Homeປະເພນີ-ວັດທະນະທຳຍັບມໍ່ເຂົ້າມາແລ້ວ ສຳລັບບຸນສົງການ ປີໃຫມ່ລາວ ພສ 2559

ຍັບມໍ່ເຂົ້າມາແລ້ວ ສຳລັບບຸນສົງການ ປີໃຫມ່ລາວ ພສ 2559

Published on

ຍັບມໍ່ເຂົ້າມາແລ້ວ ສຳລັບບຸນສົງການ ປີໃຫມ່ລາວ ພສ 2559
ຕະຫຼອດໄລຍະກຸດສົງການນີ້ມີຫຼາຍວັນທີ່ຄວນເຮັດຫຼັງຈາກນັ້ນຈຶ່ງກຽມຂຶ້ນສູ່ປີໃໝ່ກັນ.ບາງບ້ານບາງເມືອງຕ່າງແມ່ນໄດ້ຈັດຫ້າງຫາກະກຽມເພື່ອສືບຮີດບ້ານຄອງເມືອງໃຫ້ປະຕິບັດຕາມນິທານພື້ນເມືອງກ່າວໄວ້ດັ່ງເລື່ອງທ້າວກະບິນລະພົມເຊິ່ງຂໍສະເໜີໂດຍຫຍໍ້ພໍກຳເລື່ອງໄດ້ດັ່ງນີ້: ທ້າວກະບິນລະພົມ ຫຼື ພະຍາອົງນີ້ໄປພ່າຍແພ້ການພະນັນກັນກັບລູກຊາຍເສດຖີຜູ້ໜຶ່ງຊື່ວ່າ ທຳມະບານ ກຸມມານກໍ່ຈຳເປັນຕ້ອງໄດ້ຕັດຫົວຕົວເອງ,ແຕ່ທ້າວມະຫາສົງການຜູ້ນີ້ມີລິດເດດເກັ່ງກ້າຫຼາຍຖ້າຫົວຕົກລົງດິນກໍ່ຈະເກີດໄຟໄໝ້,ໂລກຈະຖືກທຳລາຍມະນຸດຈະຕາຍດັບສິ້ນ,ຫາກຈະຕົກໃນນ້ຳມະຫານະທີກວ້າງໃຫຍ່ນ້ຳກໍ່ຈະເຫືອດຫາຍແຫ້ງລົງຝຸງປານ້ອຍໃຫຍ່ກໍ່ຈະພາກັນດັບກ້ຽງ,ຫາກໂຍນຂຶ້ນສູ່ເວຫາກໍ່ຈະໄໝ້ອາກາດເຮັດໃຫ້ມວນມະນຸດ ແລະ ສັດສາວາສິ່ງໝົດອາກາດຫາຍໃຈຕາຍ.ສະນັ້ນເພື່ອຊ່ວຍໃຫ້ມວນມະນຸດໂລກຍືນຍົງຕໍ່ໄປພະຍາກະບິນລະພົມຈຶ່ງເອີ້ນເອົາລູກສາວນາງທັງ7ມາພົບແລະສັ່ງວ່າໃຫ້ເອົາພາຖາດຄຳມາຮອງຮັບຫົວພໍ່ແລ້ວແຫ່ປະທັກຂິນອ້ອມເຂົາພະສຸເມນໂນລາດ.

ເມື່ອຄົບກຳໜົດ365ວັນ(ໂລກສົມມຸດວ່າ1ປີ)ເຖິງເດືອນ5ຟ້າລ່ວງຫຼືກຸດສົງການຖ້າມື້ສັງຂານລ່ວງຖືກວັນໃດໃຫ້ລູກສາວປະຈຳວັນນັ້ນ(ນາງສັງຂານ)ທີ່ຂີ່ສັດທີ່ເປັນພາຫະນະຂອງຕົນເປັນຫົວໜ້າໄປແຫ່ເອົາຫົວຂອງພໍ່ອອກຈາກຖ້ຳເພື່ອມາຫົດສົງລ້າງສວ່າຍດ້ວຍນ້ຳອົບນ້ຳຫອມໃຫ້ສະອາດແລ້ວແຫ່ອ້ອມເຂົາພະສຸເມນໂນລາດແລ້ວຈຶ່ງເອົາໄປໄວ້ບ່ອນເກົ່າ.

ປີນີ້ແມ່ນຕົກໃສ່ວັນພຸດທີ13 ເປັນ ຜຽນຂອງນາງມົນທາເທວີ ຂີ່ມ້າລໍ. ຄົນບູຮານເຮົາເຊື່ອຖືກັນຫຼາຍ ຍ້ອນສາເຫດທີ່ໄດ້ກ່າວມານີ້ເອງເມື່ອເຖິງຍາມກຸດສົງການປີໃໝ່ແຕ່ລະປີ ປະຊາຊົນລາວຈຶ່ງເອົານ້ຳອົບນ້ຳຫອມຫຼືນ້ຳດອກໄມ້ໄປສົງຣະພຸດທະຮູບ, ຫົດສົງພໍ່ແມ່ເຖົ້າແກ່ , ຄູບາອາຈານ ແລະຍາດພີ່ນ້ອງເພື່ອນຝູງແລະແຂກຄົນໄປມາເພື່ອຄວາມເປັນສິລິມຸງຄຸນສືບຕາມນິທານຕໍ່ກັນມາຈົນເຖິງປັດຈຸບັນ.

ເນື່ອງຈາກວ່ານາງສັງຂານມີອາຫານເປັນເລືອດ ຄຳທຳນາຍຈິ່ງຮ້າຍແຮງ ຫຼື ເກີດເຫດການໄຟໄໝ້ຈຸດໃຫຍ່ໆຂຶ້ນໄດ້ທຸກຄົນລະວັງ ມີສະຕິໃນການດຳລົງຊີວິດ ຢ່າປະໝາດເປັນອັນຂາດ

ການສະຫຼອງປີໃໝ່ ຊາວລາວແມ່ນໄດ້ຜູກຈິດຕິດກັບວັດເພາະ ເປັນໂອກາດດຽວທີ່ໄດ້ບາລະມີສູງຄື ໄດ້ສົງນ້ຳພະພຸດທະຮູບ, ພະສົງ ,ໄດ້ຕັກບາດ ຖວາຍສັງຄະທານຢ່າງຄຶກຄື້ນ.ໃນສະໄໝກ່ອນໃນວັນກຸດສົງການ ຈະຫາຄົນຂີ້ເຫຼົ້າເມົາຢາໄດ້ຍາກ ບໍ່ຄື ສະໄໝດຽວນີ້.ນອກຈາກທຳບຸນແລ້ວກໍ່ຍັງພາກັນຂົນຊາຍເມັດງາມເຂົ້າວັດເພື່ອໄປຕົບພະຊາຍ(ກໍ່ທາດເຈດີຊາຍ)ດັ່ງນີ້ເປັນຕົ້ນ.ຫຼັງຈາກນັ້ນ ກໍ່ແມ່ນການໄປຢື້ໄປຢາມຄອບຄົວ ເຕົ້າໂຮມພີ່ນ້ອງເສືອສາຍຈັດແຈງແຕ່ງພາບາສີສູ່ຂວັນ ສົມມາບູຊາຜູ້ເຖົ້າເຈົ້າເຮືອນ ແລະ ໃຫ້ພອນແດ່ລູກແດ່ຫຼານ.ຫວນຄືນຮີດເກົ່າຄອງຫຼັງ ເຫັນວ່າມັນຊ່າງຈົບງາມ .ໃນປັດຈຸບັນນີ້ ການຫຼິ້ນນ້ຳ ມັັກໃຊ້ຄວາມຮຸນແຮງໂດຍສະເພາະຕາມທ້ອງຖະໜົນ,ມັັກສາດນ້ຳໃສ່ຄົນທ່ອງທຽວຜ່ານ ຄືເອົາຖັງນ້ຳໃສ່ນ້ຳກ້ອນບັນທຸກໃສ່ລົດໄປ, ເອົານ້ຳກ້ອນໃສ່ຖົງປລາດສະຕິກ(ຖົງຢາງໃສ)ແກວ່ງໃສ່ໜ້າຄົນໂດຍສະເພາະ ກັບຜູ້ຍິງທີ່ຂີ່ລົດຈັກ ເສຍຫຼັກພະລາດຄໍຫັກຕາຍດັ່ງນີ້ເປັນຕົ້ນ.ມັກໃຊ້ແຕ່ຄວາມຮຸນແຮງ, ໃນສາຍຕາຄົນເຖົ້າກໍ່ຢາກວອນໃຫ້ເຊົາພຶດຕິກຳຫຼ້າຫຼັງນີ້ເສຍຢາກໃຫ້ທຸກຄົນຫຼິ້ນສົງການແບບລາວເດີມ.
ກ່ອນມ້ວນທ້າຍກໍ່ຢາກຝາກຄຳເຕືອນຕາມແນວທາງຂອງໝໍໂຫນບູຮານທີ່ທາຍທັກສຳລັບປີນີ້ ບອກວ່າ ເປັນປີມີດສອງຄົມ,ດີສຸດແລະຮ້າຍສຸດເພິ່ນຈຶ່ງວ່າຜູ້ໃດຕັ້ງທ່ຽງໝັ້ນທຳດີແຕ່ຫົວທີຈະມີບຸນມີໂຊກຖ້າທຳຊົ່ວບໍ່ດີກໍ່ຈະຍິ່ງປະສົບຄວາມລົ້ມເຫຼວແຮງສຸດ,ເປັນປີທີ່ມີເອກະລັກແຫ່ງການບຸກເບີກຫຼືປີແຫ່ງການເຫັນແຈ້ງ(ພຸດທະ=ພຸດ=ເປີດປະຕູສູ່ໂລກກວ້າງ),ນາງສັງຂານປະຈຳວັນພຸດຈະໃຫ້ໂຊກໄວຫຼືຊ້າຂຶ້ນກັບການກະທຳ,ຈົ່ງພິຈາລະນາເລີ່ມສິ່ງທີ່ເປັນມົງຄຸນ,ເປັນວັນພຸດທີ່ລາຫູໜີ, ຈົ່ງພາກັນຫຼີກການດື່ມສິ່ງມຶນເມົາໃນໄລຍະຫຼິ້ນສົງການ.

ຄັດຈາກບາງຕອນຂອງຫນັງສືພິມ ເສດຖະກິດ-ການຄ້າ ສະບັບວັນທີ 7 ເມສາ 2016, ໂດຍ:ກົງເດືອນ ເນດຕະວົງ)ໃນຮູບຄືລູກສາວພະຍາກະບິນລະພົມ ທັງ 7 ກຽມນຳເອົາຫົວຂອງພໍ່ອອກມາຫົດສົງໃນວັນບຸນສົງການ ປີໃຫມ່ລາວ ພສ 2558 ທີ່ນະຄອນຫຼວງວຽງຈັນ

ຂໍ້ມູນຈາກ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...