spot_img
Homeຂ່າວພາຍ​ໃນກຳປູ​ເຈຍ-​ລາວ-​ຫວຽດນາມ ຮ່ວມ​ມືດ້ານ​ການ​ຄ້າ

ກຳປູ​ເຈຍ-​ລາວ-​ຫວຽດນາມ ຮ່ວມ​ມືດ້ານ​ການ​ຄ້າ

Published on

ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ຂໍ້​ຕົກລົງ​ສົ່ງ​ເສີມ ​ແລະ ອຳ​ນວຍ​ຄວາມ​ສະດວກ​ທາງ​ການ​ຄ້າ​ໃນ​ພາກ​ພື້ນ 3 ຫລ່ຽມ ພັດທະນາ​ ກຳປູ​ເຈຍ-​ສປປ ລາວ ​ແລະ ສສ ຫວຽດນາມ ທຸກ​ຝ່າຍ​ໄດ້​ຫາລື​ກ່ຽວ​ກັບການ​ຫຼຸດຜ່ອນ​ມາດ​ຕະການ​ດ້ານ​ການ​ຄ້າ.

ຕາມ​ຂ່າວ​ສານ​ຫວຽດ​ນາມລາຍ​ງານ​ວ່າ ​ໃນວັນ​ທີ 18 ເມ​ສາ 2016 ທີ່​ຜ່ານ​ມາ ກອງ​ປະ​ຊຸມ​ຄັ້ງ​ທີ 4 ກ່ຽວກັບ ສັນ​ຍາ​ ການຮ່ວມມື ດ້ານ​ການ​ຄ້າ​ ໃນ​ພາກ​ພື້ນ​ ສາມ​ຫລ່ຽ​ມ ​ພັດ​ທະ​ນາ ກຳ​ປູ​ເຈຍ-ລາວ ແລະ ຫວຽດ​ນາມ (ສັນ​ຍາ CLV-DTA) ໄດ້​ຈັດຂຶ້ນ​ຢູ່ ແຂວງ ດັກ​ລັກ ຂ​ອງຫ​ວຽດ​ນາມ ເປັນ​ເວ​ລາ 3 ວັນ. ໂດຍ​ມີ ​ຜູ້​ຕາງ​ໜ້າ​ອົງ​ການ ຈັດ​ຕັ້ງ​ທີ່ ກ່ຽວ​ຂ້ອງ​ຂອງ 3 ປະ​ເທດ​ເຂົ້າ​ຮ່ວ​ມ ເພື່ອ​​ປຶກ​ ສາ​ຫາ​ລື ກ່ຽວກັບການຫລຸດ​ຜ່ອນ ​ມາດຕະການ ດ້ານການຄ້າ ໃຫ້ມີຄວາມ ເປັນເອກະພາບ ກັນຕາມທິດ ຊີ້ນຳຂອງ ທັງສາມປະເທດ. ນອກນີ້ ສັນຍາດັ່ງກ່າວ ຈະຊ່ວຍຊຸກຍູ້ ການແລກປ່ຽນ ດ້ານການຄ້າ, ການຄົມມະນາຄົມ ລະຫວ່າງ ບັນດາແຂວງ ທີ່ຕິດຊາຍແດນ ຮ່ວມກັນ ໃຫ້ກາຍເປັນ ທ່າແຮງໃນການຜະລິດກະສິກຳ ແລະ ເປັນອຸດສາຫະກຳທີ່ເຂັ້ມແຂງຍິ່ງຂຶ້ນ.

ຫຼັງ​ຈາກ​ທີ່​ໄດ້​ຮັບ​ການ​ລົງ​ນາມ ​ແລະ ມີ​ຜົນ​ບັງຄັບ​ໃຊ້​ຂໍ້​ຕົກລົງ​ສະບັບ​ນີ້​ຈະ​ເອື້ອ​ປະ​ໂຫຍ​ດ​ໃຫ້​ແກ່​ການ​ຄ້າຂາຍ​ລະຫວ່າງ​ແຂວງ​ຕ່າງໆ​ຂອງ​ສາມ​ປະ​ເທດ ສ່ວນ​ການ​ເຈລະຈາ​ຄັ້ງ​ນີ້​ຈະ​ຈັດ​ໄປ​ຈົນ​ເຖິງ​ວັນ​ທີ 20 ​ເມສາ​ທີ່​ຈະ​ມາ​ເຖິງ​ນີ້.

 

ຂ່າວຈາກ: 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...