Homeຂ່າວທ້ອງຖິ່ນປີໃໝ່ລາວປີນີ້ ແຫລ່ງທ່ອງທ່ຽວແກ້ງກະເບົາ ແຂວງສະຫວັນນະເຂດ ມີລາຍຮັບເກືອບ 37 ລ້ານ!

ປີໃໝ່ລາວປີນີ້ ແຫລ່ງທ່ອງທ່ຽວແກ້ງກະເບົາ ແຂວງສະຫວັນນະເຂດ ມີລາຍຮັບເກືອບ 37 ລ້ານ!

Published on

ຂປລ. ແກ້ງກະເບົາ ແມ່ນແຫລ່ງທ່ອງທ່ຽວ ອັນລືຊື່ໂດ່ງດັງຂອງ ເມືອງໄຊບູລີ ແຂວງສະຫວັນນະເຂດ ໃນເມື່ອກ່ອນກໍຄືປັດຈຸບັນ ຖ້າເປັນວັນທຳມະດາ ກໍຈະມີນັກທ່ອງທ່ຽວ ເຂົ້າໄປທ່ຽວຊົມແກ້ງຫີນ ທີ່ສວຍງາມ ແລະ ສະຫລັບສັບຊ້ອນ ເປັນຂຸມເປັນບວກ ​ແລະ ຊີມ​ອາຫານ ​ທີ່ເປັນເອກກະລັກ ປະຈຳຂອງທ້ອງຖິ່່ນ ແລະ ໃນເທສະການ ບຸນປີໃໝ່ລາວ ພສ 2559 ໄດ້ມີນັກທ່ອງທ່ຽວ ເຂົ້າມາສະຖານທີ່ ດ່ັງກ່າວ ເພີ່ມຂຶ້ນກວ່າທຸກໆປີ ​ເຊິ່ງສາມາດເຮັດໃຫ້ບ້ານ ມີລາຍຮັບ ຈາກການບໍລິການຕ່າງໆ ທັງໝົດ 36 ລ້ານກວ່າກີບ.

ທ່ານ ຄຳຈັນ ຂັນຕິວົງ ຫົວໜ້າຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມ ເມືອງໄຊບູລີ ທັງເປັນຜູ້ຊີ້ນຳ ເຂດແກ້ງກະເບົາ ໄດ້​ ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ ໃນວັນທີ 15 ເມສາ ນີ້ວ່າ: ເທສະການ ບຸນປີໃໝ່ລາວ ພ.ສ 2559 ປີນີ້ ເຫັນວ່າຄືກຄື້ນກວ່າທຸກໆປີ ​ເຊິ່ງ​ໃນ​ໄລຍະ ​ສະ​ເຫລີ​ມສະ​ຫລອງ​ ປີ​ໃໝ່​ລາວ​ນີ້ ມີນັກທ່ຽວທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມສະເລ່ຍ 3-4 ພັນຄົນ ມາຢ້ຽມຢາມສະຖານທີ່ດັ່ງກ່າວ, ໂດ​ຍສະ​ເພາະ​ ແມ່ນມາຫລິ້ນນ້ຳ, ເບິ່ງແກ້ງຫິນ, ກິນອາຫານ ທີ່ເປັນເອກກະລັກຂອງທ້ອງຖິ່ນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...