ ທັງທີມຍິງ-ຊາຍ ໄດ້ສໍາເລັດການເຂົ້າຮ່ວມແຂ່ງຂັນຣັກບີ້ອາຊຽນ ປະເພດ 7 ຄົນ ທີ່ຈັດຂຶ້ນໃນວັນທີ 15-16 ເມສາ 2016 ຢູ່ສະໜາມກີລາ Yio Chu Kang Stadium ປະເທດສິງກະໂປ ເຊິ່ງມີທີມຊາດນັກກີລາຣັກບີ້ປະເທດອາຊຽນ ເຂົ້າຮ່ວມແຂ່ງຂັນຄື ສິງກະໂປ (ເຈົ້າພາບ) ບຣູໄນ ອິນໂດເນເຊຍ ມາເລເຊຍ ຟີລິບປິນ ໄທ ແລະ ລາວ ຜ່ານການແຂ່ງຂັນ ປາກົດວ່າ ທີມຊາດຣັກບີ້ລາວ (ຊາຍ) ສາມາດຍາດໄດ້ອັນດັບທີ 4 ແລະ ທີມເພດຍິງ ສາມາດຍາດໄດ້ອັນດັບທີ 5.

ພິທີຖະແຫຼງກ່ຽວກັບຜົນສໍາເລັດໃນການເດີນທາງເຂົ້າຮ່ວມແຂ່ງຂັນຣັກບີ້ອາຊຽນ 2016 ຂອງນັກກີລາທີມຊາດລາວດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ມີນາ 2016 ທີ່ສະມາຄົມນັກຂ່າວ ແຫ່ງ ສປປ.ລາວ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ.ລາວ ທ່ານ ວິລະຢຸດ ຣາຕີກຸນ  ປະທານສະຫະພັນຣັກບີ້ແຫ່ງຊາດລາວ ມີບັນດານັກກີລາ ແລະ ສື່ມວນຊົນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານປະທານສະຫະພັນຣັກບີ້ແຫ່ງຊາດລາວ ໄດ້ກ່າວວ່າ ລະດູການແຂ່ງຂັນຣັກບີ້ອາຊຽນ ປະເພດ 7 ຄົນ ທີ່ຈັດຂຶ້ນຢູ່ປະເທດສິງກະໂປໃນປີນີ້ ທາງສະຫະພັນຣັກບີ້ ໄດ້ສົ່ງທີມຊາດທັງປະເພດທີມຊາຍ ແລະ ເພດຍິງເຂົ້າຮ່ວມແຂ່ງຂັນ ທີ່ຈັດຮ່ວມກັນໃນລາຍການ HSBC World Rugby Singapore Sevens ເຊິ່ງເປັນການແຂ່ງຂັນລະດັບໂລກ ແລະ ຈະຊ່ອຍໃຫ້ນັກກີລາໃນອາຊຽນໄດ້ເຫັນການແຂ່ງຂັນລະດັບສູງ ເຊິ່ງສາມາດນໍາໄປພັດທະນາວົງການກີລາຣັກບີ້ໃຫ້ມີປະສົບການດີຂຶ້ນ ການແຂ່ງຂັນດັ່ງກ່າວແມ່ນການຮ່ວມມືລະຫວ່າງ ສະຫະພັນຣັກບີ້ໂລກ ແລະ ສະຫະພັນຣັກບີ້ອາຊີ ຮວມມີ 14 ທີມເຂົ້າຮ່ວມ ໃນນັ້ນ ປະເພດທີມຊາຍມີ 8 ທີມ ແລະ ປະເພດທີມຍິງມີ 6 ທີມ ຈາກ 7 ປະເທດ ສໍາລັບທີມຊາດລາວກໍໄດ້ລົງສະໜາມແຂ່ງຂັນນັດທໍາອິດພົບກັບທີມຊາດບຣູໄນ ແລະ ສາມາດເອົາຊະນະໄປດ້ວຍຄະແນນ 36-7 ຈຸດ ແຕ່ວ່ານັດຕໍ່ມາບໍ່ສາມາດຕ້ານທານແຮງກົດດັນຈາກເຈົ້າພາບສິງກະໂປ ເຮັດໃຫ້ເສຍດ້ວຍຄະແນນ 31-0 ຈຸດ ເຖິງຢ່າງໃດກໍຕາມ ທີມຊາດນັກກີລາຣັກບີ້ລາວ ກໍກັບມາເອົາຊະນະທີມອິນໂດເນເຊຍ ໄປດ້ວຍຄະແນນ 45-0 ຈຸດ ແລະ ເຂົ້າຮອບໄປຊິງເອົາອັນດັບທີ 3 ກັບປະເທດຟີລິບປິນ ເຊິ່ງກໍເສຍໃຫ້ປະເທດຟີລິບປິນ ໄປດ້ວຍຄະແນນ 40-5 ຈຸດ ແລະ ທີມຊາດລາວ ສາມາດຍາດພຽງອັນດັບທີ 4 ຂອງແຂ່ງຂັນໃນລາຍການນີ້.
ສ່ວນຜົນຂອງການແຂ່ງຂັນປະເພດທີມຍິງ ແມ່ນໂຊກບໍ່ດີປານໃດ ເພາະຢູ່ສາຍດຽວກັນກັບທີມເຈົ້າຂອງຫຼຽນຄໍາ ຄືປະເທດໄທ ແລະ ທີມເຈົ້າພາບສິງກະໂປ ເຈົ້າຂອງຫຼຽນເງິນໃນການແຂ່ງຂັນກີລາຊີເກມໃນປີທີ່ຜ່ານມາ ເຊິ່ງການແຂ່ງຂັນຂອງທີມຍິງລາວ ນັດທໍາອິດເສຍໃຫ້ກັບທີມປະເທດໄທ ດ້ວຍຄະແນນ 34-0 ຈຸດ ແລະ ນັດທີ 2 ແມ່ນລົງສະໜາມເສຍໃຫ້ເຈົ້າພາບສິງກະໂປ ດ້ວຍຄະແນນ 28-7 ຈຸດ ແລະ ທີມຍິງລາວ ກໍສາມາດເອົາຊະນະທີມປະເທດອິນໂດເນເຊຍ ແລະ ຍາດເອົາໄດ້ອັບດັບທີ 5 ຂອງການແຂ່ງຂັນ ພິເສດ ນາງ ວຽງສະໄໝ ສຸກສະຫັວນ ທີມນັກກີລາຣັກບີ້ຍິງລາວ ສາມາດຄວ້າລາງວັນຜູ້ຫຼິ້ນດີເດັ່ນໃນການແຂ່ງຂັນລາຍການນີ້ໄປຄອງ.
ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...