Homeຂ່າວຕ່າງປະເທດກຸ່ມຕ້ານລັດຖະບານຊີຣີ ບຸກຕີເມືອງອະເລບໂປອີກ ສັ່ນຄອນຂໍ້ຕົກລົງຢຸດຍິງສອງຝ່າຍ!

ກຸ່ມຕ້ານລັດຖະບານຊີຣີ ບຸກຕີເມືອງອະເລບໂປອີກ ສັ່ນຄອນຂໍ້ຕົກລົງຢຸດຍິງສອງຝ່າຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ເມສານີ້ວ່າ ໃນວັນທີ 3 ເມສາ 2016 ກຸ່ມຕິດອາວຸດຕໍ່ຕ້ານລັດຖະບານ ໄດ້ບຸກໂຈມຕີເມືອງອະເລບໂປ ເມືອງໃຫຍ່ອັນດັບສອງຂອງຊີຣີ ແລະ ພື້ນທີ່ອື່ນໆທາງພາກເໜືອ ສົ່ງຜົນເຮັດໃຫ້ເຈົ້າໜ້າທີ່ທະຫານຊີຣີ ເສຍຊີວິດຢ່າງໜ້ອຍ 25 ຄົນ ແລະ ຝ່າຍກະບົດ ເສຍຊີວິດ 16 ຄົນ ອັນເປັນການບຸກໂຈມຕີຮອບໃໝ່ ລະຫວ່າງກອງກຳລັງລັດຖະບານຊີຣີ ແລະ ກຸ່ມຕິດອາວຸດ ນັບຕັ້ງແຕ່ມີຂໍ້ຕົກລົງຢຸດຍິງ ທີ່ມີສະຫະລັດອາເມຣິກາ ແລະ ຣັດເຊຍ ເປັນຄົນກາງຊຸກຍູ້ໃຫ້ບັນລຸ ນັບຕັ້ງແຕ່ວັນທີ 27 ກຸມພາ 2016 ຜ່ານມາ ເຮັດໃຫ້ຂໍ້ຕົກລົງດັ່ງກ່າວຖືກສັ່ນຄອນທັນທີ.

 

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...