Homeຄລິບ-ວິດີໂອວິທີການຂະຫຍາຍພັນໝາກນາວດ້ວຍໃບ ແມ່ພັນ 1 ຕົ້ນ ຂະຫຍາຍໄດ້ນັບພັນກິ່ງ

ວິທີການຂະຫຍາຍພັນໝາກນາວດ້ວຍໃບ ແມ່ພັນ 1 ຕົ້ນ ຂະຫຍາຍໄດ້ນັບພັນກິ່ງ

Published on

ສຳລັບຄອບຄົວທີ່ເຮັດກະສິກຳການປູກໝາກນາວເປັນສິນຄ້າ ຫຼື ຄົນທົ່ວໄປທີ່ຕ້ອງການມີຄວາມຮູ້ກ່ຽວກັບການຂະຫຍາຍພັນໝາກນາວຕ້ອງອ່ານທາງນີ້

ກະສິກຳວັນນີ້ ລາວໂພສຕ໌ ມີຄວາມຮູ້ໃໝ່ກ່ຽວກັບການຂະຫຍາຍພັນໝາກນາວມາຝາກ ເຊິ່ງປັເຈຸບັນການຂະຫຍາຍພັນໝາກນາວ, ໝາກຂີ້ຫູດບໍ່ຈະເປັນຕ້ອງນຳກ້ານກິ່ງມັນມາເຮັດກໍ່ແຕ່ ແຕ່ເຮົາຈະໃຊ້ວິທີນຳໃບຂອງມັນມາການເປັນແນວພັນໄດ້ເຊັ້ນດຽວກັນ ເຊິ່ງວິທີດັ່ງກ່າວນີ້ໄດ້ຖືຄົ້ນຄ້ວາຂຶ້ນໂດຍ ທ່ານ ສຸຣະໄຊ ສະມັນຕະຣັດ ຫຼື ຄູ ຕິ່ງ ແຫ່ງ ສູນການຮຽນຮູ້ເສດຖະກິດພໍພຽງຕົ້ນແບບ ທ. ກ. ສ  

ສຳລັບຫຼັກການທີ່ຈະຂະຫຍາຍພັນໝາກນາວດ້ວຍໃບ ຄວນຈະຂະຫຍາຍຈາກແມ່ພັນທີ່ມີອາຍຸ 4 ປີ ເພາະເປັນໄລຍະເວລາໝາກນາວເຕີບໃຫຍ່ສົມບູນແບບ ແຕ່ກ່ອນຈະຂະຫຍາຍນັ້ນຕອ້ງບຳລຸງຕົ້ນໝາກນາວໃຫ້ມີຄວາມສົມບູນໂດຍການໃສ່ສູດສະເໝີ 15-15-15 ຫຼື 16-16-16 ໃຫ້ຕົ້ນໝາກນາວໄດ້ສະສົມອາຫານຢ່າງເຕັມທີ່ຢ່າງໜ້ອຍ 3 ເດືອນ ຈາກນັ້ນນຳໃບມັນມາກຳເບິ່ງ ຖ້າໃບມັນກອບ ສະແດງວ່າໄດ້ສະສົມສານອາຫານຢ່າງເຕັມທີ່ແລ້ວ ສ່ວນໃບທີ່ອ່ອນນິ້ມ ສະແດງວ່າອາຫານຍັງບໍ່ພຽງພໍ

ສ່ວນການເລືອກໃບທີ່ຈະຂະຫຍາຍພັນ ຄູຕິ່ງບອກວ່າ ສາມາດນຳໄປຂະຫຍາຍໄດ້ທຸກໃບ ແຕ່ດີທີ່ສຸດຄືໃບເຄິ່ງແກ່ເຄິ່ງອ່ອນ (ໃບປານກາງບໍ່ແກ່ຫຼາຍບໍ່ອ່ອນຫຼາຍ) ປະມານວ່າຢູ່ຕ່ຳຈາກຍອດປະມານ 3-5 ໃບ ຕົ້ນແມ່ພັນໝາກນາວໜຶ່ງຕົ້ນ ຈະສາມາດຂະຫຍາຍພັນໄດ້ນັບເປັນພັນໆຕົ້ນ ເຊິ່ງນັ້ນກໍ່ຂຶ້ນຢູ່ກັບຄວາມສົມບູນຂອງຕົ້ນແມ່ພັນເຊັ່ນກັນ ການໃຊ້ເວລາຂະຫຍາຍພັນໝາກນາວດ້ວຍໃບນັບຕັ່ງແຕ່ເລີ່ມຈົນປູກລົງດິນ ໃຊ້ເວລາທັງໝົດ 2-3 ເດືອນ ແຕ່ຖ້າເປັນໝາກຂີ້ຫູດອາດໃຊ້ເວລາຫຼາຍກ່ວາ ຫຼື ອາດເຖິງ 4-5 ເດືອນ ເປັນຕົ້ນ

001 (1)ສຳລັບການຂະຫຍາຍພັນໝາກນາວດ່ວຍໃບຕາມສະບັບຂອງ ຄູຕິ່ງ ມີດັ່ງນີ້:

1.ນຳກາບໝາດພ້າວມາຕັດເປັນທ່ອນຍາວປະມານ 2.5-3 ຊມ.ນຳໄປແຊ່ໄວ້ໃນນ້ຳຈົນຊຸ່ມ ເອົາຄ້ອນທຸບຈົນກາບພາກພ້າວນຸ້ມຂຶ້ນ ເພື່ອງ່າຍຕໍ່ການຫໍ່ເປັນທ່ອນ 

2.ເມື່ອໄດ້ກາບໝາກພ້າວທີ່ນຸ້ມແລ້ວ ນຳມາຫໍ່ມ້ວນເປັນທ່ອນ ຫັດໜັງຢາງຫົວທ້າຍ ແລ້ວນຳຕະປູແທງລົງໄປບໍລິເວນດ້ານເທິງຂອງກາບໝາກພ້າວໃຫ້ເປັນຮູ ເພື່ອລຸດການສຽດສີເວລານຳໃບສຽບລົງໄປ

3.ຕັດໃບໃຫ້ມີກ້ານດ້ານເທິງໃບເລັກໜ້ອຍ ສ່ວນດ້ານລຸ່ມກ້ານໃບໃຫ້ຍາວປະມານ 1-1.5 ຊມ.

4.ຕັດໃບອອກເຄິ່ງໜຶ່ງເພື່ອລຸດການ

5.ການຂີດເປືອກຫຸ້ມກ້ານຂອງໃບ ຫຼື ເປີດແຜຕາມຄວາມຍາວຂອງກ້ານ ເພື່ອເພີ່ມພື້ນທີ່ໃນການອອກຮາກ 1-3 ໜ້າ ຫາກບໍ່ເຮັດແບບນີ້ຮາກຈະອອກສະເພາະທາງປາຍ ຕັດເທົ່ານັ້ນ ຖືວ່າໜ້ອຍ ເຮັດໃຫ້ຕົ້ນໝາກນາວທີ່ນຳໄປປູກບໍ່ເຂງແຮງ ຖ້າຂີດເພີ່ມກໍ່ຈະເພີ່ມພື້ນທີ່ການອອກຮາກຫຼາຍຂຶ້ນນັ້ນເອງ

6.ນຳກິ່ງໃບທີ່ເປີດໜ້າແລ້ວໄປຈຸ່ມໃນນ້ຳດລັ່ງຮາກ ແລ້ວເອົາໄປຕາກລົມໃຫ້ແຫ້ງ ຖ້າບໍ່ແຫ້ງດີເມື່ອນຳໄປສຽບໃສ່ກ້ານໝາກພ້າວອາດເນົ່າໄດ້ 

7.ເມື່ອນຳໃບໝາກນາວໄປສຽບໃສ່ທ່ອນກາບໝາກພ້າວທີ່ກຽມໄວ້ຮອດ 4 ກິ່ງໃບໝາກນາວແລ້ວໃຫ້ມັດທັງ 4 ທ່ອນນັ້ນຮວມເຂົ້າກັນ ເພື່ອໃຫ້ມັນຕັ້ງໄດ້

8.ນຳທ່ອນກາບໝາກພ້າວທີ່ສຽບແລ້ວໄປຈຸ່ມນ້ຳໃຫ້ຊຸ່ມແລ້ວໃສ່ໄວ້ໃນຖົງຢາງ ແລ້ວມັດຖົງຢາງໃນລັກສະນະເຮັດຖົງຜອງໆ ເພື່ອບໍ່ໃຫ້ລົມເຂົ້າ ໂດຍບໍ່ໃຫ້ໃບນັ້ນມາດາດຖືກຖົງຢ່າງເດັດຂາດ

9.ເມື່ອໃນຖົງມີທ່ອນກາບພ້າວສຽບໃບໝາກນາວຮຽບຮ້ອຍແລ້ວ ໃຫ້ນຳຖົງດັງກ່າວໄປປະໄວ້ທີ່ກ້ອງຮົ່ມໄມ້ ໃຫ້ແດດຖືກເລັກໜ້ອຍປະມານ 1 ເດືອນ ໝາກນາວຈະເລີ່ມອອກຮາກ ຫຼື ເລີ່ມຕິດຍອດ ສ່ວນຖ້າເປັນໝາກຂີ້ຫູດແມ່ນປະມານ 3-4 ເດືອນ ຈິ່ງຈະເລີ່ມອອກຮາກ ແລະ ຕິດຍອດ ເຊິ່ງຖ້າຈະໃຫ້ສົມບູນຄວນລໍຖ້າທັງຮາກ ແລະ ຕາອອກມາທັງຄູ່ ຈິ່ງເລີ່ມນຳໄປລົງຖົງຊຳເບ້ຍໄມ້ຕໍ່ໄປໄດ້

ຫາກທ່ານອ່ານແລ້ວຍັງບໍ່ເຂົ້າໃຈສາມາດຮັບຊົມຂັ້ນຕອນການປູກໃນວິດີໂອຂ້າງລຸ່ມນີ້ໄດ້ ໝາຍເຫດ: ວິດີໂອດັ່ງກ່າວແມ່ນເປັນວິດີໂອຂອງໄທ ເພື່ອເຮັດໃຫ້ທ່ານເຂົ້າໃຈໃນການສື່ສານດ້ານພາສາງ່າຍຂຶ້ນ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...