Homeຂ່າວຕ່າງປະເທດສະຫະລັດຯ ຮຽກຮ້ອງໄທ ຮັດແຄບບົດບາດກອງທັບ ຫລັງໃຊ້ອຳນາດທະຫານ ດຳເນີນຄະດີອາຍາ!

ສະຫະລັດຯ ຮຽກຮ້ອງໄທ ຮັດແຄບບົດບາດກອງທັບ ຫລັງໃຊ້ອຳນາດທະຫານ ດຳເນີນຄະດີອາຍາ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ເມສານີ້ວ່າ ກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ໄດ້ອອກຖະແຫລງການ ຮຽກຮ້ອງມາຍັງລັດຖະບານໄທ ໃນວັນຈັນທີ 4 ເມສາຜ່ານມານີ້ ໃຫ້ຈຳກັດບົດບາດຂອງກອງທັບ ຫລັງຈາກທີ່ຄະນະລັດຖະປະຫານ ໄດ້ເພີ່ມອຳນາດໃຫ້ທະຫານ ມີສິດຄ້າຍຄືກັບຕຳຫລວດ ສາມາດຈັບກຸມ ແລະ ຄວບຄຸມຕົວຜູ້ຖືກສົງໄສ ຕະຫລອດຮອດຍຶດຊັບສິນ, ກວດຄົ້ນເຄຫະສະຖານ ແລະ ສອບສວນພົນລະເຮືອນ.

ທ່ານ ແຄດຕິນາ ອະດຳ ໂຄສົກກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ດ້ານອາຊີຕາເວັນອອກ ໄດ້ລະບຸວ່າ ສະຫະລັດຯ ຊຶ່ງເປັນພັນທະມິດຍາວນານຂອງໄທ ຂໍຮຽກຮ້ອງມາຍັງລັດຖະບານໄທ ໃຫ້ເຈົ້າໜ້າທີ່ພົນລະເຮືອນ ໄດ້ປະຕິບັດໜ້າທີ່ຂອງຕົນເອງ ແລະ ນຳຂະບວນການພິຈາລະນາຄະດີ ກັບຄືນສູ່ສານຂອງຝ່າຍພົນລະເຮືອນ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...