Homeຂ່າວຕ່າງປະເທດເຜີຍ​ຜູ້​ຄົນ​ນັບ​ສິບ​ລ້ານ​ດື່ມ​ນໍ້າ​ປົນ​ເປື້ອ​ນສານໜູ​ໃນ​ບັງ​ກະລາ​ເທດ

ເຜີຍ​ຜູ້​ຄົນ​ນັບ​ສິບ​ລ້ານ​ດື່ມ​ນໍ້າ​ປົນ​ເປື້ອ​ນສານໜູ​ໃນ​ບັງ​ກະລາ​ເທດ

Published on

ກຸ່ມ​ສິດທິ​ຮິ​ວ​​ແມນ​ໄຣສວອຊມີ​ລາຍ​ງານ​ມື້​ນີ້​ວ່າ ປະຈຸ​ບັນ​ຍັງ​ມີ​ປະຊາກອນ 20 ລ້ານ​ຄົນ​ໃນ​ບັງ​ກະລາ​ເທດ​ຕ້ອງ​ດື່ມ​ນໍ້າ​ປົນ​ເປື້ອນສານໜູ ພາຍຫຼັງ​ຈາກ​ພົບ​ວ່າ​ມີ​ສານພິດ​ດັ່ງກ່າວ​ປົນ​ເປື້ອນຢູ່​​ໃນ​ແຫລ່ງນໍ້າ​ຕັ້ງ​ແຕ່​ເມື່ອ 20 ປີ​ກ່ອນ.

ລາຍ​ງານ​ຮິ​ວ​ເມນ​ໄຣສວອຊລະບຸວ່າ ທາງ​ການ​ບັງ​ກະລາ​ເທດ​ຍັງ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ໄດ້ ຊຶ່ງ​ມີ​ສ່ວນ​ເຮັດ​ໃຫ້​ປະຊາຊົນ​ເສຍຊີວິດ​ປະມານ 43.000 ຄົນ​ໃນ​ແຕ່ລະ​ປີ ສ່ວນ​ໃຫຍ່​ຢູ່​ໃນ​ພື້ນ​ທີ່​ຊົນ​ນະ​ບົດ; ກໍລະນີ​ແຫ​ລ່ງນໍ້າ​ປົນ​ເປື້ອນສານພິດ​ມີ​ມາ​ຕັ້ງ​ແຕ່​ໃນ​ຍຸກ​ຫຼັງ​ປີ 1970 ​ໄລຍະ​ທີ່​ລັດຖະບານ​ບັງ​ກະລາ​ເທດ​ຊຸດ​​ເຈາະ​ແຫ​ລ່ງນໍ້າ​ຫຼາຍ​ລ້ານ​ແຫ່ງ​ເພື່ອ​ຈັດ​ຫາ​ນໍ້າ​ສະອາດ​ສຳລັບ​ປະຊາຊົນ​ທ້ອງ​ຖິ່ນ ​ໂດຍ​ບໍ່​ໄດ້​ຄິດ​ວ່າ​ເປັນ​ແຫ​ລ່ງທີ່​ມີ​ສານ​ໝູ​ປົນ​ເປື້ອນ​ໃນ​ປະລິມານ​ຫຼາຍ​, ນັກວິ​ໄຈ​ກຸ່ມ​ສິດທິ​ກ່າວ​ວ່າ ທາງ​ການ​ບັງ​ກະລາ​ເທດ​ຍັງ​ບໍ່ສາມາດ​ດຳ​ເນີນ​ການ​ໃນ​ຂັ້ນ​ພື້ນຖານ​ທີ່​ຈະ​ກຳຈັດ​ສານໜູ​ຈາກ​ແຫ​ລ່ງນໍ້າ​ບໍລິ​ໂພ​ກສຳລັບ​ປະຊາຊົນ​ຫຼາຍ​ລ້ານ​ຄົນ​ໃນ​ພື້ນ​ທີ່​ຊົນນະບົດ​ເນື່ອງ​ຈາ​ກລະບົບ​ບໍລິຫານ​ຈັດການ​ບໍ່ດີ ​ແລະ​ສະຖານະ​ການ​ໃນ​ປະຈຸ​ບັນ​ຮ້າຍ​ແຮງ​​ເທົ່າໆ​ກັບ​ເມື່ອ 15 ປີ​ກ່ອນ, ອົງການ​ອະນາ​ໄມ​ໂລກ​ລະບຸ​ວ່າ ວິ​ກິດ​ສານໜູ​ໃນ​ບັງ​ກະລາ​ເທດ​ນັບ​ເປັນ​ເຫດ​ປະຊາກອນ​ໄດ້​ຮັບສານພິດ​ຄັ້ງ​ໃຫຍ່​ທີ່​ສຸດ​ປະຫວັດສາດ ທັງ​ນີ້ ການ​ໄດ້​ຮັບ​ສານໜູ​ຕໍ່​ເນື່ອງ​ມີ​ສ່ວນ​ເຮັດ​ໃຫ້​ເກີດ​ມະ​ເຮັງ​ຢູ່​ຕັບ ​ໄຕ ພົກຍ່ຽວ ​ແລະຢູ່​ຜິວ​ໜັງ ລວມ​ເຖິງ​ພະຍາດ​ທີ່​ກ່ຽວ​ກັບ​ຫົວ​ໃຈ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...