Home​ຂ່າວບັນເທິງເຈມສ໌ ແຄເມຣອນ ຕັດສິນໃຈສ້າງຮູບເງົາ Avatar ອອກມາອີກ 5 ພາກ

ເຈມສ໌ ແຄເມຣອນ ຕັດສິນໃຈສ້າງຮູບເງົາ Avatar ອອກມາອີກ 5 ພາກ

Published on

James-Cameron-Avatar-21
ເປັນເລື່ອງເຊີໄພຣ໌ສຸດໆ ທີ່ເກີດຂຶ້ນໃນງານ CinemaCon ທີ່ນະຄອນລັດເວກັສ ເມື່ອຄ້າຍ Fox ໄດ້ປະກາດວ່າຈະສ້າງຮູບເງົາລະດັບຕຳນານເລື່ອງ Avatar ມີແຜນທີ່ຈະມີຄວາມຍາວເຖິງ 5 ພາກ

ເຈມສ໌ ແຄເມຣອນ ຜູ້ກຳກັບໄດ້ໃຫ້ສຳພາດວ່າ ເຂົາໄດ້ໃຊ້ເວລາສອງປີລວມກັບທີມຂຽນບົດອີກ 4 ຄົນ ໃນການວາງເນື້ອເລື່ອງຈັກກະວານຂອງ Avatar ທັງໂລກ, ມອນສ໌ເຕີ, ວັດທະນະທຳ ແລະ ຕົວລະຄອນຕ່າງໆ ແລະ ຕອນທີ່ເຂົາຕື່ນເຕັ້ນກັບມັນຫຼາຍ ເພາະເຂົາຮູ້ສຶກວ່າຈິນຕະນາການມັນເໜືອກ່ວາພາກທຳອິດ ທັງນີ້ມືຂຽນບົດທີ່ມາເຮັດວຽກຮ່ວມງານກັນໃນຄັ້ງນີ້ ແຕ່ລະຄົນລະດັບເທບທັງນັ້ນ ເຊິ່ງມີ Josh Friedman (War of the Worlds), Shane Salerno (Ghost Rider, Savages) ແລະ Amanda Silverกับ Rick Jaffa (Jurassic World) ທີ່ມາຮ່ວມຂຽນບົດນຳກັນ

ໜັງ Avatar ພາກທຳອິດຂອງເຈມສ໌ ແຄເມຣອນ ອອກສາຍໃນປີ 2009 ມີຈຸດເດັ່ນດ້ານເນື້ອໃນທີ່ເປັນໂລກອີກໃບໜຶ່ງ ຖ່າຍທຳດ້ວຍເທັກນິກ Virtual Effect ທີ່ສົມຈິງສຸດໆ ສ້າງລາຍຮັບໄດ້ເຖິງ 2,000 ລ້ານຫຼຽນ ຈາກທົ່ວໂລກ ເບື້ອງຕົ້ນແຜນທີ່ຈະສ້າງໃນປີ 2013 ໄດ້ປະກາດເຮັດອອກມາເປັນ 4 ພາກ ແລະ ລ່າສຸດໄດ້ຂະຫຍາຍໄປເປັນ 5 ພາກ ສ່ວນກຳນົດການສາຍພາກ 2 ແມ່ນຍັງອີກດົນກ່ວາເຮົາຈະໄດ້ເບິ່ງກໍ່ປະມານຊ່ວງຄິຣດມາສ ໃນປີ 2018 ສ່ວນພາກຖັດໄປຈະສາຍໃນປີ 2020, 2022 ແລະ 2023
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...