spot_img
Homeຂ່າວພາຍ​ໃນບໍລິສັດ ຫົງເກັງ ຜະລິດຊືນຈາກໝໍ້ໄຟເກົ່າ ສົ່ງຂາຍຕ່າງປະເທດ ປີໜຶ່ງໄດ້ຫຼາຍພັນໂຕນ!

ບໍລິສັດ ຫົງເກັງ ຜະລິດຊືນຈາກໝໍ້ໄຟເກົ່າ ສົ່ງຂາຍຕ່າງປະເທດ ປີໜຶ່ງໄດ້ຫຼາຍພັນໂຕນ!

Published on

ມາ​ຮອດ​ປັດຈຸບັນ​ນີ້ ໄດ້​ມີ​ຫຼາຍກວ່າ 40 ຫົວໜ່ວຍ​ທຸລະ​ກິດ ທັງພາຍ​ໃນ ແລະ ຕ່າງປະເທດ​ ໄດ້ມາ​ລົງທຶນ​ສ້າງຕັ້ງ​ບໍລິສັດ ແລະ ໂຮງ​ຈັກ-ໂຮງງານ​ຢູ່​ພື້ນ​ທີ່​ນິຄົມອຸດສາຫະກຳ ແລະ ການ​ຄ້າ ໂນນ​ທອງ ເມືອງ​ໄຊ​ທານີ ນະຄອນ​ຫຼວງ​ວຽງ​ຈັນ ອັນ​ໄດ້​ເຮັດ​ໃຫ້ບັນຍາກາດ​ການ​ລົງທຶນ​ຢູ່​ບໍລິເວນດັ່ງກ່າວ​ມີ​ຄວາມ​ຄຶກຄື້ນ ແລະ ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່ແຮງ​ງານ​ລາວ​ເປັນ​ຈຳນວນ​ບໍ່ໜ້ອຍ ໃນ​ນັ້ນ ກໍ່​ມີ​ບໍລິສັດ ຫົງ​ເກັງ ຟື້ນ​ຟູ​ປຸງ​ແຕ່ງ​ຊັບພະຍາກອນ​ໂລຫະ ຈຳກັດ ຂອງ​ນັກທຸລະກິດ​ຈີນ ທີ່​ເປັນ​ບໍລິສັດ​ໜຶ່ງ​ດຳເນີນ​ທຸລະກິດ​ປຸງ​ແຕ່ງ​ຊືນ​ຈາກ​ໝໍ້​ໄຟ​ເກົ່າ ເສດ​ໂລຫະ​ຊືນ ຂາງ ຢາງ ທອງ ແຜ່ນ​ວົງ​ຈອນ​ຂອງ​ເອ​ເລັກ​ໂຕຣນິກ​ເກົ່າ ໃຊ້​ງານ​ແລ້ວ ແລະ ໂລຫະ​ອື່ນໆ ທີ່​ນຳ​ເຂົ້າ​ຈາກ​ຕ່າງ​ປະເທດ ແລະ ພາຍ​ໃນ​ຈຳນວນ​ໜຶ່ງ ເພື່ອ​ມາ​ຜະລິດ​ແລ້ວ​ສົ່ງ​ອອກ​ໄປຕ່າງປະເທດ.

ທ່ານ ໂຈ​ຈຽງ​ຊຸຍ ຜູ້​ອຳນວຍການ​ບໍລິສັດ ຫົງ​ເກັງ ຟື້ນ​ຟູປຸງແຕ່ງ​ຊັບພະຍາກອນ​ໂລຫະ ຈຳກັດ ໄດ້​ໃຫ້​ສຳພາດ​ວ່າ: ບໍລິສັດໄດ້​ດຳເນີນ​ທຸລະ​ກິດມາ​ແຕ່​ປີ 2015 ເປັນຕົ້ນ​ມາ ເຊິ່ງ​ດຳເນີນທຸລະ​ກິດ​ຫຼອມ​ຊືນ​ສຳເລັດ​ຮູບ ແລະ ບົດ​ຢາງ ສົ່ງ​ອອກ​ຕ່າງ​ປະເທດ ສຳລັບ​ວັດຖຸ​ດິບ​ທີ່​ນຳ​ມາ​ຜະລິດ​ແມ່ນ​ປະເພດ​ໝໍ້​ໄຟ​ເກົ່າ​ທີ່​ນຳເຂົ້າ​ຈາກ​ ຕ່າງປະເທດ ແລະ ຢູ່ພາຍ​ໃນ​ປະເທດ​ຈຳນວນ​ໜຶ່ງ ​ມາແຍກ​ເປັນ​ຊິ້ນ​ສ່ວນ​ແລ້ວ​ນຳ​ມາຫຼອມ ເພື່ອ​ຜະລິດ​ເປັນ​ຜະລິດ​ຕະພັນ​ສຳເລັດ​ຮູບ​ສົ່ງ​ອອກ​ຕ່າງ​ປະເທດ ຜະລິດ​ຕະ​ພັນ​ຊືນ ສາມາດຜະລິດ​ໄດ້​ສະເລ່ຍ 30 ໂຕນ​ຕໍ່​ມື້ ຫຼື ປະມານ 10.000 ໂຕນ​ຕໍ່​ປີ ແລະ ຢາງ​ບົດ 10 ໂຕນຕໍ່​ມື້ ນອກຈາກນີ້ ຍັງ​ສາມາດ​ຜະລິດ​ເສດ​ຂີ້ເທົ່າທີ່​ໄດ້​ຈາກ​ການ​ເຜົາ​ໄໝ້ ​ສະໜອງໃຫ້​ໂຮງງານ​ຜະລິດ​ຊີມັງ​ຢູ່​ລາວ ເພື່ອ​ປະສົມ​ກັບ​ຊີມັງ ໄດ້​ປະມານ 1,6 ໂຕນ​ຕໍ່​ມື້ ໃນ​ວັດຖຸ​ດິບ​ທີ່​ເປັນໝໍ້​ໄຟ​ເກົ່າ 1 ໂຕນ ຈະ​ຜະລິດ​ໄດ້ຊືນ 63% ຢາງ​ບົດ 8% ແລະ ຝຸ່ນ​ຂີ້ເທົ່າ 29% ພາຍ​ໃນ​ບໍລິສັດ ມີແຮງ​ງານ​ປະມານ 40 ຄົນ ໃນນັ້ນເປັນ​ແຮງ​ງານ​ຄົນ​ລາວ​ປະມານ 80% ອັນ​ໄດ້​ສ້າງ​ວຽກເຮັດ​ງານ​ທຳ ແລະ ລາຍ​ຮັບ​ໃຫ້ແກ່​ປະຊາຊົນ​ລາວ.

ທ່ານ ໂຈ​ຈຽງ​ຊຸຍ ຍັງ​ກ່າວຕື່ມ​ວ່າ: ຕໍ່​ກັບ​ບັນຫາ​ສິ່ງ​ແວດລ້ອມ ທາງ​ບໍລິສັດ​ໄດ້​ປະຕິບັດຕາມ​ກົດໝາຍ​ສິ່ງແວດລ້ອມຂອງ ​ສປປ ລາວ ຢ່າງ​ເຂັ້ມ​ງວດ ໂດຍ​ໄດ້​ນຳ​ໃຊ້​ອຸປະກອນ​ທີ່​ທັນ​ສະໄໝ ​ເຂົ້າ​ໃນ​ການ​ກັ່ນ​ຕອງ​ມົນ​ລະພິດ​ຈາກ​ໂຮງງານ ບໍ່​ວ່າ​ຈະ​ເປັນຄວັນ ສຽງ ແລະ ນ້ຳ​ເປື້ອນ​ຈາກໂຮງງານ​ ດ້ວຍ​ການ​ກັ່ນ​ຕອງ​ຫຼາຍຂັ້ນ​ຕອນ​ຜ່ານ​ລະບົບ​ຕ່າງໆ ເປັນຕົ້ນກໍ່​ແມ່ນ​ລະບົບ​ນ້ຳ ເຮັດ​ໃຫ້ຄວັນ​ທີ່​ປ່ອຍ​ອອກ​ຈາກ​ໂຮງງານເປັນ​ສີຂາວ ລະບົບ​ກິ່ນ​ມີ​ໜ້ອຍ​ທີ່ສຸດ ນ້ຳ​ເປື້ອນ​ໄດ້​ຮັບ​ການ​ບຳບັດຢູ່​ພາຍ​ໃນ​ໂຮງງານເປັນ​ນ້ຳ​ສະອາດ ​ເພື່ອ​ໝູນ​ໃຊ້​ຕໍ່ ສ່ວນ​ທີ່​ເຫຼືອໃຊ້​ປ່ອຍ​ອອກ​ຈາກ​ໂຮງງານ ​ໄປ​ສູ່ຄອງ​ລະບາຍ​ນ້ຳ​ທີ່ຢູ່​ໃນ​ເຂດ​ບໍ​ລິເວນ​ພື້ນ​ທີ່​ນິຄົມ​ກໍ່​ມີ​ໜ້ອຍ​ ທີ່​ສຸດ ແລະ ນ້ຳ​ເປື້ອນ​ທີ່​ປ່ອຍ​ໄປ​ກໍ່​ບໍ່​ມີສານພິດ​ທີ່​ຕົກ​ຄ້າງ ທີ່​ຈະ​ເປັນ​ຜົນກະທົບ​ຕໍ່​ສິ່ງແວດລ້ອມ​ອ້ອມ​ຂ້າງແຕ່​ຢ່າງໃດ ເປັນຕົ້ນ ຕໍ່​ປະຊາຊົນທີ່​ອາໄສ​ຢູ່​ອ້ອມ​ຂ້າງ ແລະ ຕໍ່​ພື້ນທີ່​ການ​ຜະລິດ​ກະສິກຳ​ຂອງ​ຊາວກະສິກອນ ນອກຈາກ​ນີ້​ແລ້ວ ທາງ​ບໍລິສັດ​ຍັງ​ໄດ້​ເອົາໃຈໃສ່​ເນັ້ນຄວາມ​ສະອາດ​ຢູ່​ພາຍ​ໃນ​ໂຮງງານ ເພື່ອ​ບໍ່​ໃຫ້​ມີ​ຜົນ​ກະທົບ​ຕໍ່​ສຸຂະ​ພາບ​ຂອງ​ແຮງ​ງານ​ກຳ​ມະກອນ​ທີ່​ເຮັດ​ ວຽກ​ຢູ່​ບໍລິສັດ ແລະ ຜ່ານ​ມາ​ກໍ່​ມີ​ຫຼາຍ​ພາກສ່ວນ​ກ່ຽວຂ້ອງ​ຂອງ​ລັດ ແລະ ອຳນາດ​ການປົກຄອງ​ທ້ອງຖິ່ນ ໄດ້​ມາ​ກວດກາຕິດຕາມ​ບັນຫາ​ສິ່ງແວດລ້ອມຢ່າງ​ເປັນ​ປະຈຳ ແລະ ກໍ່​ໄດ້​ຄຳຕອບ​ວ່າ​ລະບົບ​ການ​ຜະລິດ​ຂອງໂຮງງານ​ແມ່ນ​ໄປ​ຕາມ​ຂັ້ນ​ຕອນ ບໍ່​ມີ​ຜົນ​ກະທົບ​ຕໍ່​ສິ່ງແວດລ້ອມອ້ອມ​ຂ້າງ​ແຕ່​ຢ່າງໃດ ຈຶ່ງ​ເຮັດ​ໃຫ້ທຸລະ​ກິດ​ຂອງ​ໂຮງງານ​ດຳເນີນກິດຈະການ​ມາ​ຮອດ​ປັດຈຸບັນ​ນີ້.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...