Homeຂ່າວເຫດການໂຮມຊຸມນຸມວັນສ້າງຕັ້ງ ກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ

ໂຮມຊຸມນຸມວັນສ້າງຕັ້ງ ກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ

Published on

ຂປລ. ​ໃນ​ວັນ​ທີ 4 ​ເມສາ ນີ້ ຢູ່​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ ໄດ້ຈັດ​ພິທີ​ໂຮມ​ຊຸມນຸມສະເຫລີມ ສະຫລອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ (5/4/1951-5/4/2016) ເພື່ອເປັນການຫວນຄືນມູນເຊື້ອ ແລະ ຜົນງານອັນໃຫຍ່ຫລວງຂອງກໍາລັງ ປກສ ຕະຫລອດໄລຍະ 55 ປີ ຜ່ານມາ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະ ຊາຊົນປະຕິວັດລາວ, ຮອງປະທານປະເທດ, ສະຫາຍພົນຕີ ສົມແກ້ວ ສີລາວົງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາກົມການ ເມືອງສູນ ກາງພັກ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ນາຍ ແລະ ພົນຕໍາຫລວດ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງມະຫາຊົນ​ເຂົ້າ​ຮ່ວ​ມ.

ສະຫາຍ ພົນຕີ ສົມແກ້ວ ສິລາວົງ ໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງ ປກສ ຕະຫລອດໄລຍະ 55 ປີຜ່ານມາ ເຊິ່ງກໍາລັງປ້ອງກັນຄວາມສະຫງົບ ເປັນພາຫະນະອັນແຫລມຄົມ, ເປັນ ກໍາລັງທີ່ໄວ້ເນື້ອເຊື່ອໃຈ, ເປັນກໍາລັງຫລັກແຫລ່ງແກ່ນສານໃນການປະຕິບັດແນວທາງ ປກຊ–ປກສ ທົ່ວປວງຊົນຮອບດ້ານຂອງພັກ, ຮັບປະກັນຄວາມໝັ້ນຄົງພາຍໃນຊາດ, ສະກັດກັ້ນ ແລະ ຕ້ານທຸກເລ້ຫລ່ຽມ ກົນອຸບາຍຂອງພວກອິດທິກໍາລັງປໍລະປັກ ທີ່ຫວັງທໍາລາຍມ້າງເພ, ແບ່ງແຍກ, ສ້າງຄວາມປັ່ນປ່ວນກໍ່ ຄວາມບໍ່ສະຫງົບ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປ້ອງກັນການນໍາພັກ–ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມລະດັບຊາດ ແລະ ສາກົນ ໃຫ້ມີຄວາມປອດໄພ, ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

DSC_7929 bounnhang 2

ໃນໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ໃຫ້ກຽດໂອ້ລົມ ຍ້ອງຍໍຊົມເຊີຍຄະນະພັກ, ນາຍ ແລະ ພົນຕໍາຫລວດຂອງກໍາລັງ ປກສ ທີ່ສາມາດຍາດໄດ້ຜົນງານ ແລະ ໄຊຊະນະອັນພົ້ນເດັ່ນໃນຫລາຍດ້ານ ເຊິ່ງເປັນການສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ປະຊາຊົນບັນດາເຜົ່າ ທຸກ ຊັ້ນຄົນ ກໍຄື ບັນດາພາກສ່ວນເສດຖະກິດ, ນັກລົງທຶນ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ທໍາມາຫາກິນ ເຄື່ອນໄຫວເຮັດການຜະລິດ–ທຸລະກິດ ດ້ວຍຄວາມອຸ່ນອ່ຽນ ປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ–ສັງຄົມຂອງປະເທດ, ຮັບປະກັນໃຫ້ຄວາມປອດໄພໃຫ້ແກ່ກອງ ປະຊຸມທີ່ສໍາຄັນ ກໍຄືການສະເຫລີມສະຫລອງວັນບຸນສໍາຄັນ ທີ່ມີຄວາມໝາຍສໍາຄັນທາງປະຫວັດສາດ ແລະ ຂອງຊາດ, ພ້ອມນີ້ ສະຫາຍ ບຸນຍັງ ວໍລະກິດ ຍັງໄດ້ເນັ້ນໃຫ້ກໍາລັງປ້ອງກັນຄວາມສະຫງົບ ສືບຕໍ່ເອົາໃຈໃສ່ປັບປຸງ ແລະ ເພີ່ມທະວີຄວາມສາມັກຄີຢູ່ພາຍໃນ ຕິດພັນກັບການເອົາໃຈໃສ່ສຶກ ສາອົບຮົມການເມືອງແນວຄິດ, ປັບປຸງລະບຽບວິໄນ, ເຊີດຊູສະຕິລະວັງຕົວ ແລະ ກຽມພ້ອມສູ້ຮົບ ພ້ອມທັງຕັດສິນໃຈຕີຖອຍປະກົດການຫຍໍ້ທໍ້ ຢູ່ພາຍໃນຖັນແຖວກໍາລັງປ້ອງກັນຄວາມສະຫງົບ, ສ້າງສັດທາ ແລະ ຄວາມເຊື່ອໝັ້ນຈາກປະຊາຊົນຢ່າງໜັກແໜ້ນ, ສືບຕໍ່ປະຕິບັດຍຸດທະສາດ ຫັນລົງກໍ່ສ້າງ ຮາກຖານການເມືອງຢ່າງແຂງແຮງ, ສືບຕໍ່ປັບປຸງ ແລະ ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນໃຫ້ມີຄຸນນະພາບໃໝ່, ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ–ນັກຮົບ ທັງສາມາດແກ້ໄຂດ້ານພະລາທິການກັບທີ່ ດ້ວຍການຈັດຕັ້ງເພີ່ມພູນຜະລິດຜົນ ເພື່ອຮັບປະກັນເບີ່ງແຍງກໍາລັງເປັນຢ່າງດີ, ຕ້ອງຍືດໝັ້ນແນວທາງການຕ່າງປະເທດສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ສືບຕໍ່ຮັດແໜ້ນຄວາມສາມັກຄີສາຍພົວພັນແບບພິເສດ ​ແລະ ການຮ່ວມມືຮອບດ້ານກັບ ສສ ຫວຽດນາມ, ເພີ່ມທະວີມິດຕະພາບ ແລະ ການພົວພັນເປັນຄູ່ຮ່ວມມືຍຸດທະສາດຮອບ ດ້ານກັບ ສປ ຈີນ, ຮັດແໜ້ນສາຍພົວພັນຮ່ວມມື ກັບບັນດາປະເທດທີ່ມີຊາຍແດນຕິດຈອດກັບສປປ ລາວ, ບັນດາປະເທດອາຊຽນ ແລະ ປະເທດເພື່ອມິດສາກົນອື່ນໆ.

ໃນໂອກາດດຽວກັນນິ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ໃຫ້ກຽດມອບຫລຽນໄຊແຮງງານຊັ້ນ I ​ໃຫ້​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ມອບ​ຫລຽນ​ໄຊ​ແຮງ​ງານ​ຊັ້ນ II ​ໃຫ້​ກົມ​ກອງ​ຈໍານວນ 9 ກົມ​ກອງ ​ແລະ ຫລຽນ​ໄຊ​ແຮງ​ງານ​ຊັ້ນ III ​ໃຫ້​ກົມ​ກອງ ຈໍານວນ 27 ກົມ​ກອງ​ຕື່ມ​ອີກ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...