Homeຂ່າວພາຍ​ໃນຫຼິ້ນ​ບຸນ­ປີ­ໃໝ່​ ປະ­ຊາ­ຊົນຈົ່ງ​ໃຊ້​ນໍ້າຢ່າງ​ປະ­ຢັດ

ຫຼິ້ນ​ບຸນ­ປີ­ໃໝ່​ ປະ­ຊາ­ຊົນຈົ່ງ​ໃຊ້​ນໍ້າຢ່າງ​ປະ­ຢັດ

Published on

ເພື່ອ​ເຮັດ​ໃຫ້­ການ​ຊົມ­ໃຊ້​ນ້ຳ​ໃນ​ໄລຍະ​ສະ­ຫຼອງ​ບຸນ­ປີ­ໃໝ່​ລາວ​ທີ່​ຈະ​ມາ​ຮອດໃນ​ອາ­ທິດ​ໜ້າ​ນີ້ມີ​ຄວາມ​ຄຶກ­ຄື້ນ​ມ່ວນຊື່ນ ແລະ​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ​ຊົມໃຊ້​ຂອງ​ພໍ່​ແມ່​ປະ­ຊາ­ຊົນ ວັນ​ທີ 5 ເມ­ສາ  2016 ຢູ່​ລັດ​ວິ​ສາ​ຫະ​ກິດ​ນ້ຳ​ປະ­ປາ​ນະຄອນ​ຫຼວງ​ວຽງ​ຈັນໄດ້​ຈັດ​ພິ­ທີ​ຖະ­ແຫຼງຂ່າວໂດຍ​ຮຽກ­ຮ້ອງ​ໃຫ້​ຜູ້​ຊົມ­ໃຊ້​ມີ​ຄວາມປະ­ຢັດ ແລະ​ໃຫ້​ເກີດ​ປະ­ໂຫຍດ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້, ພ້ອມ​ທັງ​ຫຼີກ­ເວັ້ນ​ການ​ໃຊ້​ນ້ຳແບບ​ຟຸມ​ເຟືອຍ.

ທ່ານ ຄຳ​ເຜີຍ ວົງ­ສາ​ຄຳ​ຜຸຍ ຜູ້­ອຳ­ນວຍ­ການ​ໃຫຍ່​ລັດ​ວິ​ສາ​ຫະ​ກິດ​ນ້ຳ​ປະປາ​ນະ­ຄອນ­ຫຼວງ​ວຽງ​ຈັນຖະ­ແຫຼງ​ວ່າ: ປະ­ຈຸ​ບັນ ການ​ຜະ­ລິດ ແລະ​ສະ­ໜອງ​ນ້ຳປະ­ປາ​ໃຫ້​ແກ່​ຜູ້​ຊົມ­ໃຊ້​ແມ່ນ​ຍັງ​ບໍ່​ທັນທົ່ວ​ເຖິງ ແລະ​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການເນື່ອງ​ຈາກ​ວ່າ­ຄວາມ​ສາ­ມາດ​ຂອງລັດ​ວິ​ສາ​ຫະ​ກິດ​ນ້ຳ​ປະ­ປາ ນະ­ຄອນ­ຫຼວງວຽງ​ຈັນທີ່​ສາ­ມາດ​ຜະ­ລິດ ແລະ​ສະ­ໜອງນ້ຳ​ໄດ້​ຮອດ​ດຽວ­ນີ້​ມີ​ພຽງ 2,8 ແສນ ແມັດ​ກ້ອນ​ຕໍ່​ມື້​ໃນ 4 ໂຮງ­ງານ ເຊັ່ນ: ໂຮງ­ງານ​ດົງ​ໝາກ­ຄາຍ, ດົງ​ບັງ, ຈີ່­ນາຍໂມ້ ແລະ​ໂຮງ­ງານ​ນ້ຳ​ປະ­ປາ​ເກົ້າ​ລ້ຽວ, ແຕ່​ຄວາມ​ຕ້ອງ­ການ​ຕົວ​ຈິງ​ໃນ​ການ​ຊົມໃຊ້​ນ້ຳ​ປະ­ປາ​ໃນ​ຂອບ​ເຂດ​ທົ່ວ​ນະ­ຄອນຫຼວງ​ວຽງ​ຈັນແມ່ນ​ມີ​ຄວາມ​ຕ້ອງ­ການ 3,20 ຫາ 3,40 ແສນ​ແມັດ​ກ້ອນ​ຕໍ່​ມື້, ດັ່ງ­ນັ້ນ ຈິ່ງ​ຮຽກ­ຮ້ອງ​ເຖິງ​ພໍ່​ແມ່​ປະ­ຊາ­ຊົນ ກໍ​ຄືຜູ້​ທີ່​ຊົມ­ໃຊ້​ນ້ຳ​ຢ່າງ​ປະ­ຢັດ​ໂດຍ​ສະເພາະ​ແມ່ນການ​ຫຼິ້ນ​ບຸນ­ປີ­ໃໝ່​ລາວ ພສ 2559 ນີ້, ທັງ​ນີ້ ກໍ​ເພື່ອ​ເຮັດ​ໃຫ້​ນ້ຳ​ມີ­ແຮງດັນ​ໄປ​ຫາ​ຜູ້​ທີ່​ອາ­ໄສ​ຢູ່​ເຂດ​ບໍ­ລິ­ເວນ​ສູງ​ໄດ້​ຊົມ­ໃຊ້​ນ້ຳ​ຢ່າງ​ທົ່ວ​ເຖິງ.

ຢ່າງ­ໃດ​ກໍ​ຕາມ ບຸນ­ປີ­ໃໝ່​ລາວ ພສ  2559 ແມ່ນ​ຢູ່​ໃນ​ໄລ­ຍະ​ອາ­ກາດ​ຮ້ອນ ແລະ ​ເປັນ​ບຸນ​ທີ່​ນຳ​ໃຊ້​ນ້ຳ​ຫຼາຍ​ກວ່າ​ໝູ່,ສະ­ນັ້ນ​ທ່ານ​ຜູ້­ອຳ­ນວຍ­ການ​ຈິ່ງ​ຮຽກຮ້ອງ​ເຖິງ​ພໍ່​ແມ່​ປະ­ຊາ­ຊົນ​ທົ່ວ​ນະ­ຄອນຫຼວງ​ວຽງ​ຈັນທີ່​ຫຼິ້ນ​ບຸນ­ປີ­ໃໝ່​ຕາມ​ຖະໜົນ​ຫົນ­ທາງ, ເຮືອນ​ຊານ​ບ້ານ​ຊ່ອງ​ໃຫ້ ຊົມ­ໃຊ້​ນ້ຳ​ຢ່າງ​ປະ­ຢັດ, ຄວນ​ໂຕ່ງ​ໃສ່​ຟຸຍ, ໃສ່​ຄຸ, ໃສ່​ຖັງ ແລະ​ພາ­ຊະ­ນະ​ໃສ່​ນ້ຳ​ແລ້ວຈິ່ງ​ຕັກ​ຫົດ­ສົງ​ກັນ​ດີ​ກວ່າ​ເປີດ​ກ໋ອກ​ນ້ຳແລ້ວ​ຕໍ່​ທໍ່​ໄປ​ສີດ​ໃສ່​ກັນຊຶ່ງ​ຈະ​ສ້າງ​ຄວາມ ສິ້ນ​ເປືອງ​ຊັບ​ສິນ​ສ່ວນ​ຕົວກໍ​ຄື​ຊັບ​ສິນ​ຂອງສ່ວນ​ລວມເພາະ­ວ່າ​ການ​ໃຊ້​ນ້ຳ​ປະ­ປາໃນ​ໄລ­ຍະ​ບຸນ­ປີ­ໃໝ່​ແຕ່​ລະ​ປີ​ປະ­ລິ­ມານການ​ຊົມ­ໃຊ້​ນ້ຳ​ເພີ່ມ​ຂຶ້ນ 30% ຈາກ​ຈຳນວນ​ການ​ຊົມ­ໃຊ້​ປົກ­ກະ­ຕິ, ຂະ­ນະ​ທີ່​ບາງເຂດ​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ​ຍັງ​ບໍ່​ທັນໄດ້​ຊົມ­ໃຊ້​ນ້ຳ​ປະ­ປາ​ເທື່ອ ແລະ​ຄາດ​ວ່າການ​ຊົມ­ໃຊ້​ນ້ຳ​ເພື່ອ​ບຸນ­ປີ­ໃໝ່​ໃນ​ປີ​ນີ້ກໍຈະ​ມີ​ປະ­ລິ­ມານ​ເພີ່ມ​ຂຶ້ນ​ເຊັ່ນ​ດຽວ​ກັນ​ກັບ​ປີ​ຜ່ານໆ​ມາ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...