Homeຂ່າວເຫດການກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດຊຸດທີ VIII ຈະໄຂຂຶ້ນ 20-23 ເມສານີ້!

ກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດຊຸດທີ VIII ຈະໄຂຂຶ້ນ 20-23 ເມສານີ້!

Published on

ຂປລ. ກອງ​ປະຊຸມ​ຄັ້ງ​ປະຖົມ​ມະ​ລຶກ ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ຈະ​ໄຂ​ຂຶ້ນ​​ແຕ່​ວັນ​ທີ 20-23 ​ເມສາ 2016 ທີ່​ນະຄອນຫລວງ​ວຽງຈັນ, ​ໂດຍ​ຈະ​ມີ​ການ​ພິຈາລະນາ​ຕັດສິນ ​ແລະ ຮັບຮອງຫລາຍ​ບັນຫາ​ສຳຄັນ​ພື້ນຖານ​ຂອງ​ຊາດ ​ເປັນ​ຕົ້ນ​ແມ່ນ​ໂຄງ​ປະກອບ​ການຈັດ​ຕັ້ງ ​ແລະ ບຸກຄະລາ​ກອນ​ຂອງ​ສະພາ​ແຫ່ງ​ຊາດ, ​ການ​ເລືອກ​ຕັ້ງ​ປະທານ​ປະ​ເທດ ​ແລະ ຮອງ​ປະທານ​ປະ​ເທດ, ການ​ເລືອກ​ຕັ້ງ​ນາຍົກລັດຖະມົນຕີ, ​ໂຄງ​ປະກອບ​ການຈັດ​ຕັ້ງ​ຂອງລັດຖະບານ ​ແລະ ການສະ​ເໜີ​ແຕ່ງ​ຕັ້ງ​ຮອງ​ນາຍົກລັດຖະມົນຕີ, ພ້ອມ​ດ້ວຍ​ຄະນະ​ລັດຖະບານ​ຊຸດ​ໃໝ່.

ທີ່​ປະຊຸມຍັງ​ຈະ​ໄດ້​ພິຈາລະ​ນາ ​ແລະ ຮັບຮອງເອົາ​ການ​ເລືອກ​ຕັ້ງ​ ຫົວໜ້າອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ແລະ ປະທານ​ສານ​ປະຊາຊົນ​ສູງ​ສຸດ, ຮັບ​ຟັງ​ການ​ລາຍ​ງານ​ການ​ເຄື່ອນ​ໄຫວ​ປະຕິບັດໜ້າທີ່​ໄລຍະ 5 ປີຜ່ານມາ ​ຂອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ນາຍົກລັດຖະມົນຕີ, ຫົວໜ້າອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ແລະ ປະທານ​ສານ​ປະຊາຊົນ​ສູງ​ສຸດ. ກອງ​ປະຊຸມ ຍັງ​ຈະ​ໄດ້​ຮັບຮອງ​ເອົາ​ວິ​ໄສ​ທັດ​ຮອດ​ປີ 2030, ຍຸດ​ທະ​ສາດ​ຮອດ​ປີ 2025 ​ແລະ ​ແຜນ​ພັດທະນາ​ເສດຖະກິດ–ສັງຄົມ 5 ປີ ຄັ້ງ​ທີ III 2016-2020, ພິຈາລະນາ​ຮັບຮອງ​ເອົາ​ບົດ​ລາຍ​ງານ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽວກັບວິ​ໄສ​ທັດ​ຮອດ​ປີ 2030, ຍຸດ​ທະ​ສາດ​ຮອດ​ປີ 2025 ​ແລະ ທິດ​ທາງ​ແຜນການ 5 ປີ ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII, ລວມທັງ​ແຜນການ​ສ້າງ ​ແລະ ປັບປຸງ​ກົດໝາຍ 5 ປີ​ ຕະຫລອດ​ອາຍຸ​ການຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII 2016-2020, ພິຈາລະ​ນະຮັບຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ວຽກງານ​ສະພາ​ແຫ່ງ​ຊາດ ​ແລະ ມະຕິ​ວ່າ​ດ້ວຍ​ວຽກງານ​ລັດຖະບານ.

ກອງ​ປະຊຸມ​ຍັງ​ຈະ​ໄດ້​ຮັບ​ຟັງການ​ລາຍ​ງານ​ ຂອງ​ຄະນະ​ກຳມະການ​ເລືອກ​ຕັ້ງ​ລະດັບ​ຊາດ ກ່ຽວກັບ​ຜົນ​ການ​ເລືອກ​ຕັ້ງສະມາຊິກສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ​ແລະ ສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ແຂວງ, ພ້ອມ​ທັງ​ຢັ້ງຢືນ​ຄຸນ​ລັກສະນະ​ຂອງ​ສະມາຊິກສະພາ​ແຫ່ງ​ຊາດ​ ຊຸດ​ທີ VIII, ສິ່ງ​ສຳຄັນ ​ແລະ ມີ​ຄວາມໝາຍສຳຄັນ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ຈະ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ໃຫ້​ທິດ​ຊີ້​ນຳ​ຂອງ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກປະຊາຊົນ​ປະຕິວັດ​ລາວ.

ທ່ານ ປອ. ກຸ​ແກ້ວ ອັກຄະ​ມຸນຕີ ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ປະທານ​ກຳມາ​ທິການ​ຕ່າງປະ​ເທດ ສະພາ​ແຫ່ງ​ຊາດ ​ໄດ້​ຖະ​ແຫລ​ງຂ່າວ​ຕໍ່ສື່​ມວນ​ຊົນ​ໃນ​ວັນ​ທີ 11 ​ເມສາ ນີ້ ພ້ອມ​ທັງ​ລະບຸ​ວ່າ: ກອງ​ປະຊຸມ​ຄັ້ງ​ປະຖົມ​ມະ​ລຶກຄັ້ງນີ້​ ແມ່ນ​ເຫດການ​ສຳຄັນ​ທາງ​ປະຫວັດສາດ​ຂອງ​ຊາດ, ທີ່ມີ​ຄວາມໝາຍທາງ​ດ້ານ​ການ​ເມືອງຢ່າງໜັກ​ແໜ້ນ, ທັງ​ຢັ້ງຢືນ​ເຖິງ​ຄວາມ​ເປັນ​ເອກະ​ພາບ ​ແລະ ຄວາມ​ເຊື່ອໝັ້ນຂອງ​ປວງ​ຊົນຕໍ່ການ​ນຳ​ພັກ–ລັດ ​ແລະ ​ແມ່ນໝາກຜົນ​ຂອງ​ການຈັດ​ຕັ້ງ​ປະຕິບັດ ​ແນວທາງ​ການ​ປ່ຽນ​ແປງ​ໃໝ່ຮອບ ດ້ານທີ່​ມີ​ຫລັກການ​ຂອງ​ພັກ ​ເພື່ອ​ກ້າວ​ໄປ​ສູ່​ການຈັດ​ຕັ້ງ​ປະຕິບັດ​ມະຕິ X ຂອງ​ພັກ ​ເພື່ອ​ປັບປຸງ​ອຳນາດ​ລັດ ປະຊາທິປະ​ໄຕປະຊາຊົນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...