spot_img
Homeຂ່າວພາຍ​ໃນສານອວຍພອນປີໃໝ່ລາວ ພສ 2559 ຂອງປະທານປະເທດແຫ່ງ ສປປ ລາວ

ສານອວຍພອນປີໃໝ່ລາວ ພສ 2559 ຂອງປະທານປະເທດແຫ່ງ ສປປ ລາວ

Published on

ພີ່ນ້ອງ​ຊາວ​ລາວ​ຢູ່​ພາຍ​ໃນ ແລະ ຕ່າງປະເທດ ທີ່​ຮັກແພງ​ທັງຫຼາຍ.

ເນື່ອງ​ໃນ​ໂອກາດ​ສົ່ງ​ທ້າຍ​ປີ​ເກົ່າ ປີ​ມະແມ ​ພສ 2558 ແລະ ຕ້ອນຮັບ​ປີ​ໃໝ່ ປີ​ວອກ ​ພສ 2559 ຂ້າພະເຈົ້າ​ມີ​ຄວາມ​ປິ​ຕິ​ຊົມຊື່ນ​ເປັນຢ່າງ​ຍິ່ງ ຂໍ​ສົ່ງ​ພອນ​ໄຊ​ອັນ​ປະເສີດ ມາ​ຍັງ​ພີ່ນ້ອງ​ຊາວ​ລາວ ຢູ່​ພາຍໃນ​ປະເທດ ແລະ ຕ່າງປະເທດ​ທຸກ​ຖ້ວນ​ໜ້າ ພ້ອມ​ທັງ​ຊາວ​ຕ່າງ​ດ້າວ ແລະ ຊາວ​ຕ່າງປະເທດ​ທີ່​ດຳລົງ​ຊີວິດ ແລະ ປະຕິບັດ​ໜ້າທີ່​ຂອງ​ຕົນ​ຢູ່ ​ສປປ ລາວ ຂໍ​ໃຫ້​ທຸກໆ​ຄົນ​ຈົ່ງ​ມີ​ແຕ່​ຄວາມ​ເບີກບານ​ມ່ວນຊື່ນ ເພື່ອ​ຕ້ອນຮັບ​ປີ​ໃໝ່​ລາວ ທີ່​ຈະ​ມາ​ເຖິງ​ນີ້.

ປີ​ມະແມ ​ພສ 2558 ເປັນ​ປີ​ທີ່ມີ​ຄວາມ​ສຳຄັນ ເປັນ​ປະຫວັດສາດ​ຂອງ​ພວກ​ເຮົາ​ທົ່ວ​ປວງ​ຊົນ​ລາວ​ບັນດາເຜົ່າ ໄດ້​ພ້ອມ​ກັນ​ສະເຫຼີມສະຫຼອງ​ ວັນ​ສ້າງຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ ຄົບຮອບ 60 ປີ ວັນຊາດ​ທີ 2 ທັນວາ ຄົບຮອບ 40 ປີ ພັກ​ປະຊາຊົນ​ປະຕິວັດ​ລາວ ໄດ້​ດຳເນີນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ​ຄັ້ງ​ທີ X ສຳເລັດ​ຜົນ​ຢ່າງ​ສະຫງ່າ​ງາມ​ໃນ​ມໍ່ໆ​ມານີ້ ໄດ້​ສຳເລັດ​ການ​ປ່ອນ​ບັດເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງຊາດ ​ຊຸດ​ທີ VIII ແລະ ສະມາຊິກສະພາ​ປະຊາຊົນ​ຂັ້ນ​ແຂວງ-ນະຄອນຫຼວງ​ໃນ​ທົ່ວ​ປະເທດ​ດ້ວຍ ບັນຍາກາດ​ອັນ​ຟົດຟື້ນ.

ທັງ​ໝົດ​ນີ້​ແມ່ນ​ເຫດການ​ການເມືອງ​ ທີ່​ເປັນ​ປະຫວັດສາດ​ຂອງຊາດ​ລາວ​ເຮົາ.

ປີ​ມະແມທີ່​ຜ່ານ​ພົ້ນ​ໄປ ເຖິງ​ວ່າສະພາບ​ຄວາມ​ຫຍຸ້ງຍາກ ແລະ ອຸປະສັກ​ຕ່າງໆ​ ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ປະເທດ​ເຮົາ​ໃນ​ຫຼາຍ​ດ້ານ​ກໍ່​ຕາມ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ-ລັດຖະບານ​ປະຊາຊົນ​ບັນດາເຜົ່າທົ່ວ​ປະເທດ ​ໄດ້​ເປັນ​ເຈົ້າ​ການ​ຜ່ານຜ່າ​ຄວາມ​ຫຍຸ້ງຍາກ ສຸມ​ໃສ່​ແກ້ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ການ​ປະຕິບັດ​ເປົ້າ​ໝາຍ​ສະຫັດສະ​ວັດ​ ຂອງ​ອົງການ​ສະຫະ​ປະຊາຊາດ ການ​ປະຕິບັດ​ວຽກ​ງານສາມ​ສ້າງ​ຢ່າງ​ແຂງແຮງ ຢູ່​ໃນຂອບ​ເຂດ​ທົ່ວ​ປະເທດ ເຮັດ​ໃຫ້​ປະເທດ​ມີ​ສະຖຽນ​ລະ​ພາບ​ທາງດ້ານ​ການເມືອງ​ໜັກ​ແໜ້ນ ການພັດທະນາ​ເສດຖະກິດ-ສັງຄົມ ໄດ້ສືບຕໍ່​ຂະຫຍາຍຕົວ​ຕໍ່​ເນື່ອງ ການລົງທຶນຈາກ​ພາຍ​ໃນ ແລະ ຕ່າງປະເທດໄດ້​ເພີ່ມ​ຂຶ້ນ ລວມ​ຍອດຜະລິດ​ຕະ​ພັນ​ພາຍ​ໃນ​ມີ​ອັດຕາເຕີບ​ໂຕ ປະມານ 7,5% ສະເລ່ຍ ບັນລຸ​ໄດ້​ປະມານ 1.875 ໂດ​ລາສະຫະລັດ​ຕໍ່​ຄົນ​ຕໍ່​ປີ ຊີວິດ​ການເປັນ​ຢູ່​ຂອງ​ປະຊາຊົນ​ບັນດາເຜົ່າ ໄດ້​ຮັບ​ການ​ປັບປຸງ​ຍົກ​ລະດັບ​ດີຂຶ້ນ ຄອບຄົວ​ທຸກ​ຍາກ​ໄດ້​ຫຼຸດ​ລົງ ຍັງ​ເຫຼືອ​ປະມານ 6,9% ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ​ສປປ ລາວ ກັບ​ບັນດາ​ປະເທດ​ເພື່ອນ​ມິດ ແລະ ອົງ​ການຈັດຕັ້ງ​ສາກົນ ໄດ້ສືບຕໍ່​ຂະຫຍາຍຕົວ​ຢ່າງ​ກວ້າງຂວາງ ​ເຮັດ​ໃຫ້​ຖານະ​ບົດບາດ ແລະ ອິດ​ທິ​ພົນ​ຂອງ ​ສປປ ລາວ ນັບ​ມື້​ສູງ​ຂຶ້ນ​ໃນ​ເວທີ​ສາກົນ.

ພີ່ນ້ອງ​ຮ່ວມ​ຊາດ​ທີ່​ຮັກແພງ​ທັງຫຼາຍ.

ປີ​ວອກ ​ພສ 2559 ເປັນ​ປີທຳ​ອິດ​ໃນ​ການຈັດຕັ້ງ​ປະຕິບັດ ແລະ ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ X ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ແລະ ປະຕິບັດແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ​ ຄັ້ງ​ທີ VIII ທັງ​ເປັນ​ການໝູນວຽນ​ອາ​ຊຽນ ເຊິ່ງ ​ສປປ ລາວ ຈະ​ໄດ້​ເປັນ​ເຈົ້າພາບ​ຈັດກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ແລະ ກອງ​ປະຊຸມ​ອື່ນໆ​ຂຶ້ນ ໂດຍມີ​ປະມຸກ​ລັດ ຫົວໜ້າ​ລັດຖະບານຈາກ​ປະເທດ​ຕ່າງໆ​ໃນ​ທົ່ວ​ໂລກ ​ທີ່ມີ​ການ​ພົວພັນ​ກັບ​ປະຊາ​ຄົມ​ເສດຖະ​ກິດ​ອາ​ຊຽນ​ ກໍ່​ຈະ​ເຂົ້າ​ມາ​ຮ່ວມກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ​ທີ່ຈະ​ຈັດ​ຂຶ້ນ​ຢູ່ ​ສປປ ລາວ ພວກ​ເຮົາໃນຕໍ່ໜ້າ​ນີ້.

ດ້ວຍ​ເຫດ​ນີ້ ຂ້າພະເຈົ້າ​ຮຽກຮ້ອງ​ມາ​ຍັງ​ພີ່ນ້ອງ​ຮ່ວມ​ຊາດທຸກໆ​ຄົນ ​ຈົ່ງ​ພ້ອມພຽງ​ກັນ​ເພີ່ມທະວີ​ຄວາມ​ສາມັກຄີ​ເປັນ​ປຶກແຜ່ນ​ແໜ້ນໜາ ພ້ອມ​ກັນ​ຜ່ານຜ່າ​ຄວາມ​ຫຍຸ້ງຍາກ ແລະ ສິ່ງທົດ​ສອບ​ທ້າ​ທາຍ​ທຸກ​ປະການ​ສູ້ຊົນ​ປະຕິບັດ​ມະຕິ​ກອງ​ປະຊຸມໃຫຍ່ ຄັ້ງ​ທີ X ຂອງ​ພັກ ແຜນ​ພັດທະ​ນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ VIII ເພື່ອ​ເຮັດ​ໃຫ້​ປະຊາຊົນບັນດາເຜົ່າ​ຮັ່ງມີ​ຜາ​ສຸກ ປະເທດຊາດ​ມັ່ງ​ຄັ່ງ​ເຂັ້ມແຂງ ສັງຄົມ​ມີຄວາມ​ສາມັກຄີ​ປອງ​ດອງ​ປະຊາທິປະໄຕ​ຍຸຕິ​ທຳ ແລະ ມີ​ຄວາມ​ຮຸ່ງເຮືອງ​ສີວິໄລ.

ໃນ​ໂອກາດ​ເລີກ​ງາມ​ຍາມ​ດີ​ມື້ຂຶ້ນ​ປີ​ໃໝ່ ຂ້າພະເຈົ້າ​ຕາງໜ້າໃຫ້ການ​ນຳ​ຂອງ​ພັກ-ລັດ ​ສປປ ລາວ ແລະ ໃນ​ນາມ​ສ່ວນ​ຕົວ ຂໍສົ່ງ​ພອນ​ໄຊ​ອັນ​ປະເສີດ​ ມາ​ຍັງ​ພີ່ນ້ອງ​ຊາວ​ລາວ​ທຸກ​ຖ້ວນ​ໜ້າທີ່​ຢູ່ພາຍ​ໃນ ແລະ ຕ່າງປະເທດ ຈົ່ງປະສົບ​ແຕ່​ຄວາມ​ຜາ​ສຸກ​ໃນ​ຊີວິດສ່ວນ​ຕົວ ຄອບຄົວ ແລະ ມີ​ຜົນ​ສຳເລັດ​ໃນ​ໜ້າທີ່​ວຽກ​ງານ ​ຍາດ​ໄດ້ໄຊຊະນະ​ໃໝ່​ຍິ່ງ​ໃຫຍ່​ກວ່າ​ເກົ່າ.

ພິເສດ ຂ້າພະເຈົ້າ​ກໍ່​ຂໍ​ຝາກຄວາມ​ຢ້ຽມຢາມ​ຖາມ​ຂ່າວ​ອັນ​ອົບອຸ່ນ ​ມາ​ຍັງ​ພະນັກງານ ທະຫານ ຕຳຫຼວດ ພະນັກງານ​ຮັບ​ເບ້ຍບຳນານ ຜູ້​ເສຍ​ອົງຄະ ແລະ ປະຊາ​ຊົນ​ບັນດາເຜົ່າ​ທຸກ​ຖ້ວນ​ໜ້າ ທີ່​ກຳລັງ​ຮັກສາ​ປິ່ນປົວ​ຢູ່​ຕາມ​ໂຮງໝໍ​ແຫ່ງ​ຕ່າງໆ ​ຈົ່ງ​ຫາຍ​ຈາກ​ພະຍາດ​ໂລຄາ​ໂດຍ​ໄວ ເພື່ອ​ກັບ​ຄືນເມືອ​ຫາ​ຄອບຄົວ ກົມ​ກອງ ເພື່ອສືບຕໍ່​ປະຕິບັດ​ເຮັດ​ໜ້າທີ່​ປົກ​ປັກຮັກສາ ແລະ ສ້າງສາ​ພັດທະນາປະເທດ​ຊາດ.

ປີ​ວອກ ​ພສ 2559 ຂໍ​ໃຫ້​ສິ່ງ​ສັກສິດ​ໃນ​ໂລກ​ນີ້ ​ດົນ​ບັນດານ​ໃຫ້ທຸກໆ​ຄົນ​ຈົ່ງ​ມີ​ແຕ່​ຄວາມ​ຢູ່​ເຢັນເປັນ​ສຸກ ປາສະຈາກ​ພະຍາດ​ໂລຄາ​ທັງ​ປວງ ປີ​ໃໝ່​ນີ້​ຂໍ​ໃຫ້​ໄດ້​ຮັບແຕ່​ສິ່ງ​ດີໆທຸກ​ປະການ​ເທີ້ນ.

ສະບາຍດີ​ປີ​ໃໝ່

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...