Homeຂ່າວການພັດທະນາປະທານປະເທດ ຊີ້ນຳແຂວງວຽງຈັນ ສ້າງຕົວແບບດ້ານການຜະລິດ ໃຫ້ຫລາຍຂຶ້ນ!

ປະທານປະເທດ ຊີ້ນຳແຂວງວຽງຈັນ ສ້າງຕົວແບບດ້ານການຜະລິດ ໃຫ້ຫລາຍຂຶ້ນ!

Published on

ຂປລ. ດ້ວຍຄວາມ​ເປັນຫ່ວງເປັນໄຍຂອງ ຜູ້ນຳພັກ–ລັດ ທີ່ມີຕໍ່ພະນັກງານ, ທະຫານຕຳຫລວດ ກໍຄືປະຊາຊົນບັນດາເຜົ່າ ໃນແຂວງວຽງຈັນ, ໃນວັນທີ 5 ເມສາ ນີ້ ທ່ານ ຈູມມະລີ ໄຊຍະສອນ ປະທານປະ ເທດ ແຫ່ງ ສປປ ລາວ ໄດ້ລົງພົບປະໂອ້ລົມ ພະນັກງານຫລັກແຫລ່ງໃນແຂວງວຽງຈັນ, ປະກອບດ້ວຍ ຄະນະບໍລິຫານງານພັກແຂວງ, ເຈົ້າເມືອງ ແລະ ພະແນກການຕ່າງໆເຂົ້າຮັບຟັງ.

ໃນໂອກາດນີ້, ທ່ານ ຈູມ​ມະ​ລີ​ ໄຊ​ຍະ​ສອນ ໄດ້ຊີ້ນຳເນັ້ນໜັກໃຫ້ຄະນະພັກ ແລະ ອຳນາດການປົກຄອງແຂວງວຽງຈັນ ເອົາໃຈໃສ່ຫລາຍບັນຫາ ເປັນຕົ້ນແມ່ນການສ້າງຕົວແບບດ້ານການຜະລິດ ດ້ວຍການນຳໃຊ້ເຕັກນິກວິທະຍາສາດ ເຂົ້າໃນການຜະລິດ ແນໃສ່ຜະລິດ​ເປັນສິນຄ້າໃຫ້ຫລາຍຂຶ້ນ ເຊັ່ນ: ການຜະລິດນາໄຮ່ໃຫຍ່, ການປູກ​ຫຍ້າ​ລ້ຽງ​ງົວພັນ​ໃຫຍ່​ເປັນ​ສິນຄ້າ ​ແລະ ​ອື່ນ​ໆ.

ເພື່ອ​ເຮັດ​ໃຫ້​ໄດ້ຄື​ດັ່ງ​ກ່າວນັ້ນ, ​ຄະນະ​ພັກ​ ແລະ ​ອຳນາດ​ການ​ປົກຄອງ​ແຂວງ ​ຕ້ອງ​ໄດ້​ສຸມ​ທຸກ​ສະຕິ​ປັນຍາ ​ຄິດ​ຫງຳ​ຜັນ​ຂະ​ຫຍາຍມະຕິ​ຄັ້ງ​ທີ X ຂອງ​​ພັກ ​ແລະ​ ມະຕິ​ຂອງ​ອົງຄະ​ນະ​ພັກ​ຂັ້ນ​ຂອງ​ຕົນ, ພ້ອມກວ​ດກາ​ຕີ​ລາຄາ​ຄືນ​ ຜົນ​ຂອງ​ການຈັດຕັ້ງປະຕິບັດ​ໃນ​ໄລຍະ​ຜ່ານ​ມາ​ ພ້ອມ​ທັງ​ເສີມ​ຂະຫຍາຍ​ຈຸດ​ດີ, ​​ແກ້​ໄຂ​ຈຸດ​​ອ່ອນ​, ຕ້ອງ​ສ້າງ​ໃຫ້​ໄດ້​ເມື​ອງ​ເຂັ້ມ​ແຂງ​ຮອບ​ດ້ານ 2-3 ​ເມືອງ​​ ພ້ອມທັງ​ສ້າງ​ບ້ານ​ພັ​ດທະ​ນາ, ​ສ້າງ​ບ້ານ​ໃຫຍ່ ​ໃຫ້​ກາຍ​ເປັນ​ຕົວ​ເມືອງ​ນ້ອຍ​ໃນ​ຊົນນະບົດ​ໃຫ້​ໄດ້​ຫລາຍ​ຂຶ້ນ, ຜັນ​ຂະຫຍາຍ​ເນຶ້ອ​ໃນ​ຈິດ​ໃຈ​ຂອງ​ສາມ​ສ້າງ ​ແລະ ​ເຮັດ​ຢ່າງ​ຕໍ່​ເນື່ອງ ​ແລະ​ ຍາວ​ນານ, ຄຽງ​ຄູ່​ກັນ​ນີ້​, ກໍ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ສ້າງ​ກຳ​ລັງ​ຮາກ​ຖານ​ແລະ ​ກອງ​ຫລອນ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ໜັກ​ແໜ້ນ, ຮາກ​ຖານ​​ບ້ານ​​ແຂງ​ແຮງ​ ແລະ​ ອື່ນໆ​​ອີກ.

ທ່ານ ​ວິ​ດົງ ​ໄຊ​ຍະ​ສອນ ກໍ​ໄດ້​ລາຍ​ງານ​ສະພາບ​ການ​ພັດທະນາ​ເສດຖະກິດ–ສັງຄົມ​ໃນ 1 ປີຜ່ານ​ມາ​ໂດຍ​ຫຍໍ້​ວ່າ: ລວມຍອດ​ຜະລິ​ດຕະ​ພັນ​ພາຍ​ໃນ GDP ບັນລຸ​ເຖິງ 5.318 ຕື້ກວ່າ​ກີບ, ຈັງຫວະ​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ 8,02% ຕໍ່​ປີ; ລາຍ​ຮັບ​ສະ​ເລ່ຍຕໍ່ຫົວຄົນ​ໄດ້ 12.008.000 ກີບ​ຕໍ່​ຄົນ​, ໂຄງ​ປະ ກອບ​ເສດຖະກິດ ​ມີ​ການ​ປ່ຽນ​ແປງ​ໄປ​ຕາມ​ທິດ​ການ​ຜະລິດ​ກະສິກຳ ​ຕິດ​ພັນ​ກັບ​ອຸດສາຫະກຳ​ ແລະ ​ການ​ບໍ ລິການ​ເທື່ອ​ລະ​ກ້າວ​ ການ​ສົ່ງ​ເສີມ​ການ​ຜະລິດ​ເປັນ​ສິນຄ້າ1​ເມືອງ1ຜະລິ​ດຕະພັນ ​ເຖິງ10 ຜະລິດ​ຕະພັນ​ເປັນ​ອັນ​ດັບ 3 ຂອງ​ບັນດາ​ແຂວງ​ໃນ​ທົ່ວ​ປະ​ເທດ, ການ​ກໍ່ສ້າງ​ພື້ນຖານ​ໂຄ່ງ​ລ່າງ​ເດັ່ນ​ແມ່ນ​ການ​ກໍ່ສ້າງ​ເທດ ສະບານ​ແຂ​ວງ, ຂົວ​ຂ້າມ​ນ້ຳ​ງື່ມ ​ແລະ ​ເສັ້ນທາງ​​ຍຸດ​ທະ​ສາດ​ຈຳນວນ​ໜຶ່ງ; ປັດຈຸບັນ​ທົ່ວ​ແຂວງສ້າງ​ບ້ານ​ພັດ ທະນາ​ໄດ້ 190 ບ້ານ​ ເທົ່າ​ກັບ 43,77% ຂອງ​ບ້ານ​ທົ່ວ​ແຂວງ,​​ ອັດ​ຕາ​ເຂົ້າ​ຮຽນ​ສຸດທິ​ບັນລຸ 99,34% ອັດ​ຕານຳ​ໃຊ້​ນ້ຳ​ສະອາດ​ກວມ 83,5%, ນຳ​ໃຊ້​ວິດຖ່າຍ 70.8% ມີ​ລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽວ190 ຕື້​ກວ່າ​ກີບ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...