Homeຂ່າວເຫດການທູດລາວຢື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດສິງກະໂປ

ທູດລາວຢື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດສິງກະໂປ

Published on

ຂປລ. ໃນວັນທີ 31 ມີນາ 2016, ທ່ານ ຄອນເພັງ ທຳມະວົງ, ໄດ້ຢື່ນສານຕາຕັ້ງ ຕໍ່ທ່ານ ດຣ. ໂທນີ ຕັນ ເກັງຢຳ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳສາທາລະນະລັດ ສິງກະໂປ ທີ່ມີສຳນັກ ງານຕັ້ງຢູ່ ສິງກະໂປ. ​ໃນ​ໂອກາດ​ດັ່ງກ່າວ, ທ່ານປະທານາທິບໍດີ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຊົມເຊີຍທູດລາວຄົນໃໝ່ ແລະ ອວຍພອນໃຫ້ ປະສົບຜົນສຳເລັດທຸກປະການ  ໃນການປະຕິບັດ ໜ້າທີ່ວຽກງານຂອງຕົນ.

ທ່ານ ຄອນເພັງ ທໍາມະວົງ ໄດ້ສະແດງຄວາມ ພາກພູມໃຈ ແລະ ເປັນກຽດຢ່າງສູງ ທີ່ໄດ້ມາດໍາລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳສິງກະໂປ ແລະ ໄດ້ນຳເອົາ ຄວາມຢື້ຢາມຖາມຂ່າວ ຈາກ ທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໄປຍັງປະທານາທິບໍດີ ໂທນີ ຕັນ ເກັງຢຳ ແລະ ໃຫ້ຄຳໜັ້ນສັນຍາວ່າ: ຈະປະຕິບັດໜ້າທີ່ຂອງຕົນ ໃຫ້ດີທີ່ສຸດ ເພື່ອສົ່ງເສີມ ການພົວພັນ ແລະ ການຮ່ວມມື ລະ ຫວ່າງ ສອງປະເທດ ກໍຄື ປະຊາຊົນສອງຊາດລາວ ແລະ ສິງກະໂປ ທີ່ເຄີຍມີມູນເຊື້ອທີ່ດີແລ້ວນັ້ນ ໃຫ້ນັບມື້ຂະຫຍາຍຕົວຍິ່ງຂື້ນ.

ສປປ ລາວ ແລະ ສິງກະໂປ ໄດ້ສ້າງສາຍພົວພັນນຳກັນ ໃນປີ 1974 ແລະ ໄດ້ເປີດສຳນັກງານການທູດ ຢູ່ນະ ຄອນຫລວງຂອງກັນ ແລະ ກັນ ໃນປີ 1997.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...