Homeຂ່າວທ້ອງຖິ່ນຂົວ​ເບ​ຕົງ 6 ແຫ່ງ​ລຽບ​ແຄມ​ຂອງ ແຂວງ​ສະ­ຫວັນ​ນະ​ເຂດ ຈະ​ແລ້ວ​ກ່ອນ​ຝົນ​ປີ​ນີ້

ຂົວ​ເບ​ຕົງ 6 ແຫ່ງ​ລຽບ​ແຄມ​ຂອງ ແຂວງ​ສະ­ຫວັນ​ນະ​ເຂດ ຈະ​ແລ້ວ​ກ່ອນ​ຝົນ​ປີ​ນີ້

Published on

ອາ­ທິດ​ຜ່ານ​ມາ ທ່ານ ແສງ​ອາ​ລຸນ ສີ​ລະ​ປັນ­ຍາຮອງ​ປະ­ທານ​ກວດ​ກາ​ພັກ-ລັດ ແຂວງ​ສະ­ຫວັນ​ນະ​ເຂດ, ທ່ານ ໄຊ​ຍະເສນ ແກ້ວ​ວິ­ໄລ​ສັກ ຫົວ­ໜ້າ​ຂະ­ແໜງທາງ­ບົກພະ​ແນກ​ໂຍ­ທາ​ທິ​ການ ແລະ​ຂົນສົ່ງ​ແຂວງ, ພ້ອມ​ດ້ວຍ​ທີມ​ງານ​ວິ­ຊາ​ການສົມ­ທົບ​ກັບ​ບໍ­ລິ­ສັດ​ວີ​ແອວ​ພີ​ພັດ­ທະ­ນາ​ກໍ່ສ້າງ​ຈຳ­ກັດ ຜູ້​ຮັບ​ເໝົາ​ໂຄງ­ການ​ກໍ່­ສ້າງຂົວ 18 ແຫ່ງ​ລຽບ​ແຄມ​ຂອງ ໄດ້​ພ້ອມກັນ​ລົງ​ຕິດ­ຕາມ​ຄວາມ​ຄືບ​ໜ້າ​ຂອງ​ໂຄງການ​ກໍ່­ສ້າງ​ຂົວ​ດັ່ງ­ກ່າວ, ເປົ້າ​ໝາຍ​ກໍ​ເພື່ອເປັນ​ການ​ກວດ­ກາ​ການ​ລົງ­ທຶນ​ແຕ່​ຫົວ­ທີ​ທີ່​ລັດ­ຖະ­ບານ​ວາງ​ອອກ​ໃນ​ດຳ­ລັດ​ເລກ​ທີ 01/ລບ.

ໂຄງ­ການ​ກໍ່­ສ້າງ​ປັບ­ປຸງ​ຂົວ 18 ແຫ່ງຕາມ​ເສັ້ນ­ທາງ 11 E ລຽບ​ແຄມ​ຂອງນັບ​ແຕ່​ເທ­ສະ​ບານ​ເມືອງ​ໄກ­ສອນ​ພົມ​ວິຫານຫາ​ເມືອງ​ໄຊ​ພູ​ທອງ ລວມ​ມີ​ມູນ​ຄ່າທັງ​ໝົດ 139 ຕື້​ກວ່າ​ກີບ ໃນ​ນີ້​ງົບ​ປະມານ 50% ແມ່ນ​ເປັນ​ທຶນ​ຂອງ​ກະ­ຊວງ ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ (ກອງ​ທຶນທາງ) ແລະ ​ອີກ 50% ແມ່ນ​ເປັນ​ທຶນຂອງ​ແຂວງ ໂດຍ​ຂົວ​ທັງ​ໝົດ​ແມ່ນ​ຈະສ້າງ​ເປັນ​ຂົວ​ເບ​ຕົງເສີມ​ເຫຼັກ​ໃຫ້​ສຳ­ເລັດ​ໃນ​ປີ 2019 ແລະ ໃນ​ສົກ​ປີ 2015-2016 ນີ້ ໃຫ້​ແລ້ວ​ກ່ອນ ຈຳ­ນວນ 6 ແຫ່ງ​ຄື:ຂົວ​ຫ້ວຍ​ສົ້ມ­ປ່ອຍ, ຂົວ​ຫ້ວຍ​ຍາງ, ຂົວ​ຫ້ວຍ​ເດື່ອ (ເມືອງ​ໄກສອນພົມ­ວິ­ຫານ), ຂົວ​ຫ້ວຍ​ສວນ​ອີ້ງ, ຂົວ​ຫ້ວຍ​ກົບ ແລະ​ຂົວ​ຫ້ວຍ​ມະ​ຍະ (ເມືອງໄຊ​ພູທອງ).

ໂອ­ກາດ​ນີ້ ທ່ານ ລັດ​ສະ­ໝອນ ພົມມະ­ຫາ­ວົງ ຕາງ­ໜ້າ​ບໍ­ລິ­ສັດ​ວີ​ແອວ​ພີ​ພັດທະ​ນາ​ກໍ່­ສ້າງ​ຈຳ­ກັດ​ໃຫ້​ສຳ­ພາດ​ວ່າ: ມາຮອດ​ປະ­ຈຸ​ບັນ​ການ​ກໍ່­ສ້າງ​ຂົວ 6 ແຫ່ງ ແມ່ນ​ມີ​ຄວາມ​ຄືບ​ໜ້າ​ກວ່າ 50% ຂອງແຜນ­ການ, ພາຍ­ຫຼັງ​ທີ່​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດມາ​ແຕ່​ເດືອນ​ພະ­ຈິກ​ປີ­ຜ່ານ­ມາ ຊຶ່ງ​ໜ້າວຽກ​ທີ່​ພວມ​ຂຸ້ນ­ຂ້ຽວ​ໃນ​ປະ­ຈຸ​ບັນ​ແມ່ນການ​ເຮັດ​ລຳ​ເສົາ, ຫຼໍ່​ຂາງ ແລະ​ວຽກແຜ່ນ​ພື້ນ​ຂອງ​ຂົວ ຊຶ່ງ​ເປັນ​ໜ້າ​ວຽກ​ທີ່​ສຳຄັນ ແລະ​ຖ້າ​ຫາກ​ຜ່ານ​ຂັ້ນ​ຕອນ​ນີ້​ໄປ​ໄດ້; ໜ້າ​ວຽກ​ອື່ນໆ​ເປັນ­ຕົ້ນ​ກໍ​ແມ່ນ​ການ​ເທໜ້າ​ຂົວ ແລະ​ການ​ເຮັດ​ກັນ​ເຈື່ອນຈະ​ສາມາດ​ປະ­ຕິ­ບັດ​ໄດ້​ຢ່າງ​ວ່ອງ­ໄວ ຕາມ​ການຄາດ​ຄະ­ເນ​ຂົວ 6 ແຫ່ງ​ນີ້​ແມ່ນ​ຈະ​ໃຫ້​ສຳເລັດ​ກ່ອນ​ລະ­ດູ­ຝົນ ຫຼື ປະ­ມານ​ຊ່ວງ​ເດືອນ 6-7 ຂອງ​ປີ​ນີ້.

ການ​ລົງ​ກວດ­ກາ​ເບິ່ງ​ຄວາມ​ຄືບ​ໜ້າຂອງ​ໂຄງ­ການ​ຄັ້ງ​ນີ້ ແມ່ນ​ເປັນ​ການ​ກວດ ສະ­ເພາະ​ໂຄງ­ການ​ກໍ່­ສ້າງ​ຂົວ​ທີ່​ເປັນ​ຮ່ວງທຶນ​ຂອງ​ແຂວງ​ເປັນ​ຜູ້​ຮັບ­ຜິດ­ຊອບ ນັ້ນ​ກໍຄື​ຂົວ​ຫ້ວຍ​ສວນ​ອີ້ງ, ຂົວ​ຫ້ວຍ​ກົບ ແລະ ຂົວ​ຫ້ວຍ​ມະ​ຍະທີ່​ກຳ­ລັງ​ຂຸ້ນ­ຂ້ຽວ​ກໍ່­ສ້າງ​ໃນ​ປະ­ຈຸ​ບັນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...