Homeຂ່າວຕ່າງປະເທດ​ເອກ​ວາ​ດໍ ​ແຜ່ນດິນ​ໄຫວ​ຊໍ້າ​ອີກ! ​ແມ​ກນິຈູດ 6,2 ນອກ​ຝັ່ງ​ທະ​ເລ​ໃກ້​ຈຸດ​ເດີມ

​ເອກ​ວາ​ດໍ ​ແຜ່ນດິນ​ໄຫວ​ຊໍ້າ​ອີກ! ​ແມ​ກນິຈູດ 6,2 ນອກ​ຝັ່ງ​ທະ​ເລ​ໃກ້​ຈຸດ​ເດີມ

Published on

ສຳນັກ​ຂ່າວຣອຍ​ເຕີ​ລາຍ​ງານ​ເມື່ອ​ວັນ​ທີ 20 ​ເມສາ ປະ​ເທດ​ເອກ​ວາ​ດໍ​ປະສົບ​​ເຫດ​ແຜ່ນດິນ​ໄຫວ​ແມ​ກນິຈູດ 6,2 ບໍລິ​ເວນ​ນອກ​ຝັ່ງ​ທະ​ເລ​ຂອງ​ປະ​ເທດ ນັບ​ເປັນ​ເຫດ​ແຜນ​ດິນ​ໄຫວ​ອີກ​ຄັ້ງ​ໜຶ່ງ​ທີ່​ເກີດ​ຂຶ້ນ​ພຽງ​ບໍ່​ເທົ່າ​ໃດ​ມື້ ຫລັງ​ແຜ່ນດິນ​ໄຫວ​ແມ​ກນິຈູດ 7,8 ຈົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ເກືອບ 500 ຄົນ.

ສູນ​ເຕືອນ​ໄພ​ສຶນາ​ມິ​ປາ​ຊີ​ຟິກລາຍ​ງານ​ວ່າ ​ແຜ່ນດິນ​ໄຫວ​ຄັ້ງ​ຫຼ້າ​ສຸດ​ໃນ​ເອກ​ວາ​ດໍ​ມີ​ຂຶ້ນ​ເມື່ອ​​ເວລາ 03:33 ​ໂມງ ຕາມ​ເວລາ​ທ້ອງ​ຖິ່ນ ຫຼື 15:33 ​ໂມງ ມາ​ເວລາ​ບ້ານ​ເຮົາ, ສູນ​ກາງ​ຢູ່​ກາງ​ທະ​ເລ​ປາຊີ​ຟິກຫ່າງ​ອອກ​ຈາກ​ຝັ່ງ​ເມືອງ​ເອສ​ເມີ​ຣັລດາ​ສ 70 ກິ​ໂລ​ແມັດ​ທີ່​ລະດັບ​ຄວາມ​​ເລິກ 10 ກິ​ໂລ​ແມັດ ບໍ່​ຫ່າງ​ຈາກ​ຈຸດ​ສູນ​ກາງ​ແຜ່ນດິນ​ໄຫວ​ແມ​ກນິຈູດ 7,8 ທີ່​ເກີດ​ຂຶ້ນ​ເມື່ອ​ວັນ​ທີ 16 ​ເມສາ​ປານ​ໃດ.

​ແຜ່ນດິນ​ໄຫວ ມີ​ຜູ້​ເສຍ​ຊີວິດ​ຈາກ​​ເຫດ​ແຜ່ນດິນ​ໄຫວ​ເມື່ອ​ວັນ​ທີ 16 ​ເມສາ​ລວມ 480 ຄົນ ​ຫາຍ​ສາບ​ສູນ​ອີກ 107 ຄົນ ​ແລະ​ມີ​ຜູ້​ບາດ​ເຈັບ​ກວ່າ 4.600 ຄົນ ບ້ານ​ເຮືອນ​ປະຊາຊົນ​ຫຼາຍ​ຮ້ອຍ​ຫຼັງ​ຖືກ​ທຳລາຍ ນອກຈາກ​ນີ້ ຖະໜົນ​ຫົນທາງ​ຫຼາຍ​​ເສັ້ນ​ຍັງ​ໄດ້​ຮັບ​ຄວາ​ມ​ເສຍ​ຫາຍ.

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...