spot_img
Homeຂ່າວພາຍ​ໃນລັດ​ຊີ້​ແຈງ​ແນວ­ທາງແກ້​ໄຂຫຼາຍ​ບັນຫາ​ຄົງ​ຄ້າງ

ລັດ​ຊີ້​ແຈງ​ແນວ­ທາງແກ້​ໄຂຫຼາຍ​ບັນຫາ​ຄົງ​ຄ້າງ

Published on

   ການ​ດຳ­ເນີນ​ກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະ​ລືກ​ຂອງ​ສະ­ພາ​ແຫ່ງຊາດ​ຊຸດ​ທີ VIII ພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງ ທ່ານ ນາງ ປາ­ນີຢາ​ທໍ​ຕູ້ ປະ­ທານ​ສະ­ພາ​ແຫ່ງ​ຊາດ ມື້​ທີ​ສອງ​ກໍ​ຄືວັນ​ທີ 21 ເມ­ສາຜ່ານ​ມາ ຊຶ່ງ​ໃນ​ຕອນ​ເຊົ້າ​ບັນ­ດາ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​ຕ່າງກໍ​ປະ­ກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ, ພ້ອມ​ມີ​ຂໍ້​ຊັກ​ຖາມບາງ​ບັນ­ຫາ​ທີ່​ຄ້າງ​ຄາ​ໃນ​ຜ່ານ​ມາ​ເພື່ອ​ໃຫ້​ລັດ­ຖະ­ບານ​ຊຸດ​ໃໝ່​ຊີ້ແຈງ, ເຖິງ​ແນວ­ທາງ​ແກ້​ໄຂ​ສະ­ເພາະ​ໜ້າ ແລະ​ຍາວ​ນານ​ເພື່ອເປັນ​ແນວ­ທາງ ແລະ​ເງື່ອນ­ໄຂ​ໃນ​ການ​ພັດ­ທະ­ນາ​ປະ­ເທດ​ຊາດຕໍ່­ໜ້າ.

   ສຳ­ລັບ​ການ​ປ່ຽນ­ແປງ ຫຼື ປັບ­ປຸງ​ການ​ສ້າງ​ແຜນ​ງົບ​ປະມານ​ລາຍ​ຮັບ-ລາຍ​ຈ່າຍທ່ານທອງ​ລຸນສີ​ສຸ​ລິດນາ­ຍົກ​ລັດຖະ​ມົນ­ຕີ​ຊີ້​ແຈງ​ວ່າ: ເພາະ​ແຜນ​ລາຍ​ຮັບ​ກັບ​ແຜນ​ລາຍ​ຈ່າຍ​ທີ່ ຜ່ານ​ມາ​ບໍ່​ຖືກ​ກັບ​ຕົວ​ຈິງ​ຄາດ​ຄະ­ເນ​ວ່າ​ຈະ​ໄດ້​ເທົ່າ​ນີ້ແຕ່​ບໍ່​ມີຖານ​ການ​ເກັບ​ລາຍ​ຮັບຂຽນ​ໃສ່​ເພາະ­ວ່າ​ຢາກ​ໄດ້​ຕາມ​ແຜນ​ອັນນີ້ ເພື່ອ​ຈະ​ມີ​ແຜນ​ໃຊ້​ຈ່າຍ​ຫຼາຍ, ບໍ່​ໄດ້​ຄຳ­ນຶງ​ເຖິງ​ການ​ເໜັງ​ຕີງ​ຂອງ​ສິນ­ຄ້າ​ສົ່ງ​ອອກ ຫຼື ວ່າ​ສິນ­ຄ້າ​ນຳ​ເຂົ້າ​ຈາກ​ພາຍ​ນອກເມື່ອເປັນ​ແນວ​ນັ້ນ​ເຮັດ​ໃຫ້​ງົບ­ປະ­ມານ​ລາຍ​ຮັບ-ລາຍ​ຈ່າຍ​ບໍ່​ດຸ່ນດ່ຽງ​ອັນ​ກ້າວ​ໄປ​ເຖິງ​ວິ​ກິດ​ທາງ​ດ້ານ​ການ​ຂາດ​ດຸນ​ງົບ­ປະ­ມານຕໍ່​ກັບ​ບັນ­ຫາ​ດັ່ງ­ກ່າວ​ພວກ​ເຮົາ​ຈະ​ພາ​ຍາ​ຍາມ​ປ້ອງ​ກັນ​ໃຫ້​ບັນ­ລຸ​ໃນ​ປີ 2017 ຫຼື 5 ປີ​ຕໍ່­ໜ້າ​ນີ້.

ບັນ­ຫາ​ທີ​ສອງ: ພວກ​ເຮົາ​ຕ້ອງ​ພະ­ຍາ­ຍາມ​ຫຼີກ­ເວັ້ນ​ຈາກຄວາມ​ຄິດ​ທີ່​ວ່າ​ຢາກ​ຈ່າຍ​ເທົ່າ​ນັ້ນຕັ້ງ­ແຕ່​ທ້ອງ­ຖິ່ນ​ຂຶ້ນ​ມາ​ຫາ​ກະຊວງ, ສຳ­ນັກ­ງານ​ອົງ­ການ​ຕ່າງໆ​ຜ່ານ​ມາ​ມີ​ແນວ​ຄິດ​ຢາກ​ຈ່າຍຫຼາຍ​ກວ່າ​ພະ­ຍາ­ຍາມ​ຊອກ​ລາຍ​ຮັບ, ສະ­ນັ້ນ​ຈິ່ງ​ຂໍ​ໃຫ້​ຢຸດ​ສະ­ເໜີຕັ້ງ­ແຕ່​ທ້ອງ­ຖິ່ນ ຫຼື ຖ້າ​ຈະ​ສະ­ເໜີ​ຕ້ອງ​ກັ່ນ​ຕອງ​ໃຫ້​ດີ​ກ່ອນ​ເພາະປະ­ຈຸ​ບັນ​ສະ­ພາບ​ທ້ອງ­ຖິ່ນ​ສະ­ດວກ​ຂຶ້ນ​ຫຼາຍ​ເນື່ອງ​ຈາ​ກວ່າ​ມີສະ­ພາ​ແຂວງ, ບັນ­ຫາ​ທີ​ສາມ: ແມ່ນ​ຈະ​ພະ­ຍາ­ຍາມ​ປັບ­ປຸງ​ແກ້ໄຂ​ດ້ານ​ພາ­ສີ​ອາ­ກອນ​ຢ່າ​ປ່ຽນ​ໄວ​ຫຼາຍ​ເດືອນ​ໜຶ່ງ​ສອງ​ເດືອນປັບ​ເທື່ອ​ໜຶ່ງ​ໄປ​ບໍ່​ທັນ​ແນ່­ນອນ​ເກັບ​ລາຍ​ຮັບ​ກໍ່​ບໍ່​ທັນ, ສັງ­ຄົມກໍ​ບໍ່​ເຂົ້າ­ໃຈ, ນອກ​ນີ້​ຍັງ​ມີ​ເລື່ອງ​ຍົກ­ເວັ້ນ​ສິນ­ຄ້າ​ນຳ​ເຂົ້າ-ສົ່ງ​ອອກ,ອັນ​ນີ້​ກໍ​ຍົກ­ເວັ້ນ​ອັນ​ນັ້ນ​ກໍ​ຍົກ­ເວັ້ນ​ສິ່ງ​ທີ່​ບໍ່​ຄວນ​ຍົກ­ເວັ້ນ​ກໍ​ຍົກເວັ້ນ​ເຮັດ​ໃຫ້​ລາຍ​ຮັບ​ຂອງ​ພວກ​ເຮົາເສຍ​ຫາຍ​ຫຼາຍ, ການ​ຍົກ­ເວັ້ນ​ບາງ​ອັນ​ສິນຄ້າ​ທີ່​ລະ­ອຽດ​ອ່ອນ​ເຂົາ​ບໍ່​ສະ­ເພາະ​ແຕ່​ໄດ້​ຍົກ­ເວັ້ນ​ຊື່ໆ​ເຂົາ​ຍັງ​ລັກ­ລອບ​ເຂົ້າ​ມາ​ຊ່ອງ​ທາງ​ຕ່າງໆ​ຫຼາຍ​ເທົ່າ.

ບັນ­ຫາ​ທີ​ສີ່: ຈະ​ປັບ­ປຸງ​ແຜນ­ການ​ລົງທຶນ​ກັບ​ງົບ­ປະ­ມານ ເພາະ­ວ່າ​ລະ­ຫວ່າງສອງ​ວຽກ​ແມ່ນ​ບໍ່​ໄປ​ນຳ​ກັນ​ເນື່ອງ​ຈາກວ່າ​ວາງ​ແຜນ​ອອກ​ໄປ​ກ່ອນ​ຄ່ອຍ​ຫາ​ເງິນມາ​ສະ­ໜອງ​ສຸດ​ທ້າຍ​ຫາ​ເງິນ​ສະ­ໜອງ​ບໍ່ໄດ້​ຕ້ອງ​ກາຍ­ເປັນ​ໜີ້ຊຶ່ງ​ຕໍ່​ກັບ​ບັນ­ຫາ​ນີ້ ຈະ​ນຳ­ໄປ​ປຶກ­ສາ​ຫາ­ລື​ກັບ​ຄະ­ນະ​ລັດ​ຖະ ບານ​ທີ່​ກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະ​ລືກຂອງ​ລັດ­ຖະ­ບານ​ຊຸດ​ໃໝ່​ທີ່​ຈະ​ມີ​ຂຶ້ນ​ໃນອະ­ນາ­ຄົດ​ອັນ​ໃກ້​ນີ້, ສ່ວນ­ວ່າ​ສາມ​ຕົວ​ຊີ້ວັດ​ໃນ​ການ​ນຳ​ເອົາ ສປປ ລາວ ອອກຈາກ​ປະ­ເທດ​ດ້ອຍ​ພັດ­ທະ­ນາ​ນັ້ນ​ແມ່ນ ຈະ​ໄດ້​ນຳ­ໄປ​ຫາ­ລື​ກັນ​ຕື່ມ, ສຸດ​ທ້າຍ​ທ່ານນາ­ຍົກ​ກໍ​ໄດ້​ສະ­ເໜີ​ໃຫ້​ສະ­ພາ​ຮັບ­ຮອງເອົາ​ຕົວ​ເລກ​ງົບ­ປະ­ມານ 5 ປີ ແລະ ຕົວເລກ​ງົບ­ປະ­ມານ 3 ເດືອນ​ປີ 2016.

ໂອ­ກາດ​ດຽວ​ກັນ​ທ່ານ ສົມ​ດີ ດວງ​ດີຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ ຊວງ​ການ​ເງິນ​ກໍ​ໄດ້​ຊີ້​ແຈງ​ຕື່ມ​ວ່າ: ສະເພາະ​ຫຼາຍໆ​ບັນ­ຫາ​ທີ່​ທາງ​ສະ­ມາ­ຊິກສະ­ພາ​ແຫ່ງ​ຊາດ​ໄດ້​ສະ­ເໜີ​ມາ​ເປັນ­ຕົ້ນແມ່ນ​ບັນ­ດາ​ມາດ­ຕະ­ຖານ​ທີ່​ຈະ​ຕ້ອງ​ໄດ້ປັບ­ປຸງ​ເຂົ້າ​ໃນ​ບົດ​ລາຍ​ງານ​ທີ່​ໄດ້​ນຳສະ­ເໜີ​ຜ່ານ​ມາ​ນັ້ນ, ສ່ວນ​ການ​ສະ­ຫຼຸບຕົວ​ເລກ​ໃນ​ແຜນ­ການ 5 ປີ­ຜ່ານ­ມາ ກັບຕົວ​ເລກ​ໃນ​ສົກ​ປີ 2015-2016 ທີ່​ບໍ່​ກົງກັນ​ນັ້ນເນື່ອງ​ຈາກ​ທາງ​ກະ­ຊວງ​ການເງິນ​ໄດ້​ປະ­ຕິ­ບັດ​ຕາມ​ກົດ­ໝາຍ​ສະ­ບັບ​ເກົ່າຈຶ່ງ​ເຮັດ​ໃຫ້​ຕົວ​ເລກ​ລາຍ​ຈ່າຍສູງ​ກວ່າແຜນ­ການ 5 ປີ, ນອກ​ນັ້ນ​ກໍ​ຍັງ​ມີ​ບັນ ດາ​ໜີ້​ສິນ​ການ​ລົງ­ທຶນ​ທີ່​ຄ້າງ​ຊຳ­ລະ​ຈຳ ນວນ 65.000 ຕື້​ກີບ, ສຳ­ລັບ​ບັນ­ຫາເງິນ​ຄັງ​ສຳ­ຮອງ​ຂອງ​ເງິນ­ເດືອນ​ລັດຖະ​ກອນ 400 ຕື້​ກີບ, ບັນ­ຫາ​ໜີ້​ສິນ​ໂຄງ ການ​ລົງ­ທຶນ​ທີ່​ຖືກ​ອະ­ນຸ­ມັດ​ກ່ອນ, ບັນຫາ​ການ​ນຳ​ໃຊ້​ທຶນ​ຈຳ­ນວນ 24.900 ຕື້​ກີບ​ເຂົ້າ​ໃນ​ໂຄງ­ການ​ລະ­ດັບ​ຊາດ, ການຮັບ­ຮອງ​ເອົາ​ໂຄງ­ການ​ລະ­ດັບ​ຊາດ ສ່ວນໂຄງ­ການ​ລົງ­ທຶນ​ກູ້​ຢືມ​ເຂົ້າ​ໃນ​ທາງ​ລົດໄຟ, ແຜນ​ງົບ­ປະ­ມານ 5 ປີ​ຄັ້ງ​ທີ VIII, ແຜນ​ດັດ­ແກ້​ການ​ຂາດ­ດູນ​ງົບ­ປະ­ມານ ຂອງ​ແຜນ​ສົກ​ປີ 2015-2016 ຈຳນວນ 6,43% ແລະ​ແຜນ​ຂ້າມ​ຜ່ານ 3 ເດືອນ​ຕົ້ນ​ຂອງ​ສົກ​ປີ 2016-2017, ການ​ຈັດ​ສັນ​ງົບ­ປະ­ມານ​ເຂົ້າ​ໃນ​ການ​ເບີກຈ່າຍ​ເງິນ­ເດືອນ​ຂອງ​ພະ­ນັກ­ງານ, ຊຶ່ງທັງ​ໝົດ​ທາງ​ກະ­ຊວງ​ການ​ເງິນ​ຍັງ​ຈະ​ໄດ້ນຳ​ເອົາ​ໄປ​ປຶກ­ສາ​ຫາ­ລື ເພື່ອ​ຈະ​ໄດ້​ຊອກ​ຫາ​ແນວ­ທາງ​ແກ້​ໄຂ​ຕື່ມ​ອີກ.

ຂະ­ນະ​ທີ່​ບັນ­ຫາ​ທີ່​ກ່ຽວ​ເຖິງ​ການ​ລົງທຶນ ທ່ານ ສຸ­ພັນ ແກ້ວ​ມີ​ໄຊ ລັດ​ຖະ​ມົນຕີ​ກະ­ຊວງ​ແຜນ­ການ ແລະ​ການ​ລົງ­ທຶນ ໄດ້​ມີ​ຄຳ​ເຫັນ​ຕໍ່​ກັບ​ຄຳ​ຊັກ​ຖາມ​ຂອງ​ສະມາ​ຊິກ​ສະ­ພາ​ໂດຍ​ຫຼາຍໆ​ປັດ​ໄຈ​ທີ່​ບັນດາ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​ໄດ້​ຍົກ​ຂຶ້ນມາ ເພື່ອ​ເຮັດ​ໃຫ້​ລັດ­ຖະ­ບານ​ແກ້​ໄຂ​ເປັນຕົ້ນ​ແມ່ນ​ບັນ­ຫາ​ການ​ຈັດ​ສັນ​ທຶນ​ເຂົ້າໃນ​ການ​ພັດ­ທະ­ນາ, ການ​ຈັດ​ສັນ​ແຜນງານ​ໃຫ້​ສອດ­ຄ່ອງ, ບັນ­ຫາ​ການ​ລົງ­ທຶນກ່ອນ​ກໍ່­ໃຫ້­ເກີດ​ເປັນ​ໜີ້, ການ​ອະ­ນຸ­ມັດ​ບັນດາ​ໂຄງ­ການ​ຕ່າງໆ​ທີ່​ເຫັນ​ວ່າ​ຍັງ​ບໍ່​ສອດຄ່ອງ​ກັບ​ນະ­ໂຍ­ບາຍ​ຂອງ​ການ​ລົງ­ທຶນ ແລະ​ບັນ­ດາ​ນະ­ໂຍ­ບາຍ​ໃນ​ການ​ສົ່ງ­ເສີມ ການ​ລົງ­ທຶນ​ອື່ນໆລວມ​ໄປ​ເຖິງ​ການ​ວາງແຜນ​ວິ­ໄສ​ທັດ​ຂອງ​ການ​ພັດ­ທະ­ນາ​ເສດຖະ​ກິດ-ສັງ­ຄົມ 5 ປີ​ຄັ້ງ​ທີVIII, ແຜນຮອດ​ປີ 2025 ແລະ​ປີ 2030 ທີ່​ທາງ ກະ­ຊວງ​ໄດ້​ນຳ​ສະ­ເໜີ​ໄປ​ແລ້ວ​ນັ້ນ​ຖື​ວ່າເປັນ​ອັນ​ລະ­ອຽດ, ແຕ່​ໃນ​ນັ້ນ​ສິ່ງ​ທີ່​ໜ້າເປັນ​ຫ່ວງ​ກໍ​ຄືການ­ຈັດ­ຕັ້ງ​ປະ­ຕິ­ບັດ ແລະ ການ​ຫັນ​ເອົາ​ແຜນ​ຍຸດ​ທະ​ສາດ​ເປັນ​ແຜນ​ປະ­ຈຳ​ປີ, ພ້ອມ​ກັນ​ນັ້ນ​ດ້ານ​ການ​ລົງ­ທຶນທີ່​ກ່ຽວ​ພັນ​ກັບ​ການ​ພັດ­ທະ­ນາ​ເສດ​ຖະກິດ-ສັງ­ຄົມຊຶ່ງ​ຈະ​ຕ້ອງ​ໄດ້​ມີ​ການ​ເລືອກແຫຼ່ງ​ທຶນ​ທີ່​ເປັນ​ໄປ​ໄດ້ແລະ​ເຮັດ​ໃຫ້​ດີກວ່າ​ເກົ່າ, ສ່ວນ​ການ​ລະ­ດົມ​ທຶນ​ແມ່ນ​ຍັງເນັ້ນ​ໃສ່​ການ​ລົງ­ທຶນ​ຂອງ​ພາກ​ເອ­ກະ​ຊົນພາຍ​ໃນ ແລະ​ຕ່າງ­ປະ­ເທດ, ພ້ອມ​ດຽວກັນ​ນັ້ນ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ລັດ​ຖະບານ​ຊຸດ​ໃໝ່​ນີ້​ກໍ​ຍັງ​ຈະ​ສຶບ​ຕໍ່​ປັບ­ປຸງ​ບາງ​ນະ­ໂຍ­ບາຍ​ດຶງ​ດູດ​ການ​ລົງ­ທຶນ​ໃຫ້​ສອດຄ່ອງ​ຕື່ມ​ອີກ ເພື່ອ​ເປັນ​ການ​ອຳ­ນວຍຄວາມ​ສະ­ດວກ​ແກ່​ການ​ດຶງ​ດູດ​ການ​ລົງ­ທຶນ​ທີ່​ນັບ​ມື້​ເພີ່ມ​ຂຶ້ນ ແລະ​ເປັນ​ປະ­ໂຫຍດ​ຕໍ່​ກັບ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມຂອງ​ຊາດ.

ທີ່ມາ:logo

ຕິດຕາມຂ່າວເສດຖະກິດ-ສັງຄົມລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...