Homeຂ່າວຕ່າງປະເທດນາຍພານໃນສະຫະລັດ ປາບແຂ້ຍັກໜັກ 360 ກິິໂລກຣາມ

ນາຍພານໃນສະຫະລັດ ປາບແຂ້ຍັກໜັກ 360 ກິິໂລກຣາມ

Published on

ທ້າວ ລີ ໄລທ໌ຊີຍ໌ ນາຍພານມືອາຊີບໃນລັດຟໍຣິດາ ຂອງສະຫະລັດ ເປີດເຜີຍກັບບີບີຊີວ່າ ໄດ້ຂ້າໂຕແຂ້ຕີນເປັດອາເມລິກາ ຄວາມຍາວ 4.5 ແມັດ, ນ້ຳໜັກ 360 ກິໂລກຣາມ ຫຼັງຈາກທີ່ແຂ້ໂຕນີ້ໄດ້ລັກເຂົ້າມາກິນສັດທີ່ເຂົາລ້ຽງໄວ້ເປັນຈຳນວນຫຼາຍ.

ທ້າວ ໄລທ໌ຊີຍ໌ ບອກວ່າ ນີ້ເປັນໜຶ່ງໃນແຂ້ທີ່ໃຫຍ່ທີ່ສຸດທີ່ເຂົາເຄີຍພົບມາໃນຊ່ວງເວລາ 18 ປີ ທີ່ລາວໄດ້ເປັນນາຍພານລ່າສັດ ແລະ ຕ້ອງໃຊ້ລົດແທັກເຕີໃນການເຄື່ອນຍ້າຍມັນ ໂດຍແຂ້ຕົວນີ້ໄດ້ອາໃສໃນໜອງນ້ຳທີ່ເຂົາເປີດເຮັດຟາມເພື່ອໃຫ້ນັກທ່ອງທ່ຽວເຂົ້າໄປລ່າສັດ ເຊິ່ງລາວໄດ້ພົບມັນໃນລະຫວ່າງທີ່ນຳນັກທ່ອງທ່ຽວອອກລ່າສັດເມື່ອວັນເສົາທີ່ 2 ເມສາ ທີ່ຜ່ານມາ ເຂົາຈິ່ງໃຊ້ປີນໄຣເຟີລແຮງສູງຂ້າມັນ ເຂົາວາງແຜນຈະນຳແຂ້ໂຕນີ້ໄປທີ່ສຕັຢ ເພື່ອຈັດສະແດງຕໍ່ໄປ ສ່ວນຊີ້ນຂອງມັນຈະນຳໄປບໍລິຈາກເພື່ອການກຸສົນ.

ທັງນີ້ ທ້າວ ໄລທ໌ຊີຍ໌ ເຮັດທຸລະກິດຟາມຣ໌ໃຫ້ລ່າສັດປະເພດຕ່າງໆເຊັ່ນ: ແຂ້, ໝູປ່າ ແລະ ໄກ່ງວງ ໂດຍລາວບອກວ່າແຂ້ທີ່ໃຫຍ່ທີ່ສຸດທີ່ລາວເຄີຍຂ້າຜ່ານມາມີຄວາມຍາວປະມານ 4 ແມັດ.

ແຂ້ຕີນເປັດອາເມລິກາ ມີຖິ່ນອາໄສຕາມທຳມະຊາດທາງພາກຕະເວັນອອກສຽງໃຕ້ຂອງສະຫະລັດ ໂດຍໃນລັດຟໍລິດາ ແລ ລຸຍເຊຍນາ ເຊິ່ງມີຈຳນວນແຂ້ຕີນເປັດອາເມລິກາຫຼາຍກ່ວາ 1 ລ້ານໂຕ.

ທີ່ມາຈາກ: BBC Thai

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...