Homeຂ່າວພາຍ​ໃນກະຊວງການເງິນສະເໜີໃຫ້ສະພາດັດແກ້ຫລຸດແຜນລາຍຮັບງົບປະມານພາຍໃນ 2 ພັນກວ່າຕື້ກີບ

ກະຊວງການເງິນສະເໜີໃຫ້ສະພາດັດແກ້ຫລຸດແຜນລາຍຮັບງົບປະມານພາຍໃນ 2 ພັນກວ່າຕື້ກີບ

Published on

ໃນກອງປະຊຸມຄັ້ງປະຖົມມະເລິກຂອງສະພາແຫ່ງຊາດຊຸດທີ VIII, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ສະເໜີແຜນດັດແກ້ງົບປະມານແຫ່ງລັດສົກປີ 2015-2016 ຕໍ່ສະພາແຫ່ງຊາດເມື່ອວັນທີ 21 ເມສານີ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2015-2016 ໄດ້ດຳເນີນໄປພາຍໃຕ້ສະພາບແວດລ້ອມ, ທີ່ຍັງມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ປະປົນກັນໄປ, ໂດຍສະເພາະການເຕີບໂຕທາງດ້ານເສດຖະກິດຂອງລາວ ຍັງຢູ່ໃນລະດັບດີສົມຄວນ, ອັດຕາເງິນເຟີ້ຍັງຕ່ຳ, ເສດ ຖະກິດຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ແຕ່ແຜນງົບປະມານປີນີ້ ເປັນແຜນງົບປະມານທີ່ສືບຕໍ່ແກ້ຜົນພວງຈາກໜີ້ສິນຄຸມເຄືອການລົງທຶນຂອງລັດອັນໜັກໜ່ວງ, ເປັນແຜນທີ່ຂາດດຸນສູງ, ເປັນແຜນທີ່ສ້າງຂຶ້ນ ແລະ ຮັບຮອງເອົາບົນພື້ນຖານລາຍຈ່າຍທີ່ມີພັນທະໄວ້ແລ້ວຂ້ອນຂ້າງສູງ, ສ່ວນເສດຖະກິດໂລກ ແລະ ພາກພື້ນ ແມ່ນຂະຫຍາຍຕົວຕ່ຳ, ລາຄາວັດຖຸດິບ, ແຮ່ທາດ ແລະ ນ້ຳມັນຕະຫລາດ

ໂລກຫລຸດລົງຕ່ຳກວ່າການຄາດຄະເນໄວ້ເກືອບເຄິ່ງໃນເວລາສ້າງແຜນງົບປະມານສົກນີ້, ເຊິ່ງກອງປະຊຸມສະໄໝສາມັນເທື່ອທີ 9  ຂອງສະພາແຫ່ງຊາດຊຸດທີ VII ໄດ້ຮັບຮອງເອົາແຜນງົບປະມານແຫ່ງລັດ ສົກປີ 2015-2016 ດັ່ງນີ້: ແຜນລາຍຮັບທັງໝົດ ຈຳນວນ 26.159 ຕື້ກີບ, ໃນນັ້ນ ລາຍຮັບພາຍໃນ 23.613 ຕື້ກີບ ແລະ ລາຍຮັບຊ່ວຍເຫລືອລ້າ 2.546 ຕື້ກີບ, ແຜນລາຍຈ່າຍທັງໝົດ 31.946 ຕື້ກີບ, ການດຸນດ່ຽງທັງໝົດ ຈຳນວນ 5.787 ຕື້ກີບ. ຕໍ່ບັນຫາດັ່ງກ່າວ ກະຊວງການເງິນຈຶ່ງສະເໜີຕໍ່ສະພາແຫ່ງຊາດພິຈາລະນາດັດແກ້ຫລຸດແຜນລາຍຮັບງົບປະມານພາຍໃນຈຳນວນ 2.459 ຕື້ກີບ ຫລື ຫລຸດຈາກ 26.159 ຕື້ກີບ ມາເປັນ 23.700 ຕື້ກີບ, ດ້ານລາຍຈ່າຍໃຫ້ຫລຸດລົງຈຳນວນ 828 ຕື້ກີບ ຫລື ຫລຸດຈາກ 31.946 ມາເປັນ 31.118 ຕື້ກີບ, ສິ່ງທີ່ສະເໜີມາຂ້າງເທິງນັ້ນ ຈະເຮັດໃຫ້ການຂາດດຸນເພີ່ມຈຳນວນ 1.631 ຕື້ກີບ ຫລື ເພີ່ມຈາກ 5.787 ຕື້ກີບ ເທົ່າກັບ 5% ຂອງ GDP ເພີ່ມເປັນ 7.418 ຕື້ກີບ ຫລື ເທົ່າກັບ 6,43% ຂອງ GDP, ໃນນັ້ນ ມີການກູ້ຢືມພາຍໃນເພີ່ມຈຳນວນ 1.359 ຕື້ກີບ ແລະ ດຸນດ່ຽງຈາກເງິນບຳນານເກີນແຜນສົກປີ 2014-2015 ຈຳນວນ 272 ຕື້ກີບ.

ພາບຈາກ: ້ສດຖະກິດ-ສັງຄົມ

ຂ່າວຈາກ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...