spot_img
Homeຂ່າວພາຍ​ໃນສັງຄົມ​ຍັງ​ມີ​ຄວາມ​ເປັນ​ຫວ່ງຕໍ່​ລາຄາ​ສິນຄ້າ​ໃນ​​ໄລຍະ​ບຸນ​ປີໃໝ່

ສັງຄົມ​ຍັງ​ມີ​ຄວາມ​ເປັນ​ຫວ່ງຕໍ່​ລາຄາ​ສິນຄ້າ​ໃນ​​ໄລຍະ​ບຸນ​ປີໃໝ່

Published on

ນັບວ່າເປັນ​ເລື່ອງ​ປົກກະຕິ​ ສຳລັບ​ການ​ສວຍໂອກາດຂຶ້ນ​ລາຄາ​ສິນຄ້າຂອງ​ຊາວ​ຄ້າຂາຍ ​ໃນ​ໄລຍະ​ເທສະ​ການ​ຕ່າງໆ, ​ໂດຍ​ສະ​ເພາະ​ສິນຄ້າ​ປະເພດອາຫານເປັນຕົ້ນ: ຊີ້ນ, ປາ, ພືດ​ຜັກ ​ແລະ ​ເຄື່ອງ​ສັກກະລັກບູຊາ​ຕ່າງໆ, ຍ້ອນ​ໃນ​ຊ່ວງ​ດັ່ງກ່າວ ແມ່ນມີ​ຜູ້​ຊົມ​ໃຊ້​ ແລະ ບໍລິໂພກເພີ່ມ​ຂຶ້ນ​ຫລາຍ, ຈຶ່ງ​ເ​ປັນ​ຊ່ອງ​ຫວ່າງ​ເຮັດ​ໃຫ້​ຊາວ​ຄ້າຂາຍສວຍ​ໂອກາດ​ຂຶ້ນ​ລາຄາ​ສິນຄ້າ, ຊຶ່ງບັນຫານີ້ຍັງເຫັນວ່າສັງຄົມ​ຍັງ​ມີ​ຄວາມ​ເປັນ​ຫວ່ງບໍ່ໜ້ອຍ, ຂະນະທີ່ມາຮອດປັດຈຸບັນ ພາກສ່ວນ​ກ່ຽວຂ້ອງ​ຍັງບໍ່ທັນມີແຈ້ງການ ຫລື ມາດຕະການອັນໃດອອກມາເພື່ອຄຸ້ມຄອງລາຄາສິນຄ້າໃນຊ່ວງໄລຍະບຸນປີໃໝ່ນີ້ ເຖິງວ່າກ່ອນໜ້ານີ້ ຫ້ອງ​ວ່າການ​ລັດຖະບານ​ ຈະມອບ​ໃຫ້ກະຊວງ​ອຸດສາຫະກຳ​ແລະ ການ​ຄ້າ ​ເອົາ​ໃຈ​ໃສ່​ຊີ້​ນຳ, ຕິດຕາມ, ຄຸ້ມ​ຄອງ​ລາຄາ​ສິນຄ້າ​ໃນ​

ທ້ອງ​ຕະຫລາດ ບໍ່​ໃຫ້​ພໍ່ຄ້າ​ຊາວ​ຂາຍ, ຜູ້​ປະກອບ​ການ ສວຍ​ໂອກາດ​ຂຶ້ນ​ລາ ຄາ​ສິນຄ້າ​​ໂດຍ​ບໍ່​ມີ​​ເຫດຜົນ ແລະ ໃຫ້​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ສົມທົບ​ກັບ​ກະຊວງ​ກ່ຽວຂ້ອງ​ເອົາ​ໃຈ​ໃສ່​ຊຸກຍູ້​ສົ່ງ​ເສີມ​ການ​ຜະລິດ, ຕິດ​ພັນ​ກັບ​ການ​ສະໜອງ​ສິນຄ້າ​ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການ​ຂອງ​ສັງຄົມ. ແຕ່ປະກົດວ່າຍັງມິດງຽບຢູ່, ຊຶ່ງອາດຈະເປັນຊ່ອງຫວ່າງໃຫ້ແກ່ຊາວຄ້າຂາຍສວຍໂອກາດເອົາປຽບຜູ້ບໍລິໂພກໄດ້ງ່າຍ. ດັ່ງ​ນັ້ນ ພາກສ່ວນກ່ຽວຂ້ອງ​ຄວນ​ແຕ່ງ​ຕັ້ງ​ໜ່ວຍງານ​ຂອງ​ຕົນລົງ​ກວດ ກາ, ຕິດຕາມ​ລາຄາ​ສິນຄ້າ​ຢ່າງ​ເປັນປົກກະຕິໃນຊ່ວງນີ້ ​ເພື່ອປົກປ້ອງຜົນປະໂຫຍດອັນຊອບທຳ​ຂອງ​ສັງຄົມ.

 

ຂ່າວຈາກ:

laophatthananewspaper

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...