spot_img
Homeຂ່າວພາຍ​ໃນປະ­ຕິ​ມະ​ກຳ​ຊາຍ​ໃກ້​ສຳ­ເລັດ​ແລ້ວ

ປະ­ຕິ​ມະ​ກຳ​ຊາຍ​ໃກ້​ສຳ­ເລັດ​ແລ້ວ

Published on

ເພື່ອ​ເຮັດ​ໃຫ້​ງານ​ສະ­ເຫຼີມ­ສະ­ຫຼອງບຸນ­ປີ­ໃໝ່​ລາວ​ປະ­ຈຳ​ປີ ພສ 2559 ເຕັມ ໄປ​ດ້ວຍ​ບັນ­ຍາ­ກາດ​ເບີກ­ບານ​ມ່ວນ­ຊື່ນຮັກ­ສາ​ໄດ້​ມູນ­ເຊື້ອ​ວັດ­ທະ­ນະ­ທຳ​ປະ­ເພ­ນີອັນ​ດີ­ງາມ​ຂອງ​ຊາດ​ເປັນ​ທີ່​ດຶງ​ດູດ​ນັກທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ​ຕ່າງ­ປະ­ເທດເຂົ້າ ສປປ ລາວ ກໍ​ຄື​ນະ­ຄອນ­ຫຼວງ​ວຽງຈັນ ທາງ​ບໍ­ລິ­ສັດ ໄຊ​ເສດ​ຖາ ອໍ​ກະ​ໄນ​ເຊີ ຈິ່ງ​ຈັດ​ງານ​ປະ­ຕິ​ມະ​ກຳ​ຊາຍ​ຢູ່​ຫາດດອນ​ຈັນ​ຂຶ້ນ​ອີກ ປະ­ຈຸ​ບັນ​ການ​ຄວັດ​ແກະສະ​ລັກ​ຮູບ​ປັ້ນ​ຕ່າງໆ​ໃກ້​ຈະ​ສຳ­ເລັດ 100% ແລະ​ຄາດ​ວ່າ​ໄວໆນີ້ຈະ​ໃຫ້​ມວນຊົນ​ເຂົ້າ​ຊົມ​ກັນ.

ວັນ​ທີ 7 ເມ­ສາ​ຜ່ານ​ມາ ທ່ານ ນາງ ລັດ​ສະ​ດາ​ພອນ ບຸດ​ສະ​ດີ ຜູ້​ບໍ­ລິ­ຫານ​ງານບໍ­ລິ­ສັດ​ໄຊ​ເສດ​ຖາອໍ​ກະ​ໄນ​ເຊີ ໃຫ້​ສຳ­ພາດກັບ​ທີມ​ຂ່າວ​ພວກ​ເຮົາ​ວ່າ: ງານ​ປະ­ຕິ​ມະກຳ​ຊາຍ​ຄັ້ງ​ທີ 2 ນີ້ ເລີ່ມ​ລົງ­ມື​ກໍ່­ສ້າງ​ມາຕັ້ງ ແຕ່​ວັນ​ທີ 8 ມິ​ນາ​ຈົນ​ຮອດ​ປະ­ຈຸ​ບັນ​ນີ້​ການ​ແກະ​ສະ​ລັກ​ຮູບ​ປັ້ນ​ຕ່າງໆ​ແມ່ນໃກ້​ຈະ​ສຳ­ເລັດ​ແລ້ວ ຄາດ​ວ່າ​ຈະ​ເປີດ​ໃຫ້ມວນ​ຊົນ​ເຂົ້າ​ຊົມ​ກັນ​ທ້າຍ​ອາ­ທິດ​ນີ້​ເປັນຕົ້ນ​ໄປ​ສ່ວນ​ມື້​ເປີດ​ງານ​ຢ່າງ​ເປັນ​ທາງການ​ແມ່ນ​ໃນ​ລະ­ຫວ່າງ​ວັນ​ທີ 13-16 ເມສາ 2015 ໃນ​ໂອ­ກາດ​ສົ່ງ​ທ້າຍ​ປີ​ເກົ່າ ພສ 2558 ແລະ​ຕ້ອນ­ຮັບ​ປີ​ໃໝ່ ພສ 2559 ທີ່​ຈະ​ມາ​ເຖິງ ເພື່ອ​ເຮັດ​ໃຫ້​ບຸນ­ປີ­ໃໝ່​ລາວ ເຕັມ​ໄປ​ດ້ວຍ​ບັນ­ຍາ­ກາດ​ຄວາມ​ເບີກ­ບານມ່ວນ­ຊື່ນ​ຮັກ­ສາ​ໄດ້​ມູນ­ເຊື້ອ​ວັດ­ທະ­ນະ ທຳ​ປະ­ເພ­ນີ​ອັນ​ດີ­ງາມຂອງ​ຊາດ​ແນ­ໃສ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ເຂົ້າ​ມາທ່ຽວ​ຊົມ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຫຼາຍ​ຂຶ້ນ​ກວ່າ​ປີ­ຜ່ານ­ມາ.

ງານ​ປະ­ຕິ​ມະ​ກຳ​ຊາຍ​ແມ່ນ​ນຳ​ເອົາ 15 ສັນ­ຍາ​ລັກ​ມາ​ຄວັດ​ແກະ­ສະ­ຫຼັກ​ເຮັດເປັນ​ຮູບ​ປັ້ນ​ບົ່ງ​ບອກ​ໃຫ້​ຮູ້​ເຖິງ​ຄວາມໝາຍ​ຂອງ 10 ປະ­ເທດ​ອາ​ຊຽນ ໃນ​ນັ້ນ ມີ​ຮູບ​ໂຕ​ຊ້າງ, ຮູບ​ພະ​ທາດ­ຫຼວງ, ຮູບ​ໂຕ ນາກ ມີ​ຄວາມ​ຍາວ​ເຖິງ 9 ແມັດ ແລະ​ຮູບອື່ນໆ ທີ່​ບົ່ງ​ບອກ​ເຖິງ​ຄວາມ​ອຸ­ດົມ­ສົມ­ບູນ ວັດ­ທະ­ນະ­ທຳ​ຂອງ​ຊາດ​ລາວ ແລະ​ປະເທດ​ອື່ນໆ.

ງານ​ປະ­ຕິ​ມະ​ກຳ​ຊາຍ​ຄັ້ງ​ນີ້​ມີ​ນັກ​ວິ­ຈິດ​ສິນ, ນັກ​ສິ­ລະ​ປິນ​ຄວັດ​ແກະ­ສະ­ຫຼັກ​ຊຽວ​ຊານ​ຈາກ​ປະ­ເທດ​ອາ​ເມ​ຣິ​ກາ, ໄທ ແລະ​ລາວ​ຮ່ວມ​ກັນ​ປະ­ດິດ​ສ້າງ​ພາບ​ຕ່າງໆຂຶ້ນ ເພື່ອ​ໃຫ້​ທຸກ​ຄົນ​ໄດ້​ເບິ່ງ​ໄດ້​ຊົມ​ປະ­ຈຸບັນ​ສ້າງ​ໄດ້ 95% ຄາດ​ວ່າ​ວັນ​ທີ 10 ເມ­ສາ​ນີ້​ຈະ​ໃຫ້​ສຳ­ເລັດ​ສົມ­ບູນ 100% ຈະ​ເລີ່ມ​ເປີດ​ໃຫ້​ມວນ​ຊົນ​ໄດ້​ເຂົ້າ​ຊົມ​ງານ​ນັບ​ແຕ່​ເວ­ລາ 9:00-21:00 ໂມງ ປີ້​ເຂົ້າ​ຊົມແມ່ນ​ລາ­ຄາ 10 ພັນ​ກີບ​ຕໍ່​ຄົນ ຊຶ່ງ​ສາ­ມາດເຂົ້າ​ຊົມ​ງານ​ໄດ້​ທຸກ​ສະ­ຖານ­ທີ່​ໂດຍ​ບໍ່​ຈຳ ກັດ ສຳ­ລັບ​ເດັກ­ນ້ອຍ​ອາ­ຍຸ 5 ປີ​ລົງ​ມາແມ່ນ​ບໍ່​ໄດ້​ເສຍ​ຄ່າ​ຜ່ານ​ປະ­ຕູ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...