Homeຂ່າວເຫດການຜົນສຳເລັດການຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນ ສປ ຕີມໍ-ເລສເຕ

ຜົນສຳເລັດການຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນ ສປ ຕີມໍ-ເລສເຕ

Published on

ຂປລ.​ ໂດຍຕອບ​ສະ​ໜອງ ​ຕາມ​ຄຳ​ເຊີນ​ຂອງ ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​​ລາວ, ທ່ານ ເຮີນານີ ຟີໂລເມນາ ໂຄວຢູ ດາ ຊິລວາ, ລັດຖະມົນຕີວ່າການກະຊວງການຕ່າງປະ ເທດ ແລະ ການຮ່ວມມື ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 3-5 ເມສາ 2016 ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ຮັດແໜ້ນ ການຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ຕີມໍ-ເລສເຕ.

​ການພົບປະສອງຝ່າຍຢ່າງເປັນທາງການ ໄດ້ຈັດຂຶ້ນໃນ​ຕອນ​ເຊົ້າ ຂອງວັນ​ທີ 4 ເມສາ 2016 ຢູ່ກະຊວງ ການຕ່າງປະເທດ ​ເຊິ່ງທັງສອງຝ່າຍໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ ໂດຍສະເພາະ ແມ່ນການແລກປ່ຽນການຢ້ຽມຢາມ ລະຫວ່າງ ການນຳຂອງ ສອງປະເທດ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ທັງສອງຝ່າຍ ຕ່າງກໍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບພາຍໃນປະເທດຂອງຕົນ ທີ່ພົ້ນເດັ່ນເປັນຕົ້ນ: ດ້ານການເມືອງ, ການພັດທະນາເສດຖະກິດ-ສັງຄົມ ແລະ ການເຄື່ອນໄຫວໃນເວທີພາກພື້ນ ແລະ ສາກົນ. ນອກນັ້ນ ຍັງໄດ້ປຶກສາຫາລື ແລະ ຊອກຊ່ອງທາງ ໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບກວ້າງຂວາງ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.

ໃນຕອນແລງຂອງວັນດັ່ງກ່າວ, ທ່ານລັດຖະມົນຕີ ພ້ອມຄະນະ ກໍໄດ້ເດີນທາງໄປຢ້ຽມຢາມ ແຂວງຫລວງພະບາງ. ໂອກາດດັ່ງກ່າວ, ທ່ານເຈົ້າແຂວງໆຫລວງພະບາງ ໄດ້ສະແດງການຕ້ອນຮັບອັນອົບອຸ່ນແກ່ ທ່ານລັດຖະມົນຕີ ແລະ ຄະນະ ພ້ອມທັງອວຍພອນໃຫ້ທ່ານປະສົບຜົນສຳເລັດ ໃນການຢ້ຽມຢາມສອງຝ່າຍຄັ້ງນີ້ ເພື່ອສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບມີຜົນສຳເລັດ ແລະ ຂໍໃຫ້ທ່ານຊ່ວຍເຜີຍແຜ່ຮີດຄອງປະເພນີ ແລະ ວັດທະນາທຳອັນດີງາມ ລວມທັງ ສະຖານທີ່ທ່ອງທ່ຽວອັນສວຍງາມຂອງຫລວງພະບາງ ໃຫ້ແກ່ປະຊາຊົນຕີມໍ–ເລດສເຕຊາບ ເພື່ອສົ່ງເສີມການທ່ອງທ່ຽວ. ​ເຊິ່ງທ່ານລັດຖະມົນຕີ ກໍໄດ້ສະແດງ ຄວາມປະທັບໃຈ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ກໍຄື ແຂວງຫລວງພະບາງ ໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໃຫ້ທັດສະນະວ່າ ຈະອອກແຮງປະກອບສ່ວນເສີມຂະຫຍາຍການຮ່ວມມື ລະຫວ່າງ ຕີມໍ–ເລດສເຕ ແລະ ສປປ ລາວ ກໍຄື ການຮ່ວມມື ກັບ ແຂວງຫລວງພະບາງ ໃນອະນະຄົດ ໃຫ້ມີບາດກ້າວຂະຫຍາຍຕົວຂື້ນໄປເລື້ອຍໆ.

ໃນໂອກາດນີ້, ທ່ານ ລັດຖະມົນຕີ ກໍໄດ້ຢ້ຽມຢາມສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງແຂວງ ເຊັ່ນ: ຕາດກວາງຊີ, ວັດຊຽງທອງ ແລະ ຫໍພິພິຕະພັນແຫ່ງຊາດ ແຂວງຫລວງພະບາງ. ໃນຕອນແລງຂອງວັນດຽວກັນ ທ່ານ ລັດຖະມົນຕີ ແລະ ຄະນະກໍໄດ້ເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...