Homeຂ່າວຕ່າງປະເທດໄອ​ເອັມ​ເອຟ ລະບຸ​ເສດຖະກິດ​ໂລກ​ບໍ່​ມີ​ແຮງ​ຂັບ​ເຄື່ອນ

ໄອ​ເອັມ​ເອຟ ລະບຸ​ເສດຖະກິດ​ໂລກ​ບໍ່​ມີ​ແຮງ​ຂັບ​ເຄື່ອນ

Published on

ນາງຄຣີສຕິນ ລາ​ກາດ ກຳມະການ​ຜູ້​ຈັດການ​ກອງ​ທຶນ​ການ​ເງິນ​ລະຫວ່າງ​ປະ​ເທດ (​ໄອ​ເອັມ​ເອຟ) ຖະ​ແຫຼ​ງ​ເຕືອນ​ວ່າ ​ເສດຖະກິດ​ໂລກ​ຂາດ​ແຮງ​ຂັບ​ເຄື່ອນ ​ແລະ​ຂໍ​ໃຫ້​ລັດຖະບານ​ປະ​ເທດ​ຕ່າງໆ​ເລັ່ງຫາມ​າດຕະການ​ກະ​ຕົ້ນ​ການ​ຟື້ນ​ຕົວ​ທາງ​ເສດຖະກິດ.

ນາງ ລາ​ກາດ ຖ​ະ​ແຫຼ​ງທີ່​ນະຄອນຫຼວງ​​ແຟງ​ເຟິດ ​ເຢຍລະ​ມັນ​ວ່າ ການ​ຟື້ນ​ຕົວ​ຍັງ​ຢູ່​ໃນ​ລະດັບ​ຕໍ່າຫຼາຍ​ ​ແລະບໍ່​ໝັ້ນຄົງ ​ແຕ່​ເສດຖະກິດ​ໂລກ​ຍັງ​ບໍ່​ເຖິງ​ຂັ້ນ​ວິ​ກິດ​ຊຶ່ງ​ຖື​ເປັນ​ຂ່າວ​ດີ ຂະນະ​ທີ່​ປະ​ເທດ​ເສດຖະກິດ​ກ້າວໜ້າ​ຍັງ​ປະ​ເຊີນ​ບັນຫາ​ຊໍ້າ​ເຮື້ອ​ຈາກ​ວິ​ກິດ​ເສດຖະກິດ​ໂລກ​ປີ 2007-2009 ທັງ​ພາວະ​ໜີ້​ສິນ ການ​ລົງທຶນ​ຕໍ່າ ​ແລະອັດຕາ​ການ​ວ່າງ​ງານ​ສູງ ຄ່າ​ເງິນ​ໂດ​ລາ​ສະຫະລັດ​ທີ່​ພຸ່ງ​ຂຶ້ນ​ສົ່ງ​ຜົນ​ຕໍ່​ການ​ຂະຫຍາຍ​ຜົນ​ຕົວ​ທາງ​ເສດຖະກິດ​ຂອງ​ສະຫະລັດ​ໃນ​ວົງ​ຈຳກັດ ສ່ວນ​ເສດຖະກິດ​ຈີນຍັງ​ຄ່ອຍ​ເປັນ​ຄ່ອຍ​ໄປ.

​ໄອ​ເອັມ​ເອຟຄາດ​ວ່າ ​ເສດຖະກິດ​ໂລກ​ຈະ​ຂະຫຍາຍຕົວ 3,4% ​ໃນ​ປີ​ນີ້ ​ແລະ​ເພີ່ມ​ຂຶ້ນ​ 3,6% ​ໃນ​ປີ 2017 ພ້ອມ​ຮຽກຮ້ອງ​ໃຫ້​ລັດຖະບານ​ຕ່າງໆ​ມີ​ໂຄງ​ການ​ສົ່ງ​ເສີມ​ການ​ເຕີບ​ໂຕ​ທາງ​ເສດຖະກິດ ​ແລະ​​ເພີ່ມ​ການ​ໃຊ້​ຈ່າຍ​ໃນ​ໂຄງ​ສ້າງສາທາ​ລະ​ນູປະ​​ໂພ​ກຂອງ​ລັດ​ຫຼາຍ​ຂຶ້ນ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...