Homeຂ່າວເຫດການຜູ້ນຳພັກ-ລັດ ຕ້ອນຮັບຜູ້ປະຈຳການ ຄະນະເລຂາທິການ ສູນກາງພັກກອມມູນິດຫວຽດນາມ

ຜູ້ນຳພັກ-ລັດ ຕ້ອນຮັບຜູ້ປະຈຳການ ຄະນະເລຂາທິການ ສູນກາງພັກກອມມູນິດຫວຽດນາມ

Published on

ຂປລ. ຕອນ​ບ່າຍ​ວັນ​ທີ 11 ​ເມສາ ນີ້, ການ​ນຳ​ພັກ-ລັດ ​ເຊິ່ງປະກອບ​ມີສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ​ ປະຕິວັດ​ລາວ​ ແລະ ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບຂອງສະຫາຍ ດິງ​ເຖຮິ່ງ ກຳມະການ​ກົມ​ການ​ເມືອງ​, ຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ພ້ອມ​ຄະນະ ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ​ ແຕ່​ວັນ​ທີ 11-13 ​ເມສາ ນີ້.

ABC_3391 choummali 2​ໃນ​ໂອກາດ​ນີ້, ຜູ້ນໍາ​ເຮົາ​ຕ່າງ​ກໍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຕໍ່​ການ​ມາ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນທາງ​ການ​ຂອງ​ສະຫາຍ ດິງ​ເຖຮິ່ງ ພ້ອມ​ຄະນະ ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ອັນ​ສຳ ຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ​ໃຫ້​ນັບ​ມື້​ກວ້າງຂວາງ ​​ແລະ ແຕກ​ດອກ​ອອກ​ຜົນ​ຍິ່ງ​ຂຶ້ນ. ພ້ອມທັງ​ໄດ້​ຕີ​ລາຄາ​ການ​ພົວພັນ​ຮ່ວມ​ມື​ ລາວ-ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ພັກ, ລັດຖະບານ ​ແລະ ປະຊາຊົນຫວຽດນາມ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ອັນ​ໃຫຍ່​ຫລວງ, ລ້ຳ​ຄ່າ​ແກ່​ປະຊາຊົນ​ລາວ​ ມາ​ໂດຍ​ຕະຫລອດ. ພັກ, ລັດຖະບານ ​ແລະ ປະຊາຊົນ​ລາວ ຈະ​ເຮັດ​ສຸດ​ຄວາມ​ສາມາດ​ຂອງ​ຕົນຮ່ວມ​ກັບ​ ພັກ, ລັດຖະບານຫວຽດນາມ ​ເພື່ອ​ປົກ​ປັກ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​​ແບບພິ​ເສດ ລາວ-ຫວຽດນາມ ​ໃຫ້​ນັບ​ມື້​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຕົວ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ຊາດ ​ເພື່ອ​​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ສະຫາຍ ​ເລຂາທິການ​ໃຫຍ່ ບຸນ​ຍັງ​ ວໍລະ​ຈິດ ຍັງ​ໄດ້​ຝາກ​ຄຳ​ຢື້​ຢາ​ມຖາມ​ຂ່າວ ​ອັນ​ສະໜິດສະໜົມ​ເຖິງ ສະຫາຍ ຫງວຽນ​ຝູຈ້ອງ ​ເລຂາທິການ​ໃຫຍ່, ສະຫາຍ ​ເຈີ​ນດາຍ​ກວາງ ປະທານ​ປະ​ເທດ ​ແລະ ບັນ ດາ​ສະຫາຍ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ, ລັດຖະບາ​ນຫວຽດນາມ ​ແລະ ຕອບ​ຮັບ​ຄຳ​ເຊີນ​ຂອງສະຫາຍ​ເລຂາ ທິການ​ໃຫຍ່ ຫວຽນ​ຝູຈ້ອງ ​ແລະ ສະຫາຍ ​ເຈີ​ນດາຍ​ກວາງ ປະທານ​ປະ​ເທດ ​ແຫ່ງ ສສ ຫວຽດນາມ ທີ່​ຈະ​ໄປ​ຢ້ຽມຢາມ ສສ ຫວຽດນາມ ​ໃນ​ເວລາ​ທີ່​ເໝາະ​ສົມ.

​ໃນ​ໂອກາດ​ດຽວ​ກັນ, ​ສະຫາຍ ດິງ​ເຖຮິ່ງ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ເປັນ​ຢ່າງ​ສູງ ທີ່​ຜູ້ ນຳ​ພັກ-ລັດ​ຂອງລາວ ​ໄດ້​ສະຫລະ​ເວລາ​ຕ້ອນ​ຮັບ​ຄະນະ​ຜູ້​ແທນ​ໃນ​ຄັ້ງ​ນີ້ ​ແລະ ​ໄດ້​ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວ ​ແລະ ອວຍພອນ​ປີ​ໃໝ່​ລາວ ຈາກ​ຜູ້ນຳ​ພັກ, ລັດ ​ແລະ ການ​ນຳ​ຂັ້ນ​ສູງຂອງ ສສ ຫວຽດນາມ ມາ​ຍັງບັນດາ​ຜູ້ນຳ​ພັກ, ລັດ ​ແລະ ການ​ນຳ​ຂັ້ນ​ສູງ​ຂອງ​ລາວ. ພ້ອມ​ທັງ​ແຈ້ງ​ໃຫ້​ຊາບເຖິງ​ຜົນ​ການ​ພົບ​ປະ​ສອງ​ຝ່າຍ​ ກັບ ສະຫາຍ ພັນ​ຄຳ ວິພາ​ພັນ ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ປປ ລາວ ພ້ອມ​ດ້ວຍ​ຄະນະ.

pani 3​ໃນ​ຕອນ​ເຊົ້າ​ວັນ​ທີ 12 ​ເມສາ 2016 ນີ້ ທີ່​ສະພາ​ແຫ່ງ​ຊາດ ສະຫາຍນາງ ປານີ ຢາ​ທໍ່​ຕູ້ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານ​ສະພາ​ແຫ່ງ​ຊາດ ກໍ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງສະຫາຍ ດິງ​ເຖຮິ່ງ ກຳມະການ​ກົມ​ການ​ເມືອງ​, ຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ພ້ອມ​ຄະນະ​ເຊັ່ນ​ດຽວ​ກັນ.

DSC_8644   vankhamvipha 4

ແຫລ່ງຂ່າວ:

ຂປລ

 

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...