spot_img
Homeຂ່າວຕ່າງປະເທດເຈົ້າໜ້າທີ່ໄທ ຈັບຊາວມາເລເຊຍ ຂົນກັນຊາມູນຄ່າ 15 ລ້ານກວ່າບາດ ກຽມຂ້າມຊາຍແດນ!

ເຈົ້າໜ້າທີ່ໄທ ຈັບຊາວມາເລເຊຍ ຂົນກັນຊາມູນຄ່າ 15 ລ້ານກວ່າບາດ ກຽມຂ້າມຊາຍແດນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ເມສານີ້ວ່າ ເຈົ້າໜ້າທີ່ທະຫານ ແລະ ເຈົ້າໜ້າທີ່ປາບປາມຢາເສບຕິດໄທ ສາມາດຈັບກຸມຊາວມາເລເຊຍ 1 ຄົນ ຄາດ່ານຊາຍແດນສະເດົາ ແຂວງສົງຂາ ທາງພາກໃຕ້ຂອງປະເທດໄທ ພ້ອມກັບຂອງກາງ ກັນຊາອັດແທ່ງ ຈຳນວນ 29 ເປົາ ນ້ຳໜັກລວມ 520 ກິໂລ ມູນຄ່າກວ່າ 15 ລ້ານບາດ ເຊື່ອງມາພາຍໃນລົດຂົນເຄື່ອງເຟີນິເຈີ ເພື່ອຈະເດີນທາງອອກໄປຍັງປະເທດມາເລເຊຍ ແຕ່ຖືກເຈົ້າໜ້າທີ່ສົງໄສ ແລະ ໃຊ້ເຄື່ອງເອັກສະເຣກວດພົບດັ່ງກ່າວ.

ຈາກການສືບສວນພົບວ່າ ກັນຊາທັງໝົດ ແມ່ນຖືກຂົນມາຈາກເມືອງຫາດໃຫຍ່ ແຂວງສົງຂາ ໂດຍມີປາຍທາງທີ່ ນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ ໂດຍຜູ້ກ່ຽວໄດ້ຮັບຄ່າຈ້າງ ຄັ້ງລະ 1,000 ໂດລາ ພ້ອມຮັບສາລະພາບວ່າ ເຮັດມາແລ້ວເປັນເທື່ອທີສາມ.

 

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...