Homeຂ່າວທ້ອງຖິ່ນເກືອບ 30 ຄອບ­ຄົວ​ເຄາະ​ຮ້າຍ ຈາກ​ເຫດ​ໄຟ​ໄໝ້​ທີ່​ໄຊ​ຍະ​ຮັບ​ເຄື່ອງ​ຊ່ວຍ­ເຫຼືອ

ເກືອບ 30 ຄອບ­ຄົວ​ເຄາະ​ຮ້າຍ ຈາກ​ເຫດ​ໄຟ​ໄໝ້​ທີ່​ໄຊ​ຍະ​ຮັບ​ເຄື່ອງ​ຊ່ວຍ­ເຫຼືອ

Published on

ທີ 7 ເມ­ສາ ຜ່ານ​ມາ ທ່ານ ພົງສະ­ຫວັນ ສິດ​ທະ​ວົງ, ເຈົ້າ­ແຂວງ​ໄຊ​ຍະບູ​ລີ ພ້ອມ​ດ້ວຍ​ຄະ­ນະ​ໄດ້​ມອບ​ເຄື່ອງ​ຊ່ວຍເຫຼືອ​ບັນ­ເທົາ​ທຸກ​ໃຫ້​ແກ່​ຄອບ­ຄົວ​ທີ່​ປະ ສົບ​ເຄາະ​ຮ້າຍ​ຈາກ​ໄຟ​ໄໝ້​ທີ່​ຫ້ອງ­ການ ບ້ານ​ຫ້ວຍ​ຈ້ວງ ເມືອງ​ຫົງ​ສາ ແຂວງ​ໄຊຍະ​ບູ​ລີ.

   ທ່ານ ຄຳ​ເພັດ ພົມ​ມະ​ລາດ ວ່າ­ການເຈົ້າ­ເມືອງໆ​ຫົງ​ສາໄດ້​ລາຍ​ງານ​ວ່າ: ໃນ ເວ­ລາ 18-19 ໂມງຂອງ​ວັນ​ທີ 6 ເມ­ສາ 2016 ຢູ່​ບ້ານ​ດັ່ງ­ກ່າວ​ໄດ້​ມີ​ໄຟ​ລາມ​ປ່າມາ​ໄໝ້​ເຮືອນ​ຂອງ​ປະ­ຊາ­ຊົນ​ຈຳ­ນວນໜຶ່ງ​ຢູ່​ພາຍ​ໃນ​ບ້ານ, ສາ­ເຫດ​ທີ່​ເກີດ​ອັກ­ຄີໄພ​ໄຟ​ໄໝ້​ໃນ​ຄັ້ງ​ນີ້ແມ່ນ​ການ​ຈູດ​ໄຮ່​ຂອງປະ­ຊາ­ຊົນ​ພາຍ​ໃນ​ບ້ານ​ເອງ​ໄດ້​ຮັບ​ຜົນເສຍ​ຫາຍ​ທັງ​ໝົດ 27 ຄອບ­ຄົວ, ປະ­ກອບມີ: ເຮືອນ, ລົດ​ຊີ້ງ, ລົດ­ຈັກ, ໂຮງ­ສີ​ເຂົ້າ, ສັດ­ລ້ຽງ​ຈຳ­ນວນ​ໜື່ງ ແລະ​ອື່ນໆ. ຄາດຄະ­ເນ​ຜົນ​ເສຍ​ຫາຍ​ໃນ​ເບື້ອງ​ຕົ້ນ​ປະ­ມານ 3 ຕື້​ກວ່າ​ກີບ.

ຈາກ​ນັ້ນ​ໃນ​ພິ­ທີ ທ່ານ ພົງ​ສະ­ຫວັນ ສິດ​ທະ​ວົງ, ກໍ​ໄດ້​ມອບ​ເຄື່ອງ​ບັນ­ເທົາ​ທຸກເປັນ­ຕົ້ນ​ແມ່ນ​ເຄື່ອງ​ອຸ­ປະ­ໂພກ​ບໍ­ລິ­ໂພກ, ເຄື່ອງ­ນຸ່ງ​ຫົ່ມ, ເຄື່ອງ­ໃຊ້​ສອຍ, ເຂົ້າ­ສານ ແລະ​ອື່ນໆ ນອກ​ນິ້​ຍັງ​ມີ​ບັນ­ດາ​ພະ​ແນກການ, ຫ້ອງ­ການ, ນັກ­ທຸ­ລະ­ກິດ, ເມືອງໄຊ​ຍະ​ບູ​ລີ, ເມືອງ​ຫົງ​ສາຕະ­ຫຼອດ​ຮອດຜູ້​ປະ­ກອບ​ການກໍ​ໄດ້​ມອບ​ເຄື່ອງ​ຊ່ວຍ ເຫຼືອ​ບັນ­ເທົາ​ທຸກ​ໃນ​ຄັ້ງ​ນິ້​ຕື່ມ​ອີກລວມມູນ​ຄ່າ​ຫຼາຍ​ກວ່​າ 40 ລ້ານ​ກີບ, ໂດຍ​ມີທ່ານ​ວ່າ­ການ​ເຈົ້າ­ເມືອງໆ​ຫົງ​ສາ ແລະ​ປະຊາ​ຊົນ​ທີ່​ຖືກ​ປະ­ສົບ​ເຄາະ​ເປັນ​ຜູ້​ກ່າວ​ຮັບ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...