Homeຂ່າວທ້ອງຖິ່ນສະບຽງອາຫານນະຄອນຫຼວງ ຮັບປະກັນສະໜອງຊີ້ນພຽງພໍໄລຍະປີໃໝ່ລາວ

ສະບຽງອາຫານນະຄອນຫຼວງ ຮັບປະກັນສະໜອງຊີ້ນພຽງພໍໄລຍະປີໃໝ່ລາວ

Published on

ບໍລິສັດ ລັດ​ວິ​ສາ​ຫະ​ກິດສະບຽງ​ອາຫານ ນະຄອນຫຼວງ​ວຽງຈັນ ຮັບປະກັນ​ສະໜອງ​ຊີ້ນ​ໄດ້ພຽງພໍ​ໃນ​ໄລຍະ​ບຸນປີໃໝ່​ລາວ ຄະນະ​ທີ່​ຮຽກຮ້ອງ​ມາ​ຍັງ​ບັນດາຊາວ​ຜູ້​ຄ້າຂາຍ​ຊີ້ນ ໃຫ້​ພ້ອມ​ກັນ​ປະຕິບັດ​ຕາມ​ແຈ້ງການ​ຢ່າງ​ເຂັ້ມ​ງວດ ບໍ່​ຄວນ​ສວຍໂອກາດ​ນີ້​ຂຶ້ນ​ລາຄາ ບໍ່​ໃຫ້​ເອົາປຽບ​ລະຫວ່າງ​ຜູ້​ຂາຍ ແລະ ຜູ້​ຊື້ ກໍ່​ຄືຜູ້​ບໍລິໂພກ ແຕ່​ຄວນ​ຈະ​ມີຄວາມ​ເປັນ​ທຳ ມີ​ຄວາມ​ເອື້ອເຟື້ອເພື່ອ​ແຜ່ ເຮັດ​ໃຫ້ການ​ສະເຫຼີມສະຫຼອງ​ງານ​ບຸນປີໃໝ່​ລາວ ​ພສ 2559 ມີ​ບັນຍາກາດ​ຄຶກຄື້ນມ່ວນຊື່ນ.

 

ຂໍ້ມູນຈາກ: Vientiane Mai

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...