HomeມູມໄອທີລາວLeEco ເປີດໂຕສະມາດໂຟນເຮືອທຸງ 3 ລຸ້ນໃໝ່

LeEco ເປີດໂຕສະມາດໂຟນເຮືອທຸງ 3 ລຸ້ນໃໝ່

Published on

LeEco ເປັນບໍລິສັດຜະລິດສະມາດໂຟນ ທີ່ມັກຈະເປີດໂຕສະມາດໂຟນສະເປັກແບບເຮືອທຸງ ພ້ອມກັບລາຄາທີ່ສາມາດຈັບຈອງໄດ້. ຫຼ້າສຸດນີ້ເອງກໍໄດ້ເປີດໂຕສະມາດໂຟນຕະກູນ Le ໃໝ່ເຖິງ 3 ລຸ້ນໄດ້ແກ່: LeEco Le 2, LeEco Le 2 Pro ແລະ LeEco Le Max 2. ທັັງ 3 ລຸ້ນນັ້ນຈະບໍ່ມີຮູສຽບຫູຟັງແບບ 3.5 ມມ ອີກຕໍ່ໄປແລ້ວ ແລະຈະໃຊ້ພອຣດ USB Type-C ເປັນບ່ອນສຽບຫູຟັງແທນ
image

LeEco Le Max 2

ນີ້ຈະເປັນສະມາດໂຟນເຮືອທຸງລຸ້ນໃຫຍ່ສຸດຂອງຕະກູນເຊິ່ງມາພ້ອມກັບໜ້າຈໍຂະໜາດ 5.7 ນິ້ວ, ຄວາມລະອຽດ QHD (1,440 x 2,560 ພິກເຊວ) ແລະມາພ້ອມກັບຊິບປະມວນຜົນໂຕໃໝ່ຫຼ້າສຸດແບບ Snapdragon 820 ແລະຍັງມາພ້ອມກັບ RAM 6GB ອີກ. ສຳລັບໂຕເຄື່ອງນັ້ນແມ່ນໃຊ້ງານລະບົບ Android 6.0 Marshmallow ຄອບທັບດ້ວຍ EUI 5.5. ສຳລັບ ROM ມີໃຫ້ເລືອກຢູ່ 2 ແບບຄື: 32GB ແລະ 64GB.
*ໝາຍເຫດ: ສະເພາະໂມເດວ 64GB ເທົ່ານັ້ນທີ່ຈະມາພ້ອມກັບ RAM 6GB, ສຳລັບ 32GB ມີພຽງ RAM 4GB.

image

ກ້ອງຫຼັງມີຄວາມລະອຽດ 21 ລ້ານພິກເຊວ ພ້ອມກັບເຊັນເຊີຂອງ Sony IMX230, f/2.0 ແລະລະບົບກວດຈັບໂຟກັດອັດຕະໂນມັດ. ສຳລັບກ້ອງໜ້າມີຄວາມລະອຽດຢູ່ທີ່ 8 ລ້ານພິກເຊວ

ສຳລັບ LeEco Le Max 2 ນັ້ນແມ່ນໃຊ້ງານເທັກໂນໂລຢີລະບົບສະແກນລາຍນິ້ວແບບ  Ultrasonic ຈາກ Qualcomm. ຮອງຮັບລະບົບສາກໄວ Quick Charge 3.0 ສຳລັບແບັດເຕີຣີຂະໜາດ 3,100mAh. ໃນດ້ານຂອງການເຊື່ອມຕໍ່ແມ່ນ, ຮອງຮັບ 2 ຊິມ, 4G LTE, Wi-Fi ac, Bluetooth 4.1 ແລະພອຣດ USB Type-C.

LeEco Le Max 2 ນັ້ນມີລາຄາຢູ່ທີ່ 2,100 ຢວນ (2.640.000 ກີບ) ສຳລັບໂມເດວ 3GB/32GB ແລະ 2,500 ຢວນ (3.140.000 ກີບ) ສຳລັບໂມເດວ 6GB/64GB .

LeEco Le 2 Pro

ສຳລັບລຸ້ນນີ້ແມ່ນມີໜ້າຈໍຂະໜາດ 5.5 ນິ້ວ, ຄວາມລະອຽດ 1920 x 1080 ພິກເຊວ (FHD). ໃຊ້ງານຊິບປະມວນຜົນໂຕໃໝ່ຈາກ MediaTek Helio X25, ມາພ້ອມກັບ RAM 4GB ແລະ ROM 32GB. ໃຊ້ງານລະບົບ Android 6.0 ທັບດ້ວຍ EUI 5.5.

ໃນສ່ວນຂອງກ້ອງນັ້ນແມ່ນ 21 ລ້ານພິກເຊວ ແຕ່ວ່າຄ່າ OIS ຈະຫຼຸດລົງ ແລະໃຊ້ງານເຊັນເຊີຂອງ Sony IMX230 ພ້ອມກັບລະບົບກວດຈັບໂຟກັດອັດຕະໂນມັດ, ກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວ. ໃນດ້ານຂອງການເຊື່ອມຕໍ່ແມ່ນຄືກັນກັງ Max 2, ແຕ່ວ່າແບັດເຕີຣີຈະໃຫ້ມາ 3,000mAh ພ້ອມກັບລະບົບສາກໄວ

image

ໂຕເຄື່ອງຍັງມີຄຸນສົມບັດແບບ CDLA – Continual Digital Lossless Audio. ຮອງຮັບພອຣດ Type-C ແລະລະບົບສະແກນລາຍນິ້ວມືແບບທົ່ວໄປ

ສຳລັງ LeEco Le 2 Pro ລາຄາຈະຢູ່ທີ່ 1,500 ຢວນ (1.885.000 ກີບ).

LeEco Le 2

ເປັນລຸ້ນນ້ອຍສຸດຂອງຕະກູນມາພ້ອມກັບຈໍຂະໜາດ 5.5 ນິ້ວ, ຄວາມລະອຽດ 1920 x 1080 ພິກເຊວ (FHD). ໃຊ້ງານຊິບປະມວນຜົນ MediaTek Helio X20 ມາພ້ອມກັບ RAM 3GB ແລະ ROM 32GB. ໃຊ້ງານລະບົບ Android 6.0 ທັບດ້ວຍ EUI 5.5.

image

ກ້ອງຫຼັງຂອງ LeEco Le 2 ມີຄວາມລະອຽດທີ່ 16 ລ້ານພິກເຊວ ແລະກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວ. ຮອງຮັບລະບົບສະແກນລາຍນິ້ວມື, ແບັດເຕີຣີ 3,000mAh ພ້ອມກັບລະບົບສາກໄວ ແລະພອຣດ USB Type-C.

ສຳລັບ LeEco Le 2 ມີລາຄາຢູ່ 1,100 ຢວນ (1.380.000 ກີບ).

image

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...