Homeຂ່າວຕ່າງປະເທດເສິນຫຼົງ - ເມສຊີ ມີຊື່ກ່ຽວຂ້ອງໃນ ປານາມາເປເປີ ສ່ວນນາຍົກລັດຖະມົນຕີໄອຊ໌ແລນລາອອກແລ້ວ.

ເສິນຫຼົງ – ເມສຊີ ມີຊື່ກ່ຽວຂ້ອງໃນ ປານາມາເປເປີ ສ່ວນນາຍົກລັດຖະມົນຕີໄອຊ໌ແລນລາອອກແລ້ວ.

Published on

ປານາມາເປເປີ ເຜີຍຂໍ້ມູນລັບຮົ່ວໄຫຼຄັ້ງໃຫຍ່ທີ່ສຸດ ເສັ້ນທາງການຟອກເງິນ ຂອງຜູ້ມີອິດທິພົນ ແລະ ຄົນດັງທົ່ວໂລກ ທັງຜູ້ນຳປະເທດ,ນັກການເມືອງ, ນັກເຕະຊື່ດັງ ພົບມີລາຍຊື່ຄົນໄປກ່ຽວຂ້ອງຫຼາຍຄົນ ດ້ານນາຍົກລັດຖະມົນຕີໄອຊ໌ແລນລາອອກຈາກຕຳແໜ່ງ ຫຼັງມີຊື່ໃນເອກະສານລັບ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານເມື່ອວັນທີ 4 ເມສາ 2016 ທີ່ຜ່ານມາວ່າ ສະມາຄົມຜູ້ສື່ຂ່າວສືບສວນນານາຊາດ ຫຼື ICIJ ໄດ້ມີການເຜີຍແຜ່ເອກະສານລັບທີ່ອ້າງວ່າເປັນລາຍຊື່ ຜູ້ນຳ ແລະ ຄົນດັ່ງກ່ວາ 140 ຈາກ 50 ປະເທດທົ່ວໂລກ ກ່ຽວຂ້ອງກັບການຟອກເງິນ ແລະ ໜີພາສີ ຫຼືທີ່ຮຽກວ່າ ປານາມາເປເປີ ໃນຈຳນວນນັ້ນມີຄົນໄທລວມຢູ່ເຖິງ 21 ຄົນ.

ice1

ໂດຍລາຍງານລະບຸວ່າ ເອກະສານສະບັບດັ່ງກ່າວເປັນຂອງບໍລິສັດ ມອສແຊດ ຟອນເຊກາ ບໍລິສັດກົດໝາຍໃນປານາມາ ເຊິ່ງເນື້ອໃນຂອງເອກະສານສະແດງໃຫ້ເຫັນວິທີການທີ່ີບໍລິສັດແຫ່ງນີ້ຊ່ວຍເຫຼືອລູກຄ້າເພື່ອເຮັດການຟອກເງິນ ແລະ ເຊື່ອງຊັບສິນໃນບໍລິສັດຕ່າງຊາດຂອງຄົນດັງຕ່າງໆ ແຕ່ເມື່ອມີການກວດສອບບໍ່ພົບວ່າມີບໍລິສັດທີ່ມີການຈົດທະບຽນຈັດຕັ້ງໃນຕ່າງປະເທດ 214,488 ບໍລິສັດທີ່ມີຢູ່ຕົວຈິງ.

ນອກຈາກນີ້ເອກະສານສະບັບດັ່ງກ່າວຍັງລະບຸອີກວ່າມີນັກການເມືອງ ແລະ ຄົນດັງທີ່ມີຊື່ຟອກເງິນກັບບໍລິສັດແຫ່ງນີ້ປະກອບດ້ວຍ:

ບຸກຄົນໃກ້ຊິດປະທານາທິບໍດີ ວາລາດີມີຣ໌ ປູຕິນ ຂອງລັດເຊຍ
ນາຍົກລັດຖະມົນຕີ Sigmundur David Gunnlaugsson ຂອງໄອຊ໌ແລນ ແລະ ຖະຣິຍາ
ບຸກຄົນໃນຄອບຄົວຂອງທ່ານ ສີ ຈິ້ນຜິງ ຜູ້ນຳຈີນ
ທ່ານ ເດວິດ ຄາເມຣອນ ນາຍົກລັດຖະມົນຕີອັງກິດ
ປະທານາທິບໍດີ ອາຣ໌ເຊີຣ໌ໄບຈານ
ລີໂອເນລ ເມສຊີ
ຢູເຈນິໂອ ຟິເກີເຣໂດ ອະດີດປະທານສະຫະພັນເຕະບານສະເປນ
ແຈັດກີ້ ຊານ ຫຼື ເສິນຫຼົງ
ລວມທັງລາຍຊື່ບໍລິສັດ ແລະ ມາເຟຍທີ່ກ່ຽວຂ້ອງກັບການຄ້າຢາ ແລະ ກໍ່ການຮ້າຍ ທີ່ຂຶ້ນບັນຊີໃນສະຫະລັດ ແລະ ມະຫາເສດຖີໃນທຳນຽບການຈັດອັນດັບຂອງວາລະສານຟຣອບສ໌ອີກ 29 ຄົນ.

ເວັບໄຊ໌ເດິກາດ້ຽນ ລາຍງານວ່າ ທ່ານເດວິດ ກັນເລດສັນ ນາຍົກລັດຖະມົນຕີຂອງປະເທດໄອຊ໌ແລນ ເປັນຜູ້ນຳຄົນທຳອິດ ທີ່ໄດ້ປະກາດລາອອກຈາກຕຳແໜ່ງແລ້ວ ຫຼັງທີ່ເຂົາ ແລະ ພັນລະຍາ ມີຊື່ປະກົດໃນເອກະສານລັບປານາມາ ອີກທັງຍັງຖືກປະຊາຊົນກ່ວາ 7.5% ຂອງປະເທດລວມກົດດັນໃຫ້ເຂົາພົ້ນຈາກຕຳແໜ່ງຫຼັງມີຊື່ກ່ຽວກັບເອກະສານດັ່ງກ່າວ.

https://youtu.be/G-4wXG7OmY4

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...