Homeຂ່າວພາຍ​ໃນ​ອຸດສາຫະກໍາຕັດຫຍິບລາວ ຂາດ​ແຄນແຮງ​ງານໜັກ ກະທົບຍອດສົ່ງອອກ ຫລຸດລົງກວ່າ 7%

​ອຸດສາຫະກໍາຕັດຫຍິບລາວ ຂາດ​ແຄນແຮງ​ງານໜັກ ກະທົບຍອດສົ່ງອອກ ຫລຸດລົງກວ່າ 7%

Published on

ບັນຫາ​ການ​ຂາດ​ແຄນ​ແຮງ​ງານ​ ຢູ່​ປະ​ເທດ​ເຮົາ​ເກີດ​ມາ​ຈາກ​ຫລາຍ​ສາ​ເຫດ ​ແຕ່​ສິ່ງ​ທີ່​ສະ​ແດງ​ອອກ​ຢ່າງ​ຊັດ​ເຈນ​ແມ່ນຕະຫລາດແຮງງານຢູ່ຕ່າງປະເທດ ກໍມີຄວາມຕ້ອງການແຮງງານລາວ ພາໃຫ້ເກີດການແກ່ງແຍ່ງແຂ່ງຂັນ ຂອງຕະຫລາດແຮງງານ ເຮັດ​ໃຫ້ຜູ້ອອກແຮງງານ ມີທາງເລືອກດ້ານເງິນເດືອນ ແລະ ສະຫວັດດີການແຮງງານຫລາຍຂຶ້ນ ຈຶ່ງ​ເກີດ​ມີບັນຫາ​ ການ​ເຄື່ອນ​ຍ້າຍ​ແຮງ​ງານ​ລາວ​ໄປ​ຕ່າງປະ​ເທດ. ​ໃນ​ນັ້ນຂະ​ແໜງ​ຕັດຫຍິບ ​ກໍ​ໄດ້​ຮັບ​ຜົນ​ກະທົບ​ຕໍ່​ບັນ​ຫາຂາດ​ແຮງ​ງານ​​ເຊັ່ນ​ກັນ.

ທ່ານ ​ໄຊ​ບັນດິດ ຣາຊະ​ພົນ ປະທານ​ສະມາຄົມ​ອຸດສາຫະກຳ​ຕັດຫຍິບ​ລາວ ​ໄດ້​ຍົກ​ໃຫ້​ເຫັນວ່າ: ນອກຈາກ​ໄດ້​ຮັບ​ຜົນ​ກະທົບ​ ຈາກ​ບັນຫາ​ເຄື່ອນ​ຍ້າຍ​ແຮງ​ງານ​ແລ້ວ ຂະ​ແໜງ​ຕັດຫຍິບ​ຍັງ​ໄດ້​ຮັບ​ຜົນ​ກະທົບ​ ຈາກ​ການ​ຫັນປ່ຽນ​ອາຊີບ​ຕັດຫຍິບ​ ​ໄປ​ອອກ​ແຮງ​ງານ​ໃນ​ຂົງ​ເຂດ​ອື່ນ ​ເນື່ອງ​ຈາກໃນ​ປັດຈຸບັນ ​ຫົວໜ່ວຍ​ທຸລະ​ກິດ​ດ້ານ​ການ​ບໍລິການ ມີ​ການ​ຂະຫຍາ​ຕົວຢ່າງ​ກວ້າງຂວາງ ​​ແລະ ​ວຽກ​ການ​ບໍລິການ​ ສ່ວນ​ຫລາຍ​ຈະ​ພົວພັນ​ກັບ​ຄວາມ​ສວຍ​ງາມ, ອາຫານ​ການ​ກິນ ​ແລະ ການທ່ອງທ່ຽວ ​ເປັນຕົ້ນຕໍ ​ເມື່ອ​ທຽບ​ໃສ່​ວຽກ​ງານ​ຕັດຫຍິບ​ແລ້ວ​ ຖື​ວ່າ​ເປັນ​ວຽກ​ທີ່​ເບົ່າ​ກວ່າ ຈຶ່ງ​​​ກາຍ​ເປັນ​ແຮງ​ຈູງ​ໃຈ ​ໃຫ້​ຜູ້​ອອກ​ແຮງ​ງານ​ໃນ​ຂະ​ແໜງ​ຕັດຫຍິບ ​ທີ່​ເປັນ​ໄວ​ໜຸ່ມ ​ແລະ ເພດ​ຍິງ ຫັນປ່ຽນ​ອາຊີບທີ່​ເໝາະ​ສົມ​ກັບ​ຕົນ​ເອງ ຈຶ່ງ​ເຮັດ​ໃຫ້​ແຮງ​ງານ​ ໃນ​ຂົງ​ເຂດ​ອຸດສາຫະກຳ​ຕັດຫຍິບ​ຫລຸດ​ລົງ ​ເຊິ່ງ​ໃນ​ປັດຈຸບັນ​ແຮງ​ງານ​ໃນ​ຂົງ​ເຂດ​ອຸດສາຫະກຳ​ຕັດຫຍິບ ມີ​ພຽງ 28 ພັນ​ກວ່າ​ຄົນ ​ແລະ ມີ​ຄວາມ​ຕ້ອງການ​ເພີ່ມ​ ຫລາຍ​ກວ່າ 30 ພັນ​ຄົນ ຈຶ່ງ​ຈະ​ພຽງພໍ​ກັບ​ກຳລັງ​ການ​ຜະລິດ.

ທ່ານ ປະທານ​ສະມາຄົມ​ອຸດສາຫະກຳ​ຕັດຫຍິບ​ລາວ ກ່າວ​ວ່າ: ບັນຫາ​ຂາດ​ແຄນແຮງ​ງານ ​ໄດ້​ສົ່ງ​ຜົນ​​ໃຫ້ການ​ສົ່ງ​ອອກ​ ຂອງ​ຂະ​ແໜງ​ອຸດສາຫະກຳ​ຕັດຫຍິບ​​ ໃນ​ປີ​ນີ້ຫລຸດ​ລົງ 7,25% ເນື່ອງ​ຈາກ​​ກຳລັງ​ການ​ຜະລິດ​ ບໍ່​ສາມາດ​ສະໜອງ​ກັບ​ກຳລັງ​ການ​ສັ່ງ​ຊື້​ ທີ່​ມີ​ຈຳນວນ​ຫລາຍ. ເພື່ອ​ແກ້​ໄຂ​ສະພາບ​ດັ່ງກ່າວ ທາງ​ສະມາຄົມ​ອຸດສາຫະກຳ​ຕັດຫຍິບ​ລາວ ​ໄດ້​ສົບ​ທົບ​ກັບ​ຂະ​ແໜງ​ການ​ກ່ຽວຂ້ອງ ​ໂດຍ​ສະ​ເພາະ​ແມ່ນ ສູນ​ພັດທະນາ​ສີມື​ຕັດຫຍິບ ເພື່ອ​ຈັດ​ຊຸດ​ອົບຮົມ ​ໃນ​ການ​ພັດທະນາ​ສີມື​ແຮງ​ງານ​ດ້ານ​ການ​ຕັດຫຍິບ ​ໃຫ້​ມີ​ຄຸນ​ນະພາ​ບສູງ​ຂຶ້ນ, ​ໄດ້​ປະຕິບັດ​ນະ​ໂຍບາຍ ​ເພີ່ມ​ຄ່າ​ແຮງ​ງານ​ຂັ້ນຕ່ຳ, ​ເພີ່ມ​ເງິນ​ຂະ​ຫຍັນ, ​ເງິນ​ລ່ວງ​ເວລາ ແລະ ປະຕິບັດ​ນະ​ໂຍບາຍ​ ດ້ານ​ສະຫວັດດີ​ການ​ສັງຄົມ ​ເພື່ອ​ດຶງ​ດູດ​ແຮງ​ງານ​ ໃຫ້​ເຂົ້າມາ​ໃຊ້​ແຮງ​ງານ​ໃນ​ຂະ​ແໜງ​ຕັດຫຍິບ ​ໃຫ້​ຫລາຍ​ຂຶ້ນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...