Homeໜັງໃໝ່ມາແລ້ວ! ຕົວຢ່າງໃໝ່ຂອງຮູບເງົາ Fantastic Beasts and Where to Find Them

ມາແລ້ວ! ຕົວຢ່າງໃໝ່ຂອງຮູບເງົາ Fantastic Beasts and Where to Find Them

Published on

ຫຼ້າສຸດນີ້ທາງ Warner Bros. Pictures ໄດ້ປ່ອຍຕົວຢ່າງໃໝ່ຂອງໜັງແນວເວດມົນແບບ Fantastic Beasts and Where to Find Them ອອກມາໃຫ້ເຮົາໄດ້ເບິ່ງກັນແລ້ວ

ສຳລັບຕົວຢ່າງໃໝ່ນີ້ຈະເປັນການແນະນຳໂລກເວດມົນໃນນະຄອນນິວຢອກ (New York) ທີ່ເບິ່ງແລ້ວພິສະດານແຕກຕ່າງແຕ່ວ່າກໍມີຄວາມຄ້າຍຄຶງກັນກັບໂລກໃນອັງກິດທີ່ເຮົາຄຸ້ນເຄີຍກັນດີຈາກ Harry Potter

image

ໃນຕົວຢ່າງໜັງຍັງເຜີຍໃຫ້ເຫັນເຖິງການເດີນທາງມາທີ່ອາເມຣິກາຄັ້ງທຳອິດຂອງ Newt Scamander (Eddie Redmayne) ພາຍໃຕ້ການສະໜັບສະໜູນຂອງ Dumbledore (ໃນເລື່ອງ Harry Potter ຫັ້ນແຫຼະ ^^) ເພື່ອຄົ້ນຫາສັດວິເສດຕ່າງໆ. ໃນສ່ວນທີ່ເຫຼືອຈະເປັນການສາຍສາກທີ່ແຟນໆຢາກຈະເບິ່ງຄື: ທັງສາກດວນເວດມົນ, ສາກວັດວິເສດທີ່ອອກມາໃຫ້ເບິ່ງໜ້ອຍໜຶ່ງ ແລະຍັງບອກໃບ້ເຖິງອັນຕະລາຍທີ່ກຳລັງຖ້າຢູ່

ໜັງເລື່ອງນີ້ໄດ້ບອກເລົ່າເຖິງເຫດການໃນປີ 1926 ທີ່ Newt Scamander ນັກສັດວິເສດວິທະຍາແຫ່ງໂລກເວດມົນຂອງອັງກິດໄດ້ຮັບມອບໝາຍໃຫ້ເດີນທາງໄປອາເມຣິກາເພື່ອເຮັດບັນທຶກກ່ຽວກັບສັດມະຫັດສະຈັນຕ່າງໆຢູ່ຫັ້ນ, ເພື່ອຂຽນໜັງສື “ສັດມະຫັດສະຈັນແລະຖິ່ນທີ່ຢູ່” ແລະນຳພາພວກເຂົາສູູ່ເລື່ອງລາວປະຈົນໄພເມື່ອສັດວິເສດບາງໂຕຫຼຸດອອກໄປຈາກກະເປົາທີ່ Scamander ໃຊ້ເກັບຮັກສາພວກມັນໄວ້ ເຊິ່ງໜັງນັ້ນຈະມີກຳນົດເຂົ້າສາຍໃນວັນທີ 17 ພຶດສະພານີ້

ສຳລັບຕົົວຢ່າງໜັງ

ແລະ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...