Homeຂ່າວຕ່າງປະເທດກຸ່ມໄອເອັສ ໃຊ້ມືລະເບີດຂ້າຕົວຕາຍ 10 ຄົນ ໂຈມຕີທົ່ວອີຣັກ ມີຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 25 ຄົນ!

ກຸ່ມໄອເອັສ ໃຊ້ມືລະເບີດຂ້າຕົວຕາຍ 10 ຄົນ ໂຈມຕີທົ່ວອີຣັກ ມີຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 25 ຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ເມສານີ້ວ່າ ເກີດເຫດການໂຈມຕີ ດ້ວຍມືລະເບີດຂ້າຕົວຕາຍ ຢ່າງໜ້ອຍ 10 ຄົນ ໃສ່ກອງກຳລັງຄວາມໝັ້ນຄົງຂອງອີຣັກ ແລະ ກອງກຳລັງຕິດອາວຸດ ຊາວມຸດສະລິມຊີອະ ທີ່ເປັນພັນທະມິດຂອງລັດຖະບານອີຣັກ ໃນຫລາຍພື້ນທີ່ທົ່ວປະເທດ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດແລ້ວ ຢ່າງໜ້ອຍ 25 ຄົນ ໂດຍກຸ່ມລັດອິດສະລາມ ຫລື ກຸ່ມໄອເອັສ ອອກມາອ້າງເປັນຜູ້ຢູ່ເບື້ອຫລັງເຫດໂຈມຕີ.

ຈຸດທີ່ມີຜູ້ເສຍຊີວິດຫລາຍທີ່ສຸດ ແມ່ນຢູ່ຮ້ານອາຫານແຫ່ງໜຶ່ງ ທີ່ມີກຸ່ມຕິດອາວຸດຊາວຊີອະ ຊຶ່ງເປັນຝ່າຍກົງກັນຂ້າມກັບກຸ່ມໄອເອັສ ມັກເຂົ້າໄປໃຊ້ບໍລິການ ໂດຍຄົນຮ້າຍໄດ້ຈູດລະເບີດພາຍໃນຮ້າຍ ເຮັດໃຫ້ມີຜູ້ເສຍຊີວິດ 14 ຄົນ, ສ່ວນການບຸກໂຈມຕີອື່ນໆ ແມ່ນເກີດຂຶ້ນຢູ່ເມືອງບາສະຣາ, ນະຄອນຫລວງແບກແດດ ແລະ ເມືອງມາຊາດາ ທາງພາກເໜືອຂອງປະເທດ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...