Homeຂ່າວເຫດການຮອງ​ເຈົ້າ​ຄອງ​ ນ.ວ ຮຽກຮ້ອງ​ໃຫ້​ສະຫຼອງປີ​ໃໝ່​ ຢ່າງ​ມີ​ສະຕິ ຮັກສາປະເພນີອັນດີງາມຂອງຊາດ!

ຮອງ​ເຈົ້າ​ຄອງ​ ນ.ວ ຮຽກຮ້ອງ​ໃຫ້​ສະຫຼອງປີ​ໃໝ່​ ຢ່າງ​ມີ​ສະຕິ ຮັກສາປະເພນີອັນດີງາມຂອງຊາດ!

Published on

ວັນ​ທີ 7 ​ເມສາ​ນີ້, ທ່ານ​ ສາຍທອງ ​ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ​ໄດ້​ຖະ​ແຫຼງຕໍ່​ສື​ມວນ​ຊົນ​ວ່າ: ​ເນື່ອງ​ຈາກ​ບຸນປີ​ໃໝ່​ລາວ​ປີ​ນີ້ ​​ໄດ້​ພັກ​ຍາວ​ກ່ວາທຸກ​ປີຄື: ເລີ່​ມ​ແຕ່​ວັນ​ທີ 13 – 16 ​ເມສາ​ນີ້, ສຳລັບ​ກິດຈະ​ກຳ​ຕ່າງໆ​ແມ່ນ​ຈະ​​ເລີ່​ມຈັດ​ຂຶ້ນ​ໃນ​ວັນ​ທີ 13 ​ເມສາ​ເປັນ​ຕົ້ນ​ໄປຄື: ຢູ່ບໍລິເວນ​ຫາດ​ດອນ​ຈັນ​ ​ແລະ ​ເສັ້ນທາງ​​ແຄ​ມຂອງ, ຖະໜົນ​ເສດ​ຖາ​ທິລາດ, ຈະ​ມີ​ການ​ເປີດ​ຕະຫຼາດນັດວາງສະ​ແດງ ​​ແລະ ຂາຍ​ສິນຄ້າ, ​ແຂ່ງຂັນ​ກິລາ, ຕົບ​ພະທາດ​ຊາຍ, ​ແຫ່ນາງ​ສັງຂານ ແລະ ຫົດສົ່ງພະພຸດທະຮູບຕາມປະເພນີ ແລະ ວັນທີ 16 ຈະມີພິທີໃສ່ບາດ, ຖວາຍສັງຄະທານ, ບາສີສູ່ຂວັນ ດັ່ງ​ເຄີຍ​ປະຕິບັດ​ມາ ​ແລະ ​ເພື່ອ​ເຮັດ​ໃຫ້​ບຸນປີ​ໃໝ່​ລາວ​ປີ​ນີ້​ ຮັກສາ​ໄດ້​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ, ​ຈຶ່ງ​ຮຽກຮ້ອງ​ໃຫ້​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ກໍ​ຄື​ຊາວ​ນະຄອນ​ຫຼວງ​ວຽງ​ຈັນ, ຈົ່ງ​ຫຼິ້ນ​ບຸນປີ​ໃໝ່ຢ່າງ​ມີ​ສະຕິ, ​ໂດຍ​ສະ​ເພາະ​ແມ່ນ​ໄວ​ໜຸ່ມ​ໃຫ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​, ເປັນຕົ້ນແມ່ນການຫົດນ້ຳ ຕ້ອງໃຊ້ນຳທີ່ສະອາດ ແລະ ບໍ່ໃຫ້ໃຊ້ຖົງຢ່າງດຶກ, ແກວ່ງໃສ່ກັນ, ການນຸ່ງຖືກໍຕ້ອງໃຫ້ສຸພາບຮຽບຮ້ອຍ, ບໍ່ໃຫ້ນຸ່ງເຄື່ອງທີ່ມີລັກຊະນະໂປ້ເປືອຍຈົນເກີນໄປ, ການດື່ມກິນກໍໃຫ້ມີສະຕິ, ເມົາແລ້ວຫ້າມຂັບລົດຢ່າງເດັດຂາດ ​ແລະ ສິ່ງ​ສຳຄັນ​ ແມ່ນ​ພ້ອມ​ກັນ​ຮັກສາ​ຄວາມ​ເປັນ​ລະບຽບຮຽບຮ້ອຍ ​ແລະ ຄວາມ​ສະອາດ​ຕາມ​ຖະໜົນຫົນທາງ ​ແລະ ສະຖາ​ນທີ່​ຈັດ​ງານ​ຕ່າງໆ,​ ດ້ວຍ​ການ​ບໍ່​ຖິ້ມ​ຂີ້​ເຫຍື້ອ​ຊະຊາຍ, ​ໃຫ້​ພໍ່​ແມ່​ຜູ້​ປົກຄອງ​ຈົ່ງເປັນເຈົ້າການ ບອກສອນລູກຫຼານຂອງຕົນ ໃນການຫຼິ້ນບຸນປີໃໝ່​ ໃຫ້​ມີ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ​ ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ສະຫງົບ​ປອດ​ໄພ, ໂດຍສະເພາະແມ່ນການຫົດສົງ​ກັນ ​ຕ້ອງໃຊ້ນ້ຳທີ່ສະອາດ, ຕ້ອງຂໍອະນຸຍາດຈາກເພີ່ນເສຍກ່ອນຈຶ່ງຫົດ, ຫ້າມບໍ່ໃຫ້ຫຼິ້ນສິ່ງເປິະເປື້ອນ, ການໄປມາຕ້ອງມີສະຕິ ເພື່ອປ້ອງກັນບໍ່ໃຫ້ມີອຸປະຕິເຫດ​ເກີດ​ຂຶ້ນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...