Homeຂ່າວພາຍ​ໃນປີ​ນີ້​ໄຊ​ຍະ​ສົ່ງ​ອອກ​ສິນ­ຄ້າ​ກະ­ສິ­ກຳ ທະ­ລຸ​ແລ້ວ 25,4 ຕື້​ກີບ

ປີ​ນີ້​ໄຊ​ຍະ​ສົ່ງ​ອອກ​ສິນ­ຄ້າ​ກະ­ສິ­ກຳ ທະ­ລຸ​ແລ້ວ 25,4 ຕື້​ກີບ

Published on

ໄຊ​ຍະ​ບູ​ລີ​ເປັນ​ແຂວງ​ໜື່ງ​ທີ່​ມີ​ທ່າແຮງ​ໃນ​ການ​ຜະ­ລິດ​ກະ­ສິ­ກຳ​ເປັນ​ສິນຄ້າ​ຂະ­ຫຍາຍ­ຕົວ​ດີ​ ເຊິ່ງ​ທົ່ວ​ແຂວງ​ມີ​ເນື້ອ­ທີ່​ປູກ​ພືດ​ເປັນ​ສິນ­ຄ້າ​ທັງ​ໝົດ 1,17 ແສນເຮັກ­ຕາ ຜົນ​ຜະ­ລິດ​ໄດ້​ທັງ​ໝົດ 8,96 ແສນ​ໂຕນ.

ທ່ານ ສົມ​ຈິດ ຈັນ­ທະ​ວົງ ຫົວ­ໜ້າພະ​ແນກ​ກະ­ສິ­ກຳ ແລະ ​ປ່າ­ໄມ້​ແຂວງ​ໄດ້ໃຫ້​ຮູ້​ວ່າ: ໃນ 6 ເດືອນ​ຕົ້ນ​ປີສົກ 2015-2016 ນີ້​ແຂວງ​ໄຊ​ຍະ​ບູ​ລີ​ສາ­ມາດ​ສົ່ງອອກ​ສິນ­ຄ້າ​ກະ­ສິ­ກຳ​ຕາມ​ດ່ານ​ສາ­ກົນ​ມີມູນ​ຄ່າ​ທັງ​ໝົດ 3,177 ລ້ານ​ໂດ​ລາຫຼືປະ­ມານ 25,4 ຕື້​ກີບ ໃນ​ນີ້​ສາ­ລີ 28,7 ພັນ​ໂຕນ​ມູນ​ຄ່າ 1,3 ແສນ​ໂດ​ລາ, ແກ່ນ ສາ­ລີ​ມີ 4,6 ພັນ​ໂຕນມູນ​ຄ່າ 46,1 ພັນ​ໂດ​ລາ, ໝາກ­ງາ 714 ກວ່າ​ໂຕນ ມູນ​ຄ່າ 4,49 ແສນ​ໂດ​ລາ, ແປ້ງ​ມັນ­ຕົ້ນ 8,2 ພັນ​ໂຕນ ມູນ​ຄ່າ 8,76 ແສນ​ໂດ​ລາ, ໝາກ​ຕາວ 92 ກວ່າ​ໂຕນ ມູນ​ຄ່າ 11,1 ພັນ​ໂດ​ລາ, ໝາກ­ເດືອຍ 4,2 ພັນ​ໂຕນ ມູນ​ຄ່າ 3,5 ແສນ​ໂດ​ລາ, ຂີ້​ເລື່ອຍ 581 ກວ່າ​ໂຕນ​ມູນ​ຄ່າ 15,4 ພັນ​ໂດ​ລາ, ໝາກ­ແຕງ​ດອງ 455 ໂຕນ ກວ່າ​ມູນ​ຄ່າ 22,3 ພັນ ໂດ​ລາ, ຖົ່ວ­ດິນ 534 ກວ່າ​ໂຕນ ມູນ​ຄ່າ 68,7 ພັນ​ໂດ​ລາ, ກາ­ເຟ 339 ໂຕນ​ກວ່າ ມູນຄ່າ 684 ໂດ​ລາ, ປໍ​ສາ 31 ກວ່າ​ໂຕນ ມູນ​ຄ່າ 8,8 ໂດ​ລາ.

ຂະ­ນະ​ທີ່​ການ​ນຳ​ເຂົ້າ​ສິນ­ຄ້າ​ຈາກຕ່າງ­ປະ­ເທດ​ມີ​ມູນ​ຄ່າ​ທັງ​ໝົດ 41,570 ໂດ​ລາ ໃນ​ນີ້ ​ມີ​ໝາກ​ໄມ້​ເກືອບ 42 ໂຕນມູນ​ຄ່າ 33,4 ພັນ​ໂດ​ລາ, ຜັກ​ຕ່າງໆ ເກືອບ 11 ໂຕນ ມູນ​ຄ່າ 6,5 ພັນ​ໂດ​ລາ ແລະ ເບ້ຍ​ໄມ້ 1,8 ພັນ​ເບ້ຍ ມູນ​ຄ່າ 1,5 ພັນ​ໂດ​ລາ.

ທ່ານ ສົມ​ຈິດ ຈັນ­ທະ​ວົງ ຍັງ​ໄດ້​ກ່າວ ຕື່ມ​ວ່າ​ໃນ 6 ເດືອນ​ທ້າຍ​ປີ​ໄຊ​ຍະ​ບູ​ລີຕ້ອງ​ໄດ້​ສູ້​ຊົນ​ໃນ​ການ​ຜະ­ລິດ​ສິນ­ຄ້າ​ກະສິ​ກຳ​ເພື່ອ​ສົ່ງ​ອອກ​ໂດຍ​ເລັ່ງ​ໃສ່​ປະ­ເພດສິນ­ຄ້າ​ຫຼັກ​ເຊັ່ນ: ເຂົ້າ­ໜຽວ, ເຂົ້າ­ຈ້າວ ແລະ​ເຂົ້າ​ແນວ​ພັນ​ຂອງ​ຈີນ​ເພື່ອ​ຜະ­ລິດສົ່ງ​ອອກ​ໃຫ້​ໄດ້ 40 ພັນ​ໂຕນ, ມັນ­ຕົ້ນໃຫ້​ໄດ້ 11,5 ພັນ​ເຮັກ­ຕາ ຜົນ​ຜະ­ລິດ 3,68 ພັນ​ໂຕນ ສຸມ​ໃສ່ 4 ເມືອງ​ໃຕ້ສາ­ລີ ອາ­ຫານ​ສັດ​ໃນ​ເນື້ອ­ທີ່ 59,3 ພັນເຮັກ­ຕາ ຜົນ​ຜະ­ລິດ 3,6 ແສນ​ໂຕນ ໂດຍຈະ​ສູມ​ໃສ່​ປູກ​ຢູ່ເມືອງ​ປາກ​ລາຍ, ແກ່ນທ້າວ, ບໍ່​ແຕນ, ທົ່ງ​ມີ​ໄຊ ແລະ​ເມືອງຄອບ​ເພື່ອ​ປ້ອນ​ໂຮງ­ງານ​ອາ­ຫານ​ສັດ.

ສ່ວນ​ໝາກ­ເດືອຍ​ໃນ​ເນື້ອ­ທີ່ 23,440 ເຮັກ­ຕາ ຜົນ​ຜະ­ລິດ 63,2 ພັນ​ໂຕນ, ປູກຖົ່ວ​ຕ່າງໆ​ໃນ​ເນື້ອ­ທີ່ 6,3 ພັນ​ເຮັກ­ຕາ ຜົນ​ຜະ­ລິດ 10,685 ໂຕນ ໂດຍ​ເລັ່ງປູກ​ສະ­ຫຼັບ​ກັບ​ສາ­ລີ​ໃນ​ການ​ປູກ​ຮອບ​ທີ 2 ແລະ​ ການ​ປູກ​ໃນ​ລະ­ດູ­ແລ້ງ.

ທີ່ມາ: logo

ຕິດຕາມຂ່າວເສດຖະກິດ-ສັງຄົມລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...