Homeຂ່າວເຫດການຄະນະປະຈຳສະພາແຫ່ງຊາດ ດຳເນີນກອງປະຊຸມສາມັນເປີດກວ້າງ

ຄະນະປະຈຳສະພາແຫ່ງຊາດ ດຳເນີນກອງປະຊຸມສາມັນເປີດກວ້າງ

Published on

ຂປລ. ກອງ​ປະຊຸມ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສະ​ໄໝສາມັນ​ເປີດ​ກວ້າງ ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ຂອງວັນ​ທີ 11 ​ເມສາ ນີ້ ທີ່​ສະ​ພາ​ແຫ່ງ​ຊາດ ​ໂດຍ​ການ​ເປັນ​ປະທານຂອງ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມ.

ກອງ​ປະຊຸມດັ່ງກ່າວ, ​ ​ໄດ້​ຄົ້ນ​ຄວ້າ ປະກອບ​ຄຳ​ຄິດ​ເຫັນ ​ແລະ ສະຫລຸບ​ວຽກງານ ​ທີ່​ສຳຄັນ​ເປັນ​ຕົ້ນ​ ​ໄດ້ລາຍ​ງານຄວາມ​ພ້ອມ​ໃນ​ການ​ກະກຽມດ້ານ​ເນື້ອ​ໃນ, ດ້ານ​ບໍລິຫານຂອງ​ກອງ​ປະຊຸ​ມຄັ້ງ​ປະຖົມ​ມະ​ລຶກ​ ຂອງ​ສະພາ​ແຫ່ງ​ຊາດຊຸດ​ທີ VIII; ລາຍ​ງານ​ວິ​ໄສ​ທັດ​ຮອດ​ປີ 2030, ຍຸດ​ທະ​ສາດ​ຮອດ ​ ປີ 2025 ​ແລະ ​ແຜນການ 5 ປີ ຂອງ​ສະພາ​ແຫ່ງ​ຊາດ ຊຸດ ທີ VIII, ລາຍ​ງານ​ການ​ກະກຽມ​ເນື້ອ ​ໃນ​ຂົງ​ເຂດ​​ເສດຖະກິດ ​ແລະ ປຶກສາ​ຫາລືວຽກງານ​ສຳ​ຄັນ​ບາ​ງບັນຫາ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...