Homeຂ່າວທ້ອງຖິ່ນສາລະວັນແນະນໍາ 4 ສະຖານທີ່ທ່ອງທ່ຽວຍອດນິຍົມໃນໄລຍະປີໃໝ່

ສາລະວັນແນະນໍາ 4 ສະຖານທີ່ທ່ອງທ່ຽວຍອດນິຍົມໃນໄລຍະປີໃໝ່

Published on

ແຂວງສາລະວັນແນະນໍາ 4 ສະຖານທີ່ທ່ອງທ່ຽວຍອດນິຍົມທາງທໍາມະຊາດເພື່ອຕ້ອນຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃນໄລຍະປີໃໝ່ລາວ ພສ 2559 ທີ່ຈະມາເຖິງນີ້ ຂະນະມາດຕະການຮັກຄວາມປອດໄພ ແລະ ຄ່າບໍລິການສິ່ງອໍານວຍຄວາມສະດວກຕ່າງໆເປັນບັນຫາໃຈກາງຕອ້ງຄວບຄຸມ ແລະ ກໍານົດຢ່າງເຂັ້ມງວດ.
ທ່ານ ທີບພະວົງ ສຸວັນນະແພງສີ ຫົວໜ້າຂະແໜງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທຽ່ວໄດ້ລາຍງານຫວ່າງບໍ່ດົນມານີ້ວ່າ: ຂະແໜງ ຖວທຂອງພວກເຮົາໄດ້ສົມທົບກັບຜູ້ປະກອບການທຸລະກິດແຫລ່ງທ່ອງທຽ່ວ ແລະ ອຳນາດການປົກຄອງບ້ານເພື່ອຫ້າງຫາກະກຽມສະຖານທີ່ບ່ອນຫລິ້ນ, ຮ້ານອາຫານ, ເຮືອພັກ, ໂຮງແຮມ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ປັດຈຸບັນນີ້ ພາຍໃນແຂວງສາລະວັນຂອງພວກເຮົາໄດ້ມີແຫລ່ງທ່ອງທ່ຽວຫລາຍບ່ອນ ແຕ່ບ່ອນທີ່ພວກເຮົາເນັ້ນໜັກທີ່ສຸດແມ່ນ 4 ສະຖານທີ່ຍອດນິຍົມຄື: ນ້ຳຕົກຕາດສູງ, ນ້ຳຕົກຕາດເລາະ, ນ້ຳຕົກຕາດຮັງ ແລະ ນ້ຳຕົກຕາດຖ້ຳຜາ.

ສະເພາະປີນີ້ ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຈະໄດ້ຈັດຫລາຍກິດຈະກໍາເພື່ອສົ່ງເສີມຮີດຄອງປະເພນີອັນດີງາມຂອງຊາດໃຫ້ຢູ່ຄູ່ກັບພວກເຮົາ ພ້ອມຍັງເປັນໂຄສະນາເຜີຍແຜ່ວິຖີຊີວິດຂອງປະຊາຊົນລາວບັນດາເຜົ່າໃຫ້ຊາວໂລກຮັບຮູ້ອີກດ້ວຍ ໃນນັ້ນຈະມີການບາສີສູ່ຂວັນ, ຫົດນໍ້າຜູ້ອາວຸໂສ, ການແຂ່ງຂັນຂີ່ເຮືອແພລ່ອງນ້ຳວັງຄຳເພື່ອໃຫ້ມີບັນ ຍາກາດ ເບີກບານມ່ວນຊື່ນຟົດຟື້ນ.

ສ່ວນຄ່າບໍລິການຕ່າງໆໄດ້ກໍານົດດັ່ງນີ້: ຄ່າເຮືອພັກ 50.000 ກີບ-70.000 ກີບຕໍ່ຄືນ, ຄ່າຝາກລົດຈັກ 10. 000 ກີບຕໍ່ຄັນ , ລົດໃຫ່ຍ 20.000 ກີບຕໍ່ຄັນ ເສຍ ແລະ ອື່ນໆ. ແຂວງສາລະວັນມີແຫລ່ງທ່ອງທ່ຽວທັງໝົດ89 ແຫ່ງ ໃນນັ້ນແຫລ່ງທຳມະຊາດ 48 ແຫ່ງ, ແຫລ່ງວັດທະນະທໍາ 34 ແຫ່ງ ແລະ ແຫລ່ງປະຫວັດສາດມີ 7 ສ່ວນໂຮງ ແຮມມີ 6 ແຫ່ງ, ເຮືອນພັກ 40 ແຫ່ງ ແລະ ຮ້ານອາຫານ 43 ແຫ່ງ.

 

ຂ່າວຈາກ: ຂ່າວປະເທດລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...