Homeຂ່າວການພັດທະນາລັດຖະບານຈີນ ມອບເຄື່ອງດົນຕີຊິມໂຟນີ ໃຫ້ແກ່ລາວ ພ້ອມສົ່ງຊ່ຽວຊານມາເຝິກອົບຮົມ!

ລັດຖະບານຈີນ ມອບເຄື່ອງດົນຕີຊິມໂຟນີ ໃຫ້ແກ່ລາວ ພ້ອມສົ່ງຊ່ຽວຊານມາເຝິກອົບຮົມ!

Published on

ຂປລ. ລັດຖະບານ ​ແຫ່ງ ສປ ຈີນ ​ໄດ້​ຕົກລົງ​ເຫັນດີ​ໃຫ້ການ​ຊ່ວຍ​ເຫລືອ​ ອຸປະກອນ​ດ້ານ​ແສງ, ສີ, ສຽງ, ​ເຄື່ອງ​ໄອ​ທີ, ​ເວທີ​ສະ​ແດງ ​ແລະ ​ເຄື່ອງ​ດົນຕີ ຊິ​ມ​ໂຟນີ ​ໃຫ້​ແກ່​ລັດຖະບານ ​ແຫ່ງ ສປປ ລາວ, ພ້ອມທັງ​ໄດ້​ຈັດ​ສົ່ງ​ຊ່ຽວຊານ​ຈຳນວນ​ໜຶ່ງ ​ເພື່ອ​ຝຶກ​ອົບຮົມ​ໄລຍະ​ສັ້ນ ​ໃຫ້​ແກ່​ວິຊາ​ການ​ຂອງ​ລາວ.

​​ໃນ​ວັນ​ທີ 6 ​ເມສາ 2016 ນີ້ ທີ່​ຫ້ອງ​ວ່າການ​ລັດຖະບານ ໂດຍ​ການສົມທົບ​ ລະຫວ່າງ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ກັບ ສະຖານ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສປ ຈີ​ນ ປະຈຳ​ລາວ ​ໄດ້​ຈັດ​ພິທີ​ເຊັນ ມອບ–ຮັບ​ ເຄື່ອງ​ຊ່ວຍ​ເຫລືອ​ດັ່ງກ່າວ, ​ເຊິ່ງຕ່າງ​ໜ້າ​ໃຫ້​ແກ່​ລັດຖະບານ​ລາວ​ ແມ່ນ ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ​ ​ແລະ ຝ່າຍ​ລັດຖະບານ ສປ ຈີນ ຕາງໜ້າ​ໂດຍ ທ່ານ ກວນ ຮົວ ປິງ ​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປ ຈີນ ປະຈຳ ສປປ ລາວ ​ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີພິຍານ​ຂອງ ທ່ານ ສຈ.ດຣ ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງທ່ຽວ, ທ່ານ ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດຖະມົນຕີ ​ແລະ ພາກສ່ວນ​ກ່ຽວຂ້ອງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...