spot_img
Homeຂ່າວຕ່າງປະເທດຍອດ​ຜູ້​ເສຍ​ຊີວິດ​ຈາກ​ຝົນຕົກ​ໜັກ​ໃນ​ປາ​ກີ​ສະຖານ​ເພີ່ມ​ຂຶ້ນ​ເປັນ 71 ຄົນ​ແລ້ວ

ຍອດ​ຜູ້​ເສຍ​ຊີວິດ​ຈາກ​ຝົນຕົກ​ໜັກ​ໃນ​ປາ​ກີ​ສະຖານ​ເພີ່ມ​ຂຶ້ນ​ເປັນ 71 ຄົນ​ແລ້ວ

Published on

ຍອດ​ຜູ້​ເສຍ​ຊີວິດ​ຈາກ​ເຫດ​ຝົກຕົກ​ນັກ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກີ​ສະຖານ ​ແລະ​ໃນ​ເຂດ​ແຄ​ຊ​ເມຍ​ເພີ່ມ​ຂຶ້ນ​ເປັນ 71 ຄົນ​ແລ້ວ ​ໃນ​ວັນ​ມື້​ນີ້ ​ໃນ​ຂະນະ​ທີ່​ເຈົ້າ​ໜ້າ​ທີ່​ກູ້​ໄພ​ພະ​ຍາຍາມ​ຄົ້ນ​ຫາ​ຜູ້​ທີ່​ຍັງ​ຄາ​ຢູ່​ພາຍ​​ໃຕ້​ຊາກ​ດິນ​ຖະຫຼົ່ມ​ອີກ​ຫຼາຍ​ສິບ​ຄົນ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງາຍ​ວ່າ: ຫຼັງ​ຈາກ​ເກີດ​ຝົນຕົກ​ໜັກ​ທີ່​ແຂວງ​ໄຄ​ເບີ ປັກ​ຕຸ​ນຄວາ ​ໃນ​ໄລຍະ​ທ້າຍ​ອາທິດ​ຜ່ານ​ມາ ​ເຮັດ​ໃຫ້​ເກີດ​ດິນ​ຖະຫຼົ່ມ ​ແລະ​ຫຼັງຄາ​ຂອງ​ບ້າຍຫຼາຍ​ສິບ​ຫຼັງ​​ເປ່​ເພ​ລົງ​​ໂດຍ​ພົບ​ຮ່າງ​ຜູ້​ເສຍ​ຊີວິດ 10 ຄົນ​ທີ່​ແຂວງ​ນີ້ ​ໂຄສົກ​ຂອງ​ໜ່ວຍ​ງານ​ດ້ານ​ໄພພິບັດ​ໃນ​ທ້ອງ​ຖິ່ນ​ກ່າວ​ວ່າ ​ໃນ​ແຂວ​ງ​ໄຄ​ເບີ ປັກ​ຕຸ​ນຄວາ​ນັ້ນ ຍອດ​ຜູ້​ເສຍ​ຊີວິດ​ເພີ່ມ​ເປັນ 61 ຄົນ ​ແລະ​ບ້ານ​ເຮືອນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ທັງ​ໝົດຈຳນວນ 350 ຫຼັງ ນອກຈາກ​ນີ້ ຍັງ​ມີ​ປະຊາຊົນ​ອີກ​ຢ່າງ​ໜ້ອຍ 30 ຄົນ​ທີ່​ຍັງ​ຕິດ​ຄ້າງ​ຢູ່​ໃນ​ເຂດ​​ໂກ​ຮິ​ສຖານ​ຫຼັງ​ຈາກ​ເກີດ​ດິນ​ຖະຫຼົ່ມ​ຮຸນ​ແຮງ ສ່ວນ​ທາງ​ດ້ານ​ດິນ​ແດນ​ແຄ​ຊ​ເມຍ​ໃນ​ສ່ວນ​ຂອງ​ປາ​ກີ​ສຖານ ມີ​ນັກ​ທ່ອງ​ທ່ຽວ​ຕົກ​ຄ້າງ​ຢູ່​ທີ່​ບໍລິ​ເວນ​ນີລຳ ​ວັນ​ເລ ​ແລະ​ເຈົ້າ​ໜ້າ​ທີ່​ກຳລັງ​ພະຍາຍາມ​ຫາ​ທາງ​ອົບ​ພະ​ຍົມ​ນັກ​ທ່ອງ​ທ່ຽວ​ເຫຼົ່າ​ນີ້​ອອກ​ມາ ກ່ອນ​ໜ້າ​ນີ້​ຢືນຢັນ​ໃນ​ເບື້ອງ​ຕົ້ນ​ວ່າ ພົບ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 10 ລາຍ ນັບ​ຕັ້ງ​ແຕ່​ເລີ່​ມ​ເກີດ​ເຫດ​ຝົນຕົກ​ໜັກ​ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...