Homeຂ່າວຕ່າງປະເທດຝຣັ່ງໝັ້ນ​ໃຈ​ກຳຈັດ​ກຸ່ມ​ໄອ​ເອສ​ໄດ້

ຝຣັ່ງໝັ້ນ​ໃຈ​ກຳຈັດ​ກຸ່ມ​ໄອ​ເອສ​ໄດ້

Published on

ສຳນັກ​ຂ່າວ​ຕ່າງປ​ະ​ເທດ​ລາຍ​ງາຍວ່າ ທ່ານ ໝອງ-ອີ​ຟ ​ເລີ ດຣິອອງ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​​ຝຣັ່ງ ກ່າວ​ສະ​ແດງ​ຄວາ​ມໝັ້ນ​ໃຈ​ໃນ​ທາງ​ທີ່​ດີວ່າ ມີ​ຄວາມ​ຫວັງ​ຈະ​ປາບ​ປາມ​ກຸ່ມ​ໄອ​ເອສ​ໃຫ້​ໝົດ​ໄປ​ໄດ້.

ທ່ານ ​ເລີ ດຣິອອງ ກ່າວມື້​ນີ້ ທາງ​ສະຖານີ​ວິທະຍຸ​ຟຣານ-ອິນ​ໂຟວ່າ ​ເຄືອ​ຂ່າຍ​ກຸ່ມ​ຫົວ​ຮຸນ​​ແຮງ​ສູນ​ເສຍ​ພື້ນ​ທີ່​ໄປ​ 30-40% ຂອງ​ດິນ​​ແດນ​ທີ່​ຢຶດຄອງ​ໄວ້​ໃນ​ຊີ​ເຣຍ ​ແລະ​ອີ​ຣັກ ຊຶ່ງ​ມີ​ທ່າ​ອຽງ​ວ່າ​ຈະ​ສາມາດ​ກຳຈັດ​ກຸ່ມ​ໄອ​ເອສ​ໃຫ້​ສິ້ນ​ໄປ​ໄດ້ ​ແລະ​ກ່າວ​ວ່າ ​ເປົ້າ​ໝາຍ​ຂອງ​ກອງ​ກຳລັງ​ພັນທະ​ມິດ​ທີ່​ສະຫະລັດ​ເປັນ​ຜູ້​ນໍາ​ຄາດ​ວ່າ ​ເມືອງ​ໂມ​ຊູ​ລ​ໃນ​ອີຣັກ ​ແລະ​ເມືອງຣັກກາ​ທາງ​ພາກ​ເໜືອ​ຂອງ​ຊີ​ເຣຍຊຶ່ງ​ໃຊ້​ເປັນ​ທີ່​ໝັ້ນ​ຂອງ​ກຸ່ມ​ໄອ​ເອສ ຈະ​ຢຶດຄືນ​ມາ​ໄດ້​ໃນ​ປາຍ​ປີ​ນີ້ ທ່ານ​ເລີ ດຣິອອງ ກ່າ​ວວ່າ ຄັ້ງ​ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​​ເຂົາ​ໝັ້ນ​ໃຈ​ວ່າ​ຈະ​ສາມາດ​ເຮັດ​ໄດ້​ສຳ​ເລັດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...