spot_img
Homeໜັງໃໝ່ຕົວຢ່າງໃໝ່ຂອງ Teenage Mutant Ninja Turtles: Out of the Shadows ຈັດໜັກຈັດເຕັມກວ່າເກົ່າ

ຕົວຢ່າງໃໝ່ຂອງ Teenage Mutant Ninja Turtles: Out of the Shadows ຈັດໜັກຈັດເຕັມກວ່າເກົ່າ

Published on

ເປັນເລື່ອງປົກກະຕິຂອງໜັງທີ່ປະສົບຄວາມສຳເລັດໃນດ້ານລາຍຮັບ ເວລາທີ່ມີພາກຕໍ່ກໍມັກຈະເຮັດແບບບ້າລະຫ່ຳຫຼາຍຂຶ້ນ, ເຊິ່ງໜັງເລື່ອງ Teenage Mutant Ninja Turtles: Out of the Shadows ກໍຄືກັນ. ສຳລັບຕົວຢ່າງໃໝ່ເບິ່ງໄດ້ທີ່

ແລະໂຕເກົ່າ

ຈາກທີ່ເຫັນໄດ້ໃນຕົວຢ່າງສະບັບເຕັມທີ່ຫາກ່ອນເຜີຍແພ່ອອກມານັ້ນ (5 ມື້ກ່ອນ 55+) ມີສາກແອັກຊັ່ນບ້າເດືອດຕັ້ງແຕ່ໃຕ້ດິນ, ເທິງດິນ, ເທິງນ້ຳ ຈົນໄປຮອດເທິງຟ້າ ພ້ອມດ້ວຍເທັກນິກພິເສດປະການຕາຫຼາຍຂຶ້ນກວ່າພາກທຳອິດອີກ.

image

ສຳລັບໜັງເລື່ອງນີ້ແມ່ນກ່ຽວກັບ ພວກນິນຈາເຕົ່າທີ່ຕ້ອງຮ່ວມມືກັບພັນທະມິດມະນຸດແລະສະປລິນເຕີ ໃນການຢຸດແຜນການຮ້າຍຂອງ ດຣ.ແບັກຊະເຕີ ສະຕ໋ອກໂຮມ ກັບສະເຣດເດີ ໃນຂະນະດຽວກັນ ກໍມີໂຕຮ້າຍໂຕໃໝ່ຈາກມິຕິເອັກມາບຸກນິວຢອກ ທີ່ມີພະລັງອຳນາດທີ່ອັນຕະລາຍຫຼາຍ

image

ໃນຕົວຢ່າງໃໝ່ນີ້ຍັງໄດ້ບອກເຖິງເນື້ອເລື່ອງເພີ່ມຕື່ມມ ກ່ຽວກັບນ້ຳຢາສີມ້ວງທີ່ສາມາດປ່ຽນມະນຸດໃຫ້ກາຍເປັນມະນຸດເຄິ່ງສັດໄດ້ ເຮັດໃຫ້ພວກນິນຈາບາງຄົນຢາກໃຊ້ປ່ຽນໂຕເອງໄປເປັນຄົນ ເພື່ອຈະບໍ່ຕ້ອງຢູໃນເງົາມືດອີກຕໍ່ໄປ

ສຳລັບໜັງມີກຳນົດເຂົ້າສາຍວັນທີ 3 ມິຖຸນານີ້, ແຕ່ສຳລັບປະເທດໄທແມ່ນວັນທີ 2 ມິຖຸນາ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...