Homeຂ່າວທ້ອງຖິ່ນກະສິກຳ​ຕັ້ງ​ເປົ້າ​ຜະລິດເບ້ຍໄມ້ໃຫ້​ໄດ້​ຫຼາຍ​ກວ່າ 19 ລ້ານເບ້ຍ ສະໜອງໃຫ້ວັນປູກໄມ້ແຫ່ງຊາດປີນີ້

ກະສິກຳ​ຕັ້ງ​ເປົ້າ​ຜະລິດເບ້ຍໄມ້ໃຫ້​ໄດ້​ຫຼາຍ​ກວ່າ 19 ລ້ານເບ້ຍ ສະໜອງໃຫ້ວັນປູກໄມ້ແຫ່ງຊາດປີນີ້

Published on

ຫົວ​ໜ້າ​ພະ​ແນ​ກສົ່ງ​ເສີມ​ການ​ປູກ​ໄມ້, ກະຊວງ​ກະສິກຳ​ ແລະ ປ່າໄມ້ໃຫ້ຮູ້ວ່າ: ປັດຈຸ​ບັນຂະ ແໜງການກ່ຽວຂ້ອງພວມ​ກະກຽມ​ໃຫ້​ແກ່​ການ​ປູກ​ໄມ້​ປະຈຳ​ປີ2016 ທີ່​ຈະ​ມີ​ຂຶ້ນ​ໃນ​ຕົ້ນ​ເດືອນ​ມີ​ຖຸນາ ທີ່​ຈະ​ມາ​ເຖິງ​ນີ້​ໃຫ້​ມີ​ບັນຍາກາດ​ຟົດ​ຟື້ນ ​ແລ​ະ ຮັບປະກັນ​ໄດ້​ຕາມ​ລະດັບ​ຄາດໝາຍວາງ​ໄວ້, ​ໂດຍ​ສະ​ເພາະ​ແມ່ນ ກ້າ​ເບ້ຍ ເພື່ອສະໜອງໃຫ້ວັນດັ່ງກ່າວ,ຊຶ່ງມີ​ແຜນ​ວາງ​ໄວ້​ໃຫ້​​ໄດ້ຫຼາຍກວ່າ 19 ລ້ານເບ້ຍ​ໃນ​ທົ່ວ​ປະ​ເທດ,​​ໃນ​ນັ້ນ​​ແຂວງ​ຜົ້ງ​ສາລີ​ໃຫ້​ໄດ້ 5 ແສນເບ້ຍ, , ຫຼວງ​ນ້ຳ​ທາ 1 ລ້ານເບ້ຍ, ອຸດົມ​ໄຊ 2 ລ້ານເບ້ຍ, ບໍ່​​ແກ້ວ  ​5 ແສນເບ້ຍ, ​ໄຊ​ຍະ​ບູລີ 5 ແສນເບ້ຍ,ຫຼວງ​ພະ​ບາງ 1,5 ລ້ານເບ້ຍ​, ຫົວພັນ 5 ແສນເບ້ຍ, ຊຽງ​ຂວາງ 2 ແສນເບ້ຍ, ວຽງ​ຈັນ 2,5 ລ້ານເບ້ຍ, ນະຄອນຫຼວງ​ວຽງ​ຈັນ​ 5 ແສນເບ້ຍ, ບໍ​ລິ​ຄຳ​ໄຊ 3 ແສນ

ເບ້ຍ, ຄຳ​ມ່ວນ 1,2 ລ້ານເບ້ຍ, ສະຫວັນ​ນະ​ເຂດ 3,2 ລ້ານກວ່າເບ້ຍ ​, ສາລະ​ວັນ 2 ລ້ານເບ້ຍ,ຈຳປາ​ສັກ 1,5 ລ້ານເບ້ຍ, ​​ເຊ​ກອງ 127 ພັນເບ້ຍ , ອັດ​ຕະປື 1 ລ້ານເບ້ຍ ​ແລະ ​ໄຊ​ສົມບູນ  3 ແສນເບ້ຍ ​ແລະ ​ເພື່ອ​ຮັບປະກັນໃຫ້ການ ກ້າເບ້ຍໄມ້ໄດ້ຕາມຄາດໝາຍ,ທາງກົມປ່າໄມ້ໄດ້ສົ່ງພະນັກງານວິຊາການລົງຊຸກຍູ້ການຜະລິດ ຂອງພະແນກກະສິກຳຢູ່ແຕ່ລະແຂວງ ແລະ ຄຽງຄູ່ກັບແຜນການຜະລິດເບ້ຍໄມ້ແລ້ວກະຊວງ​ກະສິກຳ​ຍັງ​ມີ​ແຜນ​ຟື້ນ​ຟູ​ປ່າ,​ ​ຊຸດ​ໂຊມ​ໃນ​ເຂດ​ປ່າ​ຜະລິດ​ໃຫ້​ໄດ້ 122 ພັນ​​ເຮັກຕາ ແລະ ​ນອກ​ເຂດ​ປ່າ​ສາມ​ປະ​ເພດ​ງ​ໃຫ້​ໄດ້ 154 ພັນ​ເຮັກຕາໃນປີນີ້ ແລະ ​ເພື່ອ​ເຮັດ​​ໃຫ້​ບັນລຸ​​ແຜນດັ່ງກ່າວ, ກະຊວງ​ກະສິກຳ​ໄດ້​ກະ​ກຽມຄວາມພ້ອມ​ທາງ​ດ້ານງົບປະມານ, ລວມ​ເຖິງພະນັກ ງານ​ວິຊາ​ການ ​ລົງ​ຊ່ວຍ​ແນະນຳ​ການຈັດ​ຕັ້ງ​ປະຕິບັດ​ຂະ​ບວນການ​ດັ່ງກ່າວ​ໃຫ້​ມີ​ຜົນ ແລະ ເປັນຂະບວນຟົດຟື້ນ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...