spot_img
Homeຂ່າວການພັດທະນາໄທ ແລະ ອາເມຣິກາ ສົນໃຈລົງທຶນໃນເຂດນິຄົມອຸດສາຫະກຳ

ໄທ ແລະ ອາເມຣິກາ ສົນໃຈລົງທຶນໃນເຂດນິຄົມອຸດສາຫະກຳ

Published on

ໄທ ແລະ ອາເມຣິກາ ສົນໃຈລົງທຶນໃນເຂດນິຄົມອຸດສາຫະກຳ
ໄທ ແລະ ອາເມຣິກາ ສົນໃຈລົງທຶນໃນເຂດນິຄົມອຸດສາຫະກຳ

ນິຄົມ​ອຸດສາຫະກຳ ນະຄອນຫຼວງ​ວຽງ​ຈັນ ໄດ້​ລິ​ເລີ່ມ​ມາ​ແຕ່​ປີ 1992-1993 ແລະ ໄດ້​ຮັບ​ການ​ສ້າງຕັ້ງ​ຢ່າງ​ເປັນ​ທາງ​ການ​ໃນ​ປີ 2005 ມາ​ຮອດ​ປັດຈຸບັນ ໄດ້​ມີ​ນັກທຸລະກິດ​ທັງ​ພາຍ​ໃນ ແລະ ຕ່າງປະເທດ ສົນໃຈ​ເຂົ້າ​ມາ​ລົງທຶນ​ໃນ​ນິຄົມ​ອຸດສາຫະກຳ​ຈຳນວນ 35 ກິດຈະກຳ ແລະ ໂຄງການ​ສ້າງຕັ້ງ​ໂຮງງານ​ຜະລິດ​ອາຫານ ເພື່ອ​ສົ່ງ​ອອກ​ກໍ່​ແມ່ນ​ກິດຈະການ​ຂະໜາດ​ໃຫຍ່​ແຫ່ງ​ໜຶ່ງ​ຂອງ TAKAWA DESIGN AND CONSTRUCTION CO.,LTD ແລະ FIC BUSINESS AND FINANCIAL CENTERS ທີ່​ສົນໃຈ​ເຂົ້າ​ມາ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ ໃນ​ການ​ລົງທຶນ​ຢູ່​ໃນ​ນິຄົມ​ອຸດສາຫະກຳ ນະຄອນຫຼວງ​ວຽງ​ຈັນ.

ສຳລັບ​ບໍລິສັດ TAKAWA DESIGN AND CONSTRUCTION CO.,LTD ເປັນ​ບໍລິສັດ​ຂອງ​ນັກທຸລະກິດ​ປະເທດ​ໄທ ແລະ FIC BUSINESS AND FINANCIAL CENTERS ເປັນ​ບໍລິສັດ​ຂອງ​ນັກທຸລະກິດ​ປະເທດ​ອາ​ເມ​ຣິ​ກາ ທັງ​ສອງ​ບໍລິສັດ​ຈະ​ເປັນ​ຜູ້​ຈັດ​ຫາ​ແຫຼ່ງ​ທຶນ​ທັງ​ໝົດ ເຂົ້າ​ມາ​ຈັດ​ຕັ້ງ​ປະຕິບັດ​ໂຄງການ ໂດຍ​ມີ​ບໍລິສັດ ພີ​ພີ​ເອັດ​ການ​ຄ້າ​ຂາ​ເຂົ້າ-ຂາ​ອອກ​ຂອງ ສປປ ລາວ ເປັນ​ຜູ້​ປະສານ​ງານ.

ອີງ​ຕາມ​ບົດ​ວິພາກ​ເສດຖະກິດ-ເຕັກນິກ​ຂັ້ນ​ຕົ້ນ ຄາດ​ວ່າ​ຈະ​ນຳ​ທຶນ​ເຂົ້າ​ມາ​ພັດທະນາ ໃຫ້​ເກີດ​ມີ​ກິດຈະການ​ໂຮງງານ​ຢູ່​ໃນ​ນິຄົມ​ອຸດສາຫະກຳ​ແຫ່ງ​ນີ້ ປະມານ 300 ກວ່າ​ແຫ່ງ ແລະ ຄາດ​ວ່າ​ໂຄງການ​ດັ່ງກ່າວ ຈະ​ສຳເລັດ​ໃນ​ປີ 2018-2019 ຖ້າ​ໂຄງການ​ທັງ​ໝົດ​ສຳເລັດ ອາດ​ຈະ​ມີ​ເງິນ​ລົງທຶນ​ຫຼາຍ​ກວ່າ 2,5 ຕື້​ໂດ​ລາ​ສະຫະລັດ.

ພິທີ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ ເພື່ອ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ ໃນ​ການ​ສຳ​ປະທານ​ເນື້ອທີ່​ດິນ​ນິຄົມ​ອຸດສາຫະກຳ ນະຄອນຫຼວງ​ວຽງ​ຈັນ ໄດ​ຈັດ​ຂຶ້ນ​ວັນ​ທີ 7 ພຶດສະພາ 2014 ທີ່​ຜ່ານ​ມາ ຢູ່​ທີ່​ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າ ນະຄອນຫຼວງ​ວຽງ​ຈັນ ໂດຍ​ການ​ຮ່ວມ​ລົງ​ນາມ​ຂອງ​ທ່ານ ເບີ​ລິນ ເພັດ​ຈັນທະ​ລາດ ຫົວໜ້າ​ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າ ນະຄອນຫຼວງ​ວຽງ​ຈັນ ແລະ ທ່ານ ບິງ​ເລ ເອດ​ດູ ຕາງໜ້າ​ນັກ​ລົງທຶນ ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ ໃນ​ການ​ລົງ​ນາມ​ຄັ້ງ​ນີ້​ມີ​ທ່ານ ​ດຣ. ອານຸພາບ ຕຸ​ນາ​ລົມ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ.

ທີ່ມາ http://www.vientianemai.net/teen/khao/1/11761

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...