Homeຂ່າວຕ່າງປະເທດເຮືອບິນຕຳກັນໄຟໄໝ້ ກາງທາງແລ່ນສະໜາມບິນອິນໂດຯ ໂຊກດີອົບພະຍົບຄົນລົງປອດໄພ!

ເຮືອບິນຕຳກັນໄຟໄໝ້ ກາງທາງແລ່ນສະໜາມບິນອິນໂດຯ ໂຊກດີອົບພະຍົບຄົນລົງປອດໄພ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ໃນຕອນຫົວຄ່ຳຂອງວັນທີ 4 ເມສາຜ່ານມານີ້ ເກີດເຫດເຮືອບິນ 2 ລຳ ຕຳກັນຢູ່ເທິງທາງແລ່ນເຮືອບິນ ຂອງສະໜາມບິນຮາລິມເປີດານາກຸສຸມາ ນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ ໂດຍເຮືອບິນໂບອິ້ງ 737-800 ຂອງສາຍການບິນບາຕິກແອຣ໌ ໃນຂະນະທີ່ກຳລັງຈະຂຶ້ນບິນ ອອກຈາກສະໜາມບິນດັ່ງກ່າວ ແຕ່ປີກຂອງເຮືອບິນລຳນີ້ ໄດ້ໄປເກາະເຂົ້າກັບຫາງ ຂອງເຮືອບິນຂະໜາດນ້ອຍລຳໜຶ່ງ ທີ່ກຳລັງຖືກລົດລາກອອກຈາກທາງແລ່ນ ຈົນເຮັດໃຫ້ເກີດໄຟລຸກໄໝ້ຂຶ້ນ.

ແນວໃດກໍຕາມ ກະຊວງຄົມມະນາຄົມອິນໂດເນເຊຍ ໄດ້ຖະແຫລງວ່າ ຜູ້ໂດຍສານທຸກຄົນ ແລະ ລູກເຮືອ ໄດ້ຮັບການອົບພະຍົບ ລົງຈາກເຮືອບິນຢ່າງປອດໄພ ຊຶ່ງສະໜາມບິນແຫ່ງດັ່ງກ່າວນີ້ ຈະຖືກປິດໃຫ້ບໍລິການຊົ່ວຄາວ ຈົນກວ່າຈະມີການແຈ້ງໃຫ້ຮູ້ເພີ່ມເຕີມ.
https://www.youtube.com/watch?v=NDeOMRwq69M

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...