Home​ຂ່າວທ່ອງທ່ຽວຂຸນນ້ຳກອງແລງ ວັງນຳມໍລະກົດ ແຫ່ງຫີນບູນ

ຂຸນນ້ຳກອງແລງ ວັງນຳມໍລະກົດ ແຫ່ງຫີນບູນ

Published on

ທ່ອງທ່ຽວກັບລາວໂພສຕ໌ວັນນີ້ ຈະພາທຸດຄົນມາທ່ຽວທຳມະຊາດທີ່ບ້ານນາຄື, ເມືອງ ຫີນບູນ ຂຶ້ນລົດຕາມເສັ້ນທາງເລກ 13 ໃຕ້, ຫ່າງຈາກຕົວ ເມືອງ 19 ກິໂລແມັດ ພວກເຮົາຈະໄປທີ່ຂຸນນ້ຳກອງແລງ.

ຂຸນນໍ້າກອງແລງເປັນບ່ອນກຳເນີດຂອງນ້ຳກອງແລງເຊິ່ງເປັນສາຂາຂອງນ້ຳຄອນແກ້ວ, ເປັນວັງນ້ຳສີຟ້າເຂັ້ມກວ້າງ 1960-1970 ແມັດ, ເລິກກວ່າ 25 ແມັດ, ນ້ຳໃນຂຸນກອງໃນປີໜຶ່ງຈະປ່ຽນເປັນ 3 ສີຄື: ສີຂຽວມໍລະກົດ, ແດງ ແລະ ສີຟ້າໃສ.

1592

ລັກສະນະຂອງນໍ້າຂຸນ ກອງແລງເປັນວົງຮູບຫນ່ວຍມົນຄືກັບກອກສູບຢາ.ພື້ນລຸ່ມນໍ້າມີແປວນໍ້າຢູ່ 1 ແປວ ຍາວ 22 ແມັດ (ສະເພາະບ່ອນທີ່ສາມາດເຂົ້າໄດ້) ອ້ອມຮອບ ວົງນີ້ເຕັມໄປດ້ວຍຕົ້ນຂະມ້າ,

1591

ຂຸນກອງແລງມີຕຳນານເລົ່າຂານສຶບຕໍ່ກັນມາວ່າ: ສະໃຫມກ່ອນຮອດເວລາຕອນແລງຂອງວັນສິນຈະໄດ້ຍິນສຽງດັງຕຶ່ງໆຄືກັບສຽງ ກອງແລງທີ່ຄູບາຕີຢູ່ວັດໃນຍາມແລງ, ຕາມຄວາມເຊື່ອແມ່ນຄົນບັງບົດເປັນຜູ້ຕີ. ຂຸນນ້ຳນີ້ຫ້າມຫາປາ ແລະ ຫ້າມອາບນ້ຳ. ນິທານພື້ນບ້ານກ່ຽວກັບຂຸນນໍ້າກອງແລງ ກ່ອນຫນ້ານີ້ຫຼາຍຮ້ອຍປີຜ່ານມາທີ່ວັດບ້ານນາຄືມີພະອາຈານ ອົງຫນຶ່ງຊື່ວ່າ: ຍາຄູ ປາກບ້ຽວ ແລະ ສຳມະເນນນ້ອຍອົງຫນຶ່ງ (ບໍ່ປະກົດມີຊື່) ທັງສອງໄດ້ມາອາບນໍ້າຢູ່ໃນຂຸນແຫ່ງນີ້ອາບນ້ຳແລ້ວກໍ່ນັ່ງງອຍງ່າ ໄມ້ສູບຢາພໍດີກອກຢາຫຼຸດມືຕົກລົງພື້ນນ້ຳເພື່ອຊອກຫາກອກຢາ ສ່ວນອ້າຍຈົວນ້ອຍກໍ່ຢູ່ເທິງຖ້າຕໍ່ສົ້ນໄໝໃສ່ຫຼອດອື່ນຈົນ ຫມົດ 7 ຫຼອດພໍດີຍາຄູກໍ່ເຖິງພື້ນນ້ຳຢູ່ຈຸດໃຈກາງຂອງຂຸນນັ້ນຍາຄູໄດ້ພົບທໍ່ແກ້ວໃຫຍ່ອັນຫນຶ່ງເປັນສີມໍລະກົດໃສງາມ ແຕ່ມີນ້ຳຢູ່ໃນໃຫຍ່ເທົ່າກັບກອງ(ກອງດຶກ, ກອງເພນຫຼືກອງແລງ)ທີ່ຄູບາໃຊ້ຕີຢູ່ວັດກໍ່ເລີຍຮ້ອງຂຸນແຫ່ງນີ້ວ່າ: ຂຸນນກອງແລງຫຼືຂຸນນ້ຳກອງແລງ ມາຮອດປະຈຸບັນນີ້.

159

ຂຸນກອງແລງ ເປັນອີກສະຖານທີ່ໜຶ່ງ ນອກຈາກສະມີຄວາມສວຍງາມທາງທຳມະຊາດ ແລະ ມີຈຸດທີ່ໂດດເດັ່ນຄືສີນ້ຳທີ່ເປັນສີຟ້າຂຽວຄືມໍລະກົດແລ້ວ ຍັງມີຕຳນານທີ່ໜ້າສົນໃຈໄວ້ໃຫ້ຄົນຮຸ່ນຫຼັງໄດ້ສຶກສາ ແລະ ຫາຄຳຕອບທີ່ແທ້ຈິງຂອງປິດສະໜາໃນວັງວົນແມ່ນ້ຳແຫ່ງນີ້ຕໍ່ໄປ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...