Home​ຂ່າວທ່ອງທ່ຽວສູນ​ອະ­ນຸ​ຮັກ​ຊ້າງ​ລາວ​ອ່າງ​ນໍ້າຕຽນແຫຼ່ງ​ຮຽນ​ຮູ້ ແລະ ທີ່​ທ່ອງ​ທ່ຽວ

ສູນ​ອະ­ນຸ​ຮັກ​ຊ້າງ​ລາວ​ອ່າງ​ນໍ້າຕຽນແຫຼ່ງ​ຮຽນ​ຮູ້ ແລະ ທີ່​ທ່ອງ​ທ່ຽວ

Published on

ສະ­ຖານ­ທີ່​ອະ­ນຸ​ຮັກ​ຊ້າງ​ລາວ​ອ່າງນໍ້າ​ຕຽນ​ເມືອງ ແລະ​ ແຂວງ​ໄຊ​ຍະ​ບູ​ລີ ເປັນ​ສະ­ຖານ­ທີ່​ທ່ອງ​ັ​ທ່ຽວ​ໃນ​ຮູບ​ແບບ​ອະນຸ​ຮັກ​ຊ້າງ ການ​ດຳ­ລົງ​ຊີ­ວິດ​ຂອງ​ຊ້າງ ໂດຍ​ຜູກ​ພັນ​ວິ­ຖີ​ຊີ­ວິດ​ຄົນ​ກັບ​ຊ້າງ ແລະ ​ຍັງເປັນ​ການ​ອະ­ນຸ​ຮັກ​ສິ່ງ­ແວ­ດລ້ອມ​ຕື່ມ​ອີກ.

ຕາມ​ການ​ລາຍ​ງານ​ຂອງ​ຄະ­ນະ​ຮັບ­ຜິດ­ຊອບ​ສູນ​ອະ­ນຸ­ລັກ​ຊ້າງ​ລາວ​ອ່າງ​ນ້ຳຕຽນ​ເມືອງ ແລະ​ແຂວງ​ໄຊ​ຍະ​ບູ​ລີໃຫ້​ຮູ້ ວ່າ: ສະ­ຖານ­ທີ່​ອະ­ນຸ​ຮັກ​ຊ້າງ​ລາວ​ເປັນໂຄງ­ການ​ມີ​ເປົ້າ​ໝາຍ​ໃນ​ການ​ອະ­ນຸ​ຮັກຊ້າງ ແລະ​ທຳ​ມະ​ຊາດ, ສິ່ງ­ແວ­ດລ້ອມ ຈິ່ງກາຍ­ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ສຳ­ຄັນ​ຂອງ ແຂວງ​ໄຊ​ຍະ​ບູ​ລີ ເພື່ອ​ຕອບ​ສະ­ໜອງ​ຕາມແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ​ໃນການ​ພັດ­ທະ­ນາ​ອຸດ­ສາ­ຫະ­ກຳ​ການ​ທ່ອງທ່ຽວ​ໃຫ້​ກາຍ­ເປັນ​ເສົາ­ຄ້ຳ​ອັນ​ສຳ­ຄັນຂອງ​ເສດ­ຖະ­ກິດ​ແຂວງ​ໄຊ​ຍະ​ບູ​ລີ.

ສຳ­ລັບ​ແຫຼ່ງ​ທ່ອງ​ທ່ຽວ​ອະ­ນຸ​ຮັກ​ຊ້າງແມ່ນ​ໄດ້​ພັດ­ທະ­ນາ​ມາ​ແຕ່​ປີ 2011 ຫ່າງຈາກ​ເທ­ສະ​ບານ​ເມືອງ​ໄຊ​ຍະ​ບູ​ລີ​ໄປ​ທາງ ທິດ­ຕາ­ເວັນ­ຕົກ 4 ກິ​ໂລ​ເເມັດ ມີ​ເນື້ອ­ທີ່ ທັງ​ໝົດ 105 ເຮັກ­ຕາ ໃນ​ນີ້​ກິດ­ຈະ­ກຳ​ທີ່ໜ້າ​ສົນ­ໃຈ​ແມ່ນ​ຂີ່​ເຮືອ​ຊົມ​ທຳ​ມະ​ຊາດ​ສະຖານ​ທີ່​ລ້ຽງ​ຊ້າງ​ນ້ອຍ, ສະ­ຖານ­ທີ່​ປະ­ສົມພັນ​ຊ້າງ, ຫໍ​ພິ​ພິ​ທະ​ພັນ​ຊ້າງ, ການ​ຮັກ­ສາອະ­ນຸ​ຮັກ​ຊ້າງ  ແລະ​ການ​ເກືອ​ຊ້າງ, ມີ​ທີ່​ພັກ ແລະ​ ຮ້ານ​ອາ­ຫານ​ໄວ້​ບໍ­ລິ­ການ​ຄົບ​ຊຸດ.

ໃນ​ປີ­ຜ່ານ­ມາ​ນີ້​ິ​ແຫຼ່ງ​ທ່ອງ​ທ່ຽວ​ດັ່ງກ່າວ​ສາ­ມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກຕ່າງ­ປະ­ເທດ​ເຂົ້າ​ມາ​ທ່ຽວ​ຊົມ​ກິດ​ຈະກຳ​ຂອງ​ຊ້າງ​ທັງ​ໝົດ 1.300 ກວ່າ​ຄົນໂດຍ​ສ້າງ​ລາຍ​ຮັບ​ເຖິງ 1,3 ແສນ​ໂດ​ລາ ໂດຍ​ຢູ່​ມີ​ຊ້າງ​ທັງ​ໝົດ 12 ໂຕ ໃນ​ນີ້ ຊ້າງ ຂອງ​ສູນ 7 ໂຕ ແລະ​ຊ້າງ​ເຊົ່າ​ມາ 5 ໂຕ.
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...