Homeຂ່າວພາຍ​ໃນບໍລິສັດຄວາມຫວັງໃໝ່ ລົງທຶນ 7 ລ້ານໂດລາ ຜະລິດອາຫານສັດ ຫລຸດຜ່ອນການນໍາເຂົ້າ!

ບໍລິສັດຄວາມຫວັງໃໝ່ ລົງທຶນ 7 ລ້ານໂດລາ ຜະລິດອາຫານສັດ ຫລຸດຜ່ອນການນໍາເຂົ້າ!

Published on

ຂປລ. ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະ​ທານ​ປະ​ເທດ​ ແຫ່ງ ສປປ ລາວ ຢ້ຽມຢາມ​​ໂຮງງານ​ຜະລິດ​ຫົວອາຫານ​ສັດ​ ຂອງ​ບໍລິສັດ​ ຄວາມ​ຫວັງ​ໃໝ່​ ໃນ​ວັນ​ທີ 7 ​ເມສາ ນີ້ ຢູ່ເຂດ​ພັດທະນາ ​ກວມ​ລວມ​ໄຊ​ເຊ​ດຖາ ​ນະຄອນ​ຫລວງ​ວຽງ​ຈັນ​. ​ເຊິ່ງບໍລິສັດ​ດັ່ງກ່າວ​, ມີ​ຄວາມ​ສາມາດ​ຜະລິດ ​ໄດ້ 30 ​ໂຕນ​ຕໍ່​ມື້ ​ແລະ ສາມາດ​ສະໜອງ​​ໃຫ້​ລູກ​ຄ້າ ​​​ໃນ​ນະຄອນຫລວງວຽງ​ຈັນ, ​ແຂວງ​ພາກ​ກາງ ​ແລະ ​​​ແຂວງ​ພາກໃຕ້​.

ທ່ານ ລີ​ເຄີ ອໍານວຍ​ການ​ ບໍລິສັດ​ ຄວາມ​ຫວັງ​ໃໝ່​ ໄດ້​ລາຍ​ງານ​ໃຫ້​ຊາບ​ວ່າ: ບໍລິສັດ​ຂອງ​ພວກ​ເຮົາ​ ໄດ້​ສໍາ​ເລັດ​ ການ​ກໍ່ສ້າງ​ໂຮງງານ ​ແລະ ຜະລິດ​ຢ່າງ​ເປັນ​ທາງ​ການ ​ໃນ​ປີ 2014  ​ໂດຍ​ລົງທຶນ​ເບື້ອງ​ຕົ້ນ 7 ລ້ານ​ໂດ​ລາ​ສະຫະລັດ, ປັດຈຸບັນ ສາມາດ​ຜະລິດ​ໄດ້ 30 ​ໂຕນ​ຕໍ່​ມື້ ​ແລະ ຄາດ​ວ່າ​ຈະ​ເພີ່ມ​ປະລິມານ ​ການ​ຜະລິດ​ໃຫ້​ໄດ້ 50 ​ໂຕນ​ຕໍ່​ມື້ ​ແລະ ຈະ​ຂະຫຍາຍ​ ຕະຫລາດ​ທົ່ວ​ປະ​ເທດ​ໃນ​ຕໍ່ໜ້າ. ​ເນື່ອງຈາກ​ວ່າ​ ຄວາມ​ຕ້ອງການ​ຂອງ​ລູກຄ້າ ​ຍັງສືບ​ຕໍ່​ເພີ່ມ​ຂຶ້ນຢ່າງ​ກວ້າງຂວາງ. ສໍາລັບ​ໂຮງງານ​ຜະລິດ ​ຫົວອາຫານ​ຂອງ​ພວກ​ເຮົາ ​ແມ່ນ​ຜະລິດ​ຫົວອາຫານ​ປາ ​ແລະ ​ໄກ່​ ໂດຍ​ກໍານົດ​ລາຄາ​ແຕ່ 98.000 ​ຫາ 123.000 ກີບຕໍ່​ເປົາ​.

ສປປ ລາວ​ ຍັງ​ອາ​ໃສ​ການ​ນໍາ​ເຂົ້າ ​ອາຫານ​ສັດ​ ຈາກ​ຕ່າງປະ​ເທດ​ ເປັນ​ສ່ວນ​ໃຫຍ່​​ ເຊັ່ນ: ​ໄທ, ຫວຽດນາມ ​ແລະ ສປ ຈີນ ​ເຊິ່ງບັນຫາ​ດັ່ງກ່າວ, ​ໄດ້​ເຮັດ​ໃຫ້​ ຜູ້​ປະກອບ​ການ​ລ້ຽງສັດ​ ໄດ້​ປະ​ເຊີນກັບການ​ເຮັດ​ໃຫ້​ ຕົ້ນ​ທຶນ​ການ​ຜະລິດສູງ​ຂຶ້ນ. ສະ​ນັ້ນ,​ ປະ​ເທດ​​ເຮົາ​ແມ່ນ​ໜຶ່ງ​ໃນ​ 10 ປະ​ເທດ​ສະມາຊິກ​ອາ​ຊຽນ ທີ່​ມີ​ຄວາມ​ອຸດົມສົມບູນ​ ທາງ​ດ້ານແຫ​ລ່ງວັດຖຸ​ດິບ ​ຈາກ​ທໍາ​ມະ​ຊາດ ​ເຊັ່ນ: ​ແຫ​ລ່ງນໍ້າ, ​ເນື້ອ​ທີ່​ຜະລິດ​ກະສິກໍາ, ການ​ລ້ຽງສັດ ​ແລະ ອື່ນໆ ​ເຊິ່ງທັງໝົດ​​ເຫລົ່າ​ນັ້ນ​ ​ສາມາດ​ສ້າງ​ ກາລະ​ໂອກາດ​ເຮັດ​ໃຫ້​ທຸລະ​ກິດ​ ການ​ຜະລິດ​ກະສິກໍາ, ການ​ລ້ຽງສັດ ​ແລະ ການສົ່ງ​ອອກ​​ ເທົ່າ​ທຽມ​ສາກົນ ​ແລະ ພາກ​ພື້ນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...